ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ຊຳເໜືອ ລົງສີດຢາຄວບຄຸມການລະບາດ(ຕັກກະແຕນຝຸງໄມ້ປ່ອງ )@@@

ໃນວັນທີ່ 26 ມີຖຸນາ 2020 ນີ້ ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ຊຳເໜືອ ລົງສີດຢາປາບສັດຕູພືດ ຄວບຄຸມການລະບາດ(ຕັກກະແຕນຝຸງໄມ້ປ່ອງ ) ຢູ່ 2 ບ້ານຄື: ບ້ານ ພຽງຄັງ – ຫ້ວຍສຽ້ງ ແລະ ບ້ານ ເຮົ້າເໜືອ ທີ່ຂື້ນກັບເມືອງ ຊໍາເໜືອຈາກການລາຍງານຂອງອຳນາດການປົກຄອງທັງສອງບ້ານໄດ້ໃຫ້ຮູ້ວ່າ:  ໄດ້ມີການລະບາດຕັກກະແຕນຝຸງ ໄມ້ປ່ອງເຂົ້າທໍາລາຍຜົນຜະລິດປະຊາຊົນເປັນຕົ້ນແມ່ນທຳລາຍເຂົ້າໄຮ່ ແລະ ນາ,  ອັນໄດ້ເຮັດໃຫ້ເກີດຜົນເສຍຫາຍຫຼາຍພໍສົມຄວນ, ສະນັ້ນພະແນກກະສິກຳ ແລະ ປ່າໄມ້ແຂວງຈື່ງໄດ້ສົມທົບກັບຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ຊຳເໜືອ ປະສານຫາບ້ານ ທີ່ໄດ້ຮັບຜົນກະທົບ ໄດ້ນຳເອົາຢາໄປທຳລາຍຕັກກະແຕນເພື່ອຄວບຄຸມການລະບາດຢູ່ເນື້ອທີ່ໄຮ່ , ນາ ແລະ ເຂດທຳການຜະລິດຂອງປະຊາຊົນ, ບ້ານ ຫ້ວຍຄັງ ລວມມີ 38 ຄອບຄົວ, ມີເນື້ອທີ່ ທຳການຜະລິດ 25 ເຮັກຕາ, ໄດ້ຖືກຕັກກະແຕນຝຸງທຳລາຍ 20 ເຮັກຕາເນື້ອທີ່ທີ່ເສຍຫາຍມີ 10 ເຮັກຕາ, ບ້ານເຮົ້າໃຕ້ ມີ 29 ຄອບຄົວ ມີເນື້ອທີ່ ທຳການຜະລິດທັງໝົດ 21 ກ່ວາ ເຮັກຕາ ໄດ້ຮັບຜົນກະທົບຕັກກະແຕນທໍາລາຍ 5 ກ່ວາເຮັກຕາ

ໃນນີ້ທີມງານວິຊາການໄດ້ປຸກລະດົມໃຫ້ພໍ່ແມ່ປະຊາຊົນພ້ອມກັນຄວບຄຸ່ມບໍ່ໃຫ້ຂະຫຍາຍໄປບ່ອນໃຫ່ມ ໂດຍໄດ້ຝືກອົບຮົມວິທີ ການສີດຢາການນຳໃຊ້ຢາຂ້າຕັກກະແຕນ ແລະ ວິທີການປ້ອງກັນຕົວເອງໃນເວລາໃຊ້ຢາ, ມອບໃຫ້ທຸກຄອບຄົວເປັນເຈົ້າການໃນການປາບຕັກກະແຕນຝຸງໄມ້ປ່ອງ ແລະ ຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນເຜົ້າລະວັງບໍໃຫ້ແຜ່ລາບໄປເຂດອື່ນ ຖ້າຫາກມີການແຜ່ລາມໃຫ້ລາຍງານພາກສ່ວນກ່ຽວຂ້ອງຢ່າງຮີບດ່ວນ ເພື່ອແກ້ໄຂໃຫ້ທັນການ.

 

ແຫຼ່ງຂໍ້ມູນ: ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ຊຳເໜືອ

ບັນນາທິການ: ທ່ານ ນາງ ພວງວັນ ມີວົງສາ ຮອງຫົວໜ້າຫ້ອງການບໍລິຫານ ແລະ ຈັດຕັ້ງ

ຂຽນຂ່າວໂດຍ: ນາງ ພອນທິບ ພັນທະວົງ    ໜ່ວຍງານຂ່າວສານພະແນກກະສິກຳ ແລະ ປ່າໄມ້ແຂວງ