ບ້ານ ເມືອງເກົ້າ, ເມືອງຊ່ອນ, ແຂວງຫົວພັນ. ກາຍເປັນບ້ານແບບຢ່າງ ແລະ ຄອບຄົວຕົວແບບ ໃນການປູກຝັງ-ລ້ຽງສັດ ສ້າງລາຍຮັບເຂົ້າສູ່ຄອບຄົວ 1 ຕື້ 1 ຮ້ອຍ 68 ລ້ານກ່ວາກີບຕໍ່ປີ.

ບ້ານ ເມືອງເກົ້າ, ເມືອງຊ່ອນ ເປັນບ້ານໜື່ງທີ່ປະຊາຊົນມີຄວາມດຸໝັ່ນຂະຫັຍນພຽນ ໃນການເຮັດນາປູກເຂົ້າ, ປູກຝັງ ແລະ ລ້ຽງສັດ, ເປັນອາຊີບທີ່ໝັ້ນຄົງ, ບໍ່ວ່າຈະໜ້ອຍ ຫຼື ຫຼາຍກໍ່ຕາມ ແລະ ມີຫຼາຍຄອບຄົວທີ່ກາຍເປັນຄອບຄົວຕົວແບບ ທີ່ໄດ້ຮັບຜົນສຳເລັດໃນການສ້າງຄວາມເຂັ້ມແຂງໃຫ້ຄອບຄົວ ທາງດ້ານອາຊີບ ແລະ ຄວາມໝັ້ນຄົງທາງດ້ານລາຍໄດ້ ເພື່ອຕອບສະໜອງດ້ານສະບຽງອາຫານ, ໃຫ້ສັງຄົມທີ່ມີຄວາມຕ້ອງການຫຼາຍ, ຖືວ່າເປັນຊ່ອງທາງໜື່ງໃນການສ້າງລາຍໄດ້ເຂົ້າສູ່ຄອບຄົວ.  ແລະ ຫຼຸດພົ້ນອອກຈາກຄວາມທຸກຍາກ.

ທ່ານ ບິກໄຊ ສີມອນທອງ ອາຍຸ 43 ປີ ຮອງນາຍບ້ານ ໄດ້ເລົ່າລະອຽດວ່າ: ບ້ານ ເມືອງເກົ້າ ມີ 80 ຫຼັງຄາເຮືອນ, ມີພົນລະເມືອງ 490 ຄົນ, ຍິງ 247 ຄົນ, ມີ 2 ສາສະໜາຄື: ພຸດ ແລະ ຜີ, ມີເນື້ອທີ່ນາທັງໝົດ 45 ເຮັກຕາ, ເນື້ອທີ່ໄຮ່ 37 ເຮັກຕາ, ຜົນຜະລິດແຕ່ລະປີ 215 ໂຕນ, ສະເລ່ຍໃສ່ຫົວຄົນ 420 ກິໂລຕໍ່ຄົນຕໍ່ປີ. ນອກຈາກເຮັດນາ ແລະ ໄຮ່ແລ້ວ ຍັງໄດ້ນຳພາປະຊາຊົນປູກຝັງ ແລະ ລ້ຽງສັດ, ປະຈຸບັນ ບ້ານ ເມືອງເກົ້າ, ມີຄວາຍ 85 ໂຕ, ງົວ 116 ໂຕ, ແບ້ 350 ໂຕ, ໝູ 422 ໂຕ, ປະຊາຊົນຂາຍສັດລ້ຽງ ງົວ, ຄວາຍ, ໝູ, ແບ້, ສັດປີກ ແລະ ອື່ນໆ 1 ຕື້ 1 ຮ້ອຍ 68 ລ້ານກ່ວາກີບ. ສະເລ່ຍໃສ່ຄົນໄດ້ເກືອບ 3 ລ້ານກີບຕໍ່ຄົນ/ປີ, ສິ່ງທີ່ພົ້ນເດັ່ນກ່ວາໝູ່ແມ່ນຄອບຄົວຕົວແບບ ທ່ານ ລິດດາພອນ ສ້າງລາຍຮັບເຂົ້າສູ່ຄອບຄົວໄດ້ຫຼາຍກ່ວາໝູ່ຖ້າທຽບໃສ່ຄອບຄົວອື່ນ. ບ້ານຂອງພວກເຮົາຍັງມີ ອາຊີບເສີມ, ເປັນຕົ້ນແມ່ນປູກໝາກເພັດ, ຜັກທຽມ ແລະ ຕຳ່ຫູກທໍໄໝ, ຈັກສານອື່ນໆ ສິ່ງທີ່ມີຄວາມຍຸ້ງຍາກກ່ວາໝູ່ໃນການປູກຝັງ-ລ້ຽງສັດ, ແມ່ນຫ້ວຍເລິກ, ພູສູງ, ການເຮັດນາແມ່ນອາໄສນຳ້ຝົນ.

ທ່ານ ລິດດາພອນ ຄອບຄົວຕົວແບບໃຫ້ຮູ້ວ່າ: ສະມາຊິກໃນຄອບຄົວມີ 7 ຄົນ, ຍິງ 3 ຄົນ, ແຮງງານຕົ້ນຕໍມີ 2 ຄົນ, ອາຊີບຕົ້ນຕໍເຮັດນາປູກເຂົ້າ, ຜົນຜະລິດແຕ່ລະປີໄດ້ 4-5 ໂຕນ, ອາຊີບສຳຮອງຕົ້ນຕໍແມ່ນລ້ຽງສັດ, ລິເລີ່ມການລ້ຽງສັດແຕ່ປີ 2016 ເປັນຕົ້ນມາ, ທຳອິດມີງົວ 5 ໂຕ, ຕໍ່ຈາກນັ້ນມາໄດ້ຊື້ງົວຕື່ມ 15 ໂຕ, ລວມເປັນ 20 ໂຕ, ມາຮອດປີ 2020 ຂະຫຍາຍເນື້ອທີ່ປູກຫ້ຍາເພີ່ມເຕີມໃນປະຈຸບັນມີເນື້ອທີ່ປະມານ 12 ເຮັກຕາ ແລະ ມີແຜນການຂະຫຍາຍຕື່ມອີກ, ແນວພັນປູກແມ່ນຊື້ມາຈາກພໍ່ຄ້າ ແລະ ບ້ານອ້ອມຂ້າງ, ຈາກການລ້ຽງງົວ, ຄວາຍ, ໝູ, ລ້ຽງແບ້ ແລະ ສັດປີກຈຳນວນໜື່ງ. ພັກ-ລັດເຫັນຄວາມສຳຄັນໄດ້ສົ່ງເສີມໃຫ້ຂ້າພະເຈົ້າໄປຝຶກອົບຮົມດ້ານເຕັກນິກ ນຳຫ້ອງການກະສິກຳເມືອງ ແລະ ພະແນກກະສິກຳ ແລະ ປ່າໄມ້ແຂວງ, ໃນການຮັກສາສຸຂະພາບສັດ, ມາຮອດປີ 2021-2022 ມີງົວເພີ່ມຂື້ນ 70 ກ່ວາໂຕ, ຂາຍອອກໃຫ້ພໍ່ຄ້າ 4-5 ໂຕ. ເປັນເງີນ 30 ລ້ານ – 40 ລ້ານ. ສະເພາະ ຂາຍງົວ, ຂາຍຄວາຍປະມານ 20 ກ່ວາລ້ານກີບ. ຂາຍໝູ ປະມານ 12 ລ້ານກ່ວາກີບ. ສະເລ່ຍລາຍຮັບເຂົ້າສູ່ຄອບຄົວ 70 ກ່ວາລ້ານກີບ/ປີ ເງີນທີ່ໄດ້ມາຕົ້ນຕໍແມ່ນຂະຫຍາຍສວນຫ້ຍາ, ສາມາດຊື້ອຸປະກອນຮັບໃຊ້ຄອບຄົວເປັນຕົ້ນ ຊື້ລົດໃຫ່ຍໄດ້ 1 ຄັນ, ລົດຈັກ 3 ຄັນ, ຊື້ລົດໄຖນາ 1 ຄັນ, ຊື້ຈັກຟາດເຂົ້າ 1 ເຄື່ອງ, ມີເງິນແຮໄວ້ ແລະ ສົ່ງລູກໄປຮຽນຕໍ່ວິຊາສະເພາະ, ເຮັດໃຫ້ຄອບຄົວດີຂື້ນເທື່ອລະກ້າວ.

ຕອນທ້າຍເພີ່ນຍັງໄດ້ຄອບໃຈນຳພັກ-ລັດ ໂດຍສະເພາະແມ່ນຫ້ອງການທີ່ກ່ຽວຂ້ອງທີ່ ໄດ້ສຸກຍູ້ສົ່ງເສີມໃຫ້ຄອບຄົວຂ້າພະເຈົ້າເຮັດໃຫ້ຄອບຄົວມີອາຊີບທີ່ໝັ້ນຄົງ ແລະ ເປັນແບບຢ່າງໃຫ້ຄອບຄົວອື່ນໆ ພາຍໃນບ້ານ ແລະ ພາຍໃນເມືອງຂອງຕົນ.

 

ບັນນາທິການກວດແກ້: ນ. ພວງວັນ ມີວົງສາ

ພາບ-ບົດ: ທ. ຄຳພະແກ້ວ ອິນທະວົງ