ພະແນກກະສິກຳ ແລະ ປ່າໄມ້ແຂວງ ສຳເລັດກອງປະຊຸມເຊື່ອມຊືມເອກະສານສຳຄັນ ຕ່າງໆ ແລະ ສະຫຼຸບການຈັດຕັ້ງປະຕິບັດວຽກງານສົ່ງເສີມຄວາມກ້າວໜ້າແມ່ຍິງ, ແມ່ – ເດັກ. ປະຈຳປີ 2021 ແລະ ວາງແຜນປີ 2022.

 

ວັນທີ 7 ເມສາ 2022 ທີ່ຫ້ອງປະຊຸມພະແນກກະສິກຳ ແລະ ປ່າໄມ້ແຂວງ ໄດ້ຈັດກອງປະຊຸມເຊື່ອມຊືມເອກະສານສຳຄັນຕ່າງໆ ໂດຍເປັນປະທານ ທ່ານ ໄຈເພັດ ເຮືອງຖາວອນ ຮັກສາການ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ, ມີຫົວໜ້າ, ຮອງຂະແໜງການຕະຫຼອດຮອດພະນັກງານ, ລັດຖະກອນ, ພາຍໃນພະແນກເຂົ້າຮ່ວມຮັບຟັງ 77 ກ່ວາທ່ານ ຍິງ 25 ທ່ານ.

ຈຸດປະສົງຂອງກອງປະຊຸມເພື່ອຮັບຟັງການເຊື່ອມຊຶມ, ເອກະສານສຳຄັນຂອງພັກ-ລັດ, ໂດຍນຳເອົາເອກະສານຕ່າງໆມີຄື:

  1. ຜ່ານແຈ້ງການຂອງທ່ານລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ສະບັບເລກທີ 015/ຄກມດ,ກປ, ລົງວັນທີ 10/11/2020
  2. ແຈ້ງການ ສະບັບເລກທີ 782/ກປ, ລົງວັນທີ 18/3/2015 ເພື່ມທະວີຄວາມຮັບຜິດຊອບຕໍ່ວຽກງານ ສົ່ງເສີມຄວາມກ້າວໜ້າແມ່ຍິງ.
  3. ຜ່ານດຳລັດຂອງປະທານປະເທດ ສະບັບເລກທີ 029/ປປທ, ລົງວັນທີ 9 ມັງກອນ 2020 ວ່າດ້ວຍຄວາມສະເໝີພາບຍິງ-ຊາຍ.
  4. ຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ສະບັບເລກທີ 0049/ກປ, ລົງວັນທີ 11 ມັງກອນ 2017 ວ່າດ້ວຍການຮັບຮອງ ແລະ ປະກາດໃຊ້ຍຸດທະສາດເພື່ອຄວາມສະເໝີພາບບົດບາດຍິງ-ຊາຍ.
  5. ຜ່ານກົດໝາຍຂອງສະພາແຫ່ງຊາດ ສະບັບເລກທີ 77/ສພຊ, ລົງວັນທີ 28 ພະຈິກ 2019 ວ່າດ້ວຍຄວາມສະເໝີພາບຍິງ-ຊາຍ.
  6. ເອກະສານສ້າງຄອບຄົວ, ບ້ານ, ເມືອງ, ພັດທະນາທີ່ຕິດພັນກັບການປະຕິບັດ ສິດສະເໝີພາບຍິງ-ຊາຍ ແລະ ປະສະຈາກການໃຊ້ຄວາມຮຸນແຮງໃນຄອບຄົວ ໂດຍສະເພາະແມ່ນຕໍ່ແມ່ຍິງ ແລະ ເດັກນ້ອຍ.
  7. ຜ່ານແຈ້ງການແນະນຳຂອງຄະນະໂຄສະນາອົບຮົມແຂວງ ສະບັບເລກທີ 121/ຄອຂຫພ, ລົງວັນທີ 23 ມີນາ 2022.
  8. ຜ່ານ ວັນລະນຶກນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດຄົບຮອບ76 ປີ. (21/3/1946-21/3/2022).
  9. ຜ່ານຄຳສັ່ງແນະນຳ ສະບັບເລກທີ 17/ຄປຈຂ.ຫພ, ລົງວັນທີ 28 ມີນາ 2022, ວ່າດ້ວຍການສະເຫຼີມສະຫຼອງ ປີສາມັກຄີມິດຕະພາບລາວ-ຫວຽດນາມ 2022.
  10. ຜ່ານແຈ້ງການຂອງຄະນະກວດກາພັກ ສະບັບເລກທີ 41/ຄກພຂ.ຫພ, ລົງວັນທີ 25 ກຸມພາ 2022 ກ່ຽວກັບການສະເຫຼີມສະຫຼອງ ແລະ ປາຖະກະຖາມູນເຊື້ອວັນສ້າງອົງການກວດກາພັກ-ລັດ ຄົບຮອບ 40 ປີ. (16/2/1982-16/2/2022).
  11. ຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ສະບັບເລກທີ 0956/ກປ, ລົງວັນທີ 28 ມີນາ 2022 ວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວຂອງຫ້ອງການກະສິກຳ ແລະ ປ່າໄມ້ເມືອງ, ນະຄອນຫຼວງ.

ນອກຈາກນີ້ຍັງໄດ້ຮັບຟັງການສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານສົ່ງເສີມຄວາມກ້າວໜ້າແມ່ຍິງ, ແມ່ ແລະ ເດັກ ໃນ 1 ປີຜ່ານມາ ແລະ ວາງທິດທາງແຜນການໃນປີຕໍ່ໄປ, ກົນໄກການຈັດຕັ້ງປະຕິບັດດ້ານບົດບາດຍິງ-ຊາຍ ຂອງຂະແໜງກະສິກຳ,ປ່າໄມ້ ແລະ ພັດທະນາຊົນນະບົດ.

  • ຕອນທ້າຍກອງປະຊຸມ ທ່ານ ໄຈເພັດ ເຮືອງຖາວອນ ຍັງໃຫ້ຄຳຄິດ, ຄຳເຫັນຕໍ່ກອງປະຊຸມ, ໃຫ້ພະນັກງານລັດຖະກອນພາຍໃນພະແນກກະສິກຳ ແລະ ປ່າໄມ້,ຈົ່ງຈັດຕັ້ງປະຕິບັດ, ມະຕິ, ຄຳສັ່ງຕ່າງໆໃຫ້ເຂັ້ມງວດ ແລະ ເປັນແບບຢ່າງໃນການພັດທະນາເສດຖະກິດ – ສັງຄົມ ໃຫ້ປະກົດຜົນເປັນຈິງ, ໂດຍສະເພາະເພີ່ນໄດ້ເນັ້ນບາງບັນຫາດັ່ງນີ້:
  1. ສະເໜີໃຫ້ບັນດາຂະແໜງການ, ສູນບໍລິການເຕັກນິກຕະຫຼອດຮອດຫ້ອງການກະສິກຳ ແລະ ປ່າໄມ້ເມືອງ 10 ເມືອງ, ເບີ່ງຄືນວ່າ: ກົງຈັກການຈັດຕັ້ງບໍ່ທັນສອດຄ່ອງ ໄປຄູ່ຂະໜານກັບກົງຈັກລວມ ສະເໜີໃຫ້ມີການປັບປຸງຄືນໃໝ່.
  2. ສະເໜີໃຫ້ຜູ້ຊີ້ນຳວຽກງານສົ່ງເສີມຄວາມກ້າວໜ້າແມ່ຍິງ, ແມ່-ເດັກ, ຂັ້ນພະແນກລົງຮອດເມືອງສ້າງເງື່ອນໄຂໃຫ້ວິຊາການເພດຍິງ, ໃຫ້ເຂົ້າຮ່ວມກິດຈະກຳຕ່າງໆ ໃຫ້ຫຼາຍຂື້ນ.
  3. ໃຫ້ຂະແໜງການເບີ່ງຄືນດ້ານງົບປະມານສະໜັບສະໜູນ, ການຈັດຕັ້ງປະຕິບັດວຽກງານສົ່ງເສີມຄວາມກ້າວໜ້າແມ່ຍິງ, ແມ່-ເດັກ. ໂດຍສະເພາະບັນດາກິດຈະກຳຂອງໂຄງການໃຫ້ແມ່ຍິງມີສ່ວນຮ່ວມ.
  4. ສະເໜີໃຫ້ເອື້ອຍນ້ອງແມ່ຍິງ ສືບຕໍ່ຝຶກຝົນຫຼໍ່ລ້ອມຕົນເອງ, ຄຽງບ່າຄຽງໄຫຼ່ກັບເພດຊາຍໃຫ້ກາຍເປັນພະນັກງານຫຼັກແຫຼ່ງນຳພາໃນຂັ້ນຕໍ່ໄປ.
  5. ສືບຕໍ່ສ້າງຕົວແບບໃນການຜະລິດກະສິກຳເປັນຕົ້ນປູກຝັງ, ລ້ຽງສັດ ແລະ ອື່ນໆໃຫ້ຫຼາຍຂື້ນເປັນຕົ້ນແມ່ນຢູ່ຮາກຖານທ້ອງຖິ່ນ.

 

ບັນນາທິການ: ພວງວັນ ມີວົງສາ

ພາບ-ຂ່າວ: ຄຳພະແກ້ວ ອິນທະວົງ ນັກຂ່າວພະແນກກະສິກຳ ແລະ ປ່າໄມ້ແຂວງຫົວພັນ