ການນຳພະແນກກະສິກຳ ແລະ ປ່າໄມ້ແຂວງ ລົງຊຸກຍູ້, ຕິດຕາມວຽກງານການປູກ-ລ້ຽງ 2 ບ້ານ, ເມືອງຊ່ອນ, ແຂວງຫົວພັນ.

ຕົ້ນເດືອນ ພຶດສະພາ 2022 ການນຳພະແນກໄດ້ລົງຊຸກຍູ້ ແລະ ຕິດຕາມການປູກ-ລ້ຽງ ຄອບຄົວຕົວແບບ ບ້ານ ເມືອງເກົ້າ ແລະ ບ້ານ ລ້ອງງົວປ່າ, ເມືອງຊ່ອນ ນຳໂດຍທ່ານ ພວງສະຫັວດ ພົມມາສີ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ, ທ່ານ ວາສະນູນ ສໍອິນໄຊ ຮອງເຈົ້າເມືອງ, ເມືອງຊ່ອນ, ມີຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້, ວິຊາການທີ່ກ່ຽວຂ້ອງ ແລະ ອຳນາດນາດການປົກຄອງ 2 ບ້ານເຂົ້າຮ່ວມນຳ.

ທ່ານ ສຸລິນໄຊ ພົງສະຫັວດ ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ ເມືອງຊ່ອນ ໄດ້ລາຍງານສະພາບລວມໂດຍຫໍ້ຍ ອິງໃສ່ແຜນພັດທະນາເສດຖະກິດສັງຄົມ 5 ປີ ຂອງເມືອງຊ່ອນ, ໄດ້ກຳນົດເອົາ 5 ທ່າແຮງ ໃນນັ້ນວຽກງານການປູກ-ການລ້ຽງ, ໂດຍລວມແລ້ວ ການພັດທະນາກະສິກຳ ແລະ ປ່າໄມ້ ໄດ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ໃນປະຈຸບັນ ຂະແໜງການກະສິກຳ ພວມຈັດຕັ້ງຜັນຂະຫຍາຍ 2 ວາລະແຫ່ງຊາດ, ໂດຍສະເພາະແມ່ນການແກ້ໄຂທາງດ້ານເສດຖະກິດການເງິນ ແລະ ສຸມໃສ່ການປູກ-ການລ້ຽງເປັນສິນຄ້າ ເພື່ອຄຳ້ປະກັນທາງດ້ານສະບຽງອາຫານ ແລະ ການຜະລິດເປັນສິນຄ້າ, ເຊິ່ງເປັນການຜັນຂະຫຍາຍຂອງວາລະແຫ່ງຊາດ, ກໍ່ຄືແຜນການຂອງຂະແໜງກະສິກຳ ແລະ ປ່າໄມ້, ເປັນຕົ້ນແມ່ນການລ້ຽງສັດໃຫ່ຍການລ້ຽງົວ, ຄວາຍ, ແບ້, ໝູ, ປາ ແລະ ສັດປີກສຳຫຼັບການປູກຝັງແມ່ນເພື່ອແນໃສ່ເປັນສິນຄ້າເປັນຕົ້ນແມ່ນມັນສະຄູ, ກາເຟ, ມັນຕົ້ນ, ຖົ່ວເຫຼືອງ ແລະ ພືດອື່ນໆ. ປີ 2022 ໄດ້ວາງຄາດໝາຍໄວ້ປູກ 3 ພັນກ່ວາເຮັກຕາ, ຜົນຜະລິດຄາດຄະເນໃຫ້ໄດ້ 27 ພັນກ່ວາໂຕນ, ໃນນີ້ໄດ້ແຕ່ງຕັ້ງວິຊາການລົງທ້ອງຖີ່ນບັນດາຈຸດສຸມເຂດຜະລິດແຕ່ລະບ້ານ ເພື່ອນຳພາປະຊາຊົນປູກ, ລ້ຽງ ແນະນຳເຕັກນິກທາງດ້ານວິຊາການ ທັງໝົດນີ້ແມ່ນເພື່ອຄຳ້ປະກັນທາງດ້ານສະບຽງອາຫານ ແລະ ສົ່ງອອກ.ຈາກນັ້ນທາງທີມງານຍັງໄດ້ໄປຍ້ຽມຢາມຄອບຄົວຕົວແບບ 2 ບ້ານ ໃນການລ້ຽງສັດເປັນສິນຄ້າ.

ໂອກາດດັ່ງກ່າວທ່ານ ພວງສະຫັວດ ພົມມາສີ ໄດ້ຍ້ອງຍໍຊົມເຊີຍຕໍ່ພໍ່ແມ່ພີ່ນ້ອງປະຊາຊົນ 2 ບ້ານທີ່ມີຜົນງານ, ມີຜົນສຳເລັດຫຼາຍດ້ານຕາມເປົ້າໝາຍທີ່ວາງໄວ້ ທ່ານຍັງໄດ້ໃຫ້ທິດນຳພາ-ຊີ້ນຳ ສືບຕໍ່ຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າເພື່ອນຳພາປະຊາຊົນປູກ-ການລ້ຽງຜະລິດໃຫ້ຫຼາຍກາຍເປັນສິນຄ້າສ້າງລາຍຮັບເຂົ້າສູ່ຄອບຄົວສາມາດຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ.

ບັນນາທິການກວດແກ້: ນ ພວງວັນ ມີວົງສາ

ພາບ-ຂ່າວ: ທ ຄຳພະແກ້ວ ອິນທະວົງ