ຄອບຄົວທ່ານ ນາງ ມາລີຊົງ ບ້ານ ລ້ອງງົວປ່າ, ເມືອງຊ່ອນ, ແຂວງຫົວພັນ ເປັນຄອບຄົວຕົວແບບ, ດຸໝັ່ນ, ມັກຮັກໃນການລ້ຽງສັດ ສ້າງລາຍຮັບເຂົ້າສູ່ຄອບຄົວ 2 ຮ້ອຍລ້ານກ່ວາກີບຕໍ່ປີ.

ບໍ່ວ່າ ວຽກງານໃດໆ ກໍ່ຕາມຫາກຄອບຄົວມີຄວາມດຸໝັ່ນຂະຫັຍນພຽນ ໃນການເຮັດນາປູກເຂົ້າ, ປູກຝັງ ແລະ ລ້ຽງສັດ, ເປັນອາຊີບທີ່ໝັ້ນຄົງ, ຈະໜ້ອຍ ຫຼື ຫຼາຍກໍ່ຕາມ ແລະ ມີຫຼາຍຄອບຄົວທີ່ກາຍເປັນຄອບຄົວຕົວແບບ ທີ່ໄດ້ຮັບຜົນສຳເລັດໃນການສ້າງຄວາມເຂັ້ມແຂງໃຫ້ຄອບຄົວ ທາງດ້ານອາຊີບ ແລະ ຄວາມໝັ້ນຄົງທາງດ້ານລາຍໄດ້ ເພື່ອຕອບສະໜອງດ້ານສະບຽງອາຫານ, ໃຫ້ສັງຄົມທີ່ມີຄວາມຕ້ອງການຫຼາຍ, ຖືວ່າເປັນຊ່ອງທາງໜື່ງໃນການສ້າງລາຍໄດ້ເຂົ້າສູ່ຄອບຄົວ.  ແລະ ຫຼຸດພົ້ນອອກຈາກຄວາມທຸກຍາກ.

ທ່ານ  ນາງ ມາລີຊົງ ອາຍຸ 32 ປີ. ສະມາຊິກໃນຄອບຄົວມີ 6 ຄົນ, ຜົວ ແລະ ເມຍ, ລູກ 4 ຄົນເປັນເດັກ ປະຈຸບັນຢູ່ບ້ານ ລ້ອງງົວປ່າ, ເມືອງຊ່ອນ, ແຂວງຫົວພັນ. ອາຊີບຕົ້ນຕໍເຮັດນາປູກເຂົ້າ, ຜົນຜະລິດແຕ່ລະປີໄດ້ 1 ໂຕນ 500 ກິໂລ, ອາຊີບສຳຮອງຕົ້ນຕໍແມ່ນລ້ຽງສັດ ແລະ ຮັບຈ້າງທຳການຜະລິດ, ຄອບຄົວໄດ້ລິເລີ່ມການລ້ຽງງົວແຕ່ປີ 2013 ເປັນຕົ້ນມາ, ທຳອິດມີງົວ 5 ໂຕ, ຕໍ່ຈາກນັ້ນມາໄດ້ເຮັດໄຮ່ສາລີ ຂາຍໄດ້ເງີນ 10 ກ່ວາລ້ານ ທຳອິດຊື້ງົວແມ່ລູກດ້ວຍລາຄາ 3 ລ້ານ 5 ແສນກີບ, ຊື້ໄດ້ 3 ແມ່ລູກລວມເປັນເງີນ 10 ລ້ານຫ້າແສນກີບ. ຂາຍງົວຊຸດທຳອິດ 2 ໂຕ, ໄດ້ເງິນ 16 ລ້ານ, ລົງທືນຊື້ງົວຕື່ມ, ຊຸດທີ່ 2 ໄດ້ຂາຍງົວ 4 ໂຕ, ໄດ້ເງີນ 30 ກ່ວາລ້ານ, ຈາກນັ້ນມາຮອດປີ 2017 ໄດ້ຂາຍງົວປົກກະຕິ ແຕ່ລະປີແມ່ນ 10 ໂຕ, ມາຮອດປີ 2022 ມີງົວ 60-70 ໂຕ, ເນື້ອທີ່ປູກຫ້ຍາລ້ຽງງົວ 4 ເຮັກຕາ, ສ່ວນວິທີການລ້ຽງສັດພັກ-ລັດ ເຫັນຄວາມສຳຄັນໄດ້ສົ່ງເສີມໃຫ້ຂ້າພະເຈົ້າໄປຝຶກອົບຮົມດ້ານເຕັກນິກ ນຳຫ້ອງການກະສິກຳເມືອງ ແລະ ພະແນກກະສິກຳ ແລະ ປ່າໄມ້ແຂວງ, ໃນການຮັກສາສຸຂະພາບສັດ, ປະຈຸບັນມີເງິນໃນຄອບຄົວ 5 ຮ້ອຍກ່ວາລ້ານກີບ, ໄດ້ລົງທຶນຊື້ລົດຈົກ 1 ຄັນ, ລົດດ້າມ 1 ຄັນ, ລົດແທັກເຕີ້ 1 ຄັນ ແລະ ລົດຮອນໄດ 1 ຄັນ ລວມທັງໝົດ 4 ຄັນ. ຫຼັງຈາກລາຍຮັບຈາກການຂາຍງົວປີໜື່ງ 100 ກ່ວາລ້ານ, ຜູ້ເປັນຜົວຍັງໄປຮັບຈ້າງບຸກເບີກເນື້ອທີ່ນານຳອີກ. ທ່ານ ຕົ່ງໄມເລົ່າ ແນວໂຮມບ້ານ ລ້ອງົງວປ່າ, ໄດ້ຢັ້ງຢືນວ່າ: ຄອບຄົວ ທ່ານ ມາລີຊົງ ແຕ່ກ່ອນແມ່ນຄອບຄົວທຸກຍາກ ດ້ວຍຄວາມດຸໝັ່ນຂະຫັຍນພຽນ ປີ 2013 ໄດ້ລິເລີ່ມລ້ຽງງົວ, ມາຮອດປີ 2022 ໄດ້ຂາຍ 10 ກ່ວາໂຕ, ເປັນເງິນ 100 ກ່ວາລ້ານ ແລະ ຮັບຈ້າງດ້ວຍລົດຂອງຕົນເອງ 100 ກ່ວາລ້ານ, ເຮັດໃຫ້ຄອບຄົວມີລາຍຮັບ 200 ກ່ວາລ້ານຕໍ່ປີ. ນອກຈາກນີ້ແລ້ວຄອບຄົວຍັງໄດ້ເປັນສະມາຊິກປູກກາເຟ ມາແຕ່ ປີ 2017 ເປັນຕົ້ນມາ. ທ່ານ ເຈີທໍເລົ່າ ອາຍຸ 40 ປີ. ບ້ານ ລ້ອງງົວປ່າ, ເມືອງຊ່ອນ, ແຂວງຫົວພັນ, ປະຈຸບັນເປັນຫົວໜ້າກຸ່ມປູກກາເຟເລົ່າໃຫ້ຟັງວ່າ: ປູກກາເຟໃສ່ບ່ອນເປົ່າຫ່ວາງຕົ້ນໄມ້ໃຫ່ຍ, ມີເນື້ອທີ່ 12 ເຮັກຕາ, ມີຕົ້ນກາເຟ 36 ພັນຕົ້ນ, ໃນປີນີ້ເກັບກ່ຽວຜົນຜະລິດໝາກກາເຟໝາກຂາວໄດ້ 1 ພັນ 7 ຮ້ອຍ 6 ກິໂລກະລາມ, ລວມມູນຄ່າທັງໝົດ 7 ລ້ານກ່ວາກີບ. ຜົນຜະລິດປີຕໍ່ໄປອາດຈະໄດ້ຫຼາຍກ່ວານີ້, ປ່າສະຫງວນແຫ່ງຊາດນຳ້ແອດ-ພູເລີຍ, ເປັນຜູ້ໃຫ້ທຶນສະໜັບສະໜູນ. ໃຫ້ເກັບຜົນຜະລິດກາເຟ, ດ້ານເຕັກນິກ, ການຊີ້ນຳ ແລະ ບໍລິສັດເປັນຜູ້ຕອບສະໜອງແນວພັນ ແລະ ຮັບຊື້. ທັງໝົດນີ້ແມ່ນເພື່ອປົກປັກຮັກສາປ່າໄມ້ໃຫ້ມີລາຍຮັບມາຈາກປ່າດົງເປັນວຽກເສີມຂອງຄອບຄົວເຮັດໃຫ້ຄອບຄົວມີກິນມີຢູ່ສາມາດຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ.

ຕອນທ້າຍເພີ່ນຍັງໄດ້ຄອບໃຈນຳພັກ-ລັດ ໂດຍສະເພາະແມ່ນຫ້ອງການທີ່ກ່ຽວຂ້ອງທີ່ ໄດ້ສຸກຍູ້ສົ່ງເສີມໃຫ້ຄອບຄົວຂ້າພະເຈົ້າເຮັດໃຫ້ຄອບຄົວມີອາຊີບທີ່ໝັ້ນຄົງ ແລະ ເປັນແບບຢ່າງໃຫ້ຄອບຄົວອື່ນໆ ພາຍໃນບ້ານ ແລະ ພາຍໃນເມືອງຂອງຕົນ.

 

ບັນນາທິການກວດແກ້: ນ. ພວງວັນ ມີວົງສາ

ພາບ-ບົດ: ທ. ຄຳພະແກ້ວ ອິນທະວົງ