ພິທີ ມອບ-ຮັບ ການແບ່ງຄວາມຮັບຜິດຊອບໂຮງງານ ອຸດສາຫະກຳປຸງແຕ່ງກະສິກຳ ແລະ ປ່າໄມ້ ຂັ້ນຕົ້ນ ລະຫ່ວາງ ພະແນກອຸດສາຫະກຳ ແລະ ການຄ້າ ແລະ ພະແນກກະສິກຳ ແລະ ປ່າໄມ້ ແຂວງຫົວພັນ.

ວັນທີ 11 ພຶດສະພາ 2022 ຢູ່ທີ່ຫ້ອງປະຊຸມ ຂອງພະແນກອຸດສາຫະກຳ ແລະ ການຄ້າແຂວງ ໄດ້ຈັດພິທີ ມອບ-ຮັບ ການແບ່ງຄວາມຮັບຜິດຊອບໂຮງງານອຸດສາຫະກຳປຸງແຕ່ງກະສິກຳ ແລະ ປ່າໄມ້ ຂັ້ນຕົ້ນ ລະຫ່ວາງ ພະແນກອຸດສາຫະກຳ ແລະ ການຄ້າ ແລະ ພະແນກກະສິກຳ ແລະ ປ່າໄມ້ ແຂວງຫົວພັນ. ໂດຍໃຫ້ກຽດເປັນປະທານຂອງທ່ານ ວັນໄຊ ແພງຊຸມມາ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງຫົວພັນ, ທ່ານ ວັນແສງ ຄຳມັງໄຊ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ, ທ່ານ ໄຈເພັດ ເຮືອງຖາວອນ ຮັກສາການຫົວໜ້າພະແນກກະສິກຳ ແລະ ປ່າໄມ້, ມີບັນດາທ່ານຫົວໜ້າ, ຮອງຫົວໜ້າຂະ ແໜງການ ແລະ ວິຊາການຂອງຂະແໜງການກ່ຽວຂ້ອງ 2 ພະແນກການເຂົ້າຮ່ວມ 20 ທ່ານ,  ຍິງ 4 ທ່ານ.

ໂດຍພື້ນຖານ ສອງພະແນກການແມ່ນເຫັນດີ ເປັນເອກະພາບ ກ່ຽວກັບການມອບ-ຮັບ ວຽກງານໃນການຄຸ້ມຄອງ, ພັດທະນາ ແລະ ສົ່ງເສີມ ໂຮງງານອຸດສາຫະກຳປຸງແຕ່ງກະສິກຳ ຂັ້ນຕົ້ນ ເຊີ່ງມີ 11 ລາຍການກິດຈະການ ໂຮງງານຄື: ໂຮງສີເຂົ້າ, ໂຮງງານປຸງແຕ່ງແປ້ງມັນຕົ້ນ, ປຸງແຕ່ງອ້ອຍ, ໂຮງງານຂ້າສັດ, ໂຮງງານຜະລິດອາຫານສັດ, ໂຮງງານຜະລິດວັກຊິນ, ຢາປາບສັດຕູພືດ, ຢາປົວສັດ ແລະ ເຄື່ອງມືສັດຕະວະແພດ, ໂຮງງານປຸງແຕ່ງໄມ້, ໂຮງເລື່ອຍ, ໂຮງຊອຍ ແລະ ໂຮງເຟີນິເຈີໄມ້, ໂຮງງານປຸງແຕ່ງຢາງພາລາ ແລະ ເຄື່ອງປ່າຂອງດົງ, ໂຮງງານຜະລິດຝຸ່ນຊີວະພາບ, ອົງຄະທາດ, ໂຮງງານຂັດແຍກເມັດພັນ ແລະ ຫຸ້ມຫໍ່ຜົນຜະລິດກະສິກຳ, ໂຮງງານຜະລິດເຄື່ອງມື ແລະ ກົນຈັກກະສິກຳ. ພິທີດັ່ງກ່າວໄດ້ເຊັນບົດບັນທຶກມອບ-ຮັບ ວຽກງານອຸດສາຫະກຳປຸງແຕ່ງກະສິກຳ ປ່າໄມ້ ຂັ້ນຕົ້ນ ລະຫ່ວາງ ພະແນກອຸດສາຫະກຳ ແລະ ການຄ້າ. ໄດ້ມອບໃຫ້ ພະແນກກະສິກຳ ແລະ ປ່າໄມ້ແຂວງເປັນຜູ້ສືບຕໍ່ຈັດຕັ້ງປະຕິບັດຕໍ່ໄປ. ໂດຍການເປັນສັກຂິພິຍານ, ທ່ານ ວັນໄຊ ແພງຊຸມມາ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງຫົວພັນ.

ພິທີດັ່ງກ່າວຍັງໄດ້ຮັບຟັງຄຳເຫັນໂອ້ລົມຂອງທ່ານການນຳແຂວງ, ເພີ່ນໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານຂອງຂະແໜງອຸດສາຫະກຳ ແລະ ການຄ້າທີ່ໄດ້ນຳພາ-ຊີ້ນຳ, ຈັດຕັ້ງປະຕິບັດໃນໄລຍະທີ່ຜ່ານມາ ວຽກງານມີຫຼາຍດ້ານທີ່ມີຜົນສຳເລັດ, ສະນັ້ນມອບໃຫ້ ພະແນກກະສິກຳ ແລະ ປ່າໄມ້, ສືບຕໍ່ຮັບຜິດຊອບວຽກງານຕໍ່ໄປ, ມີຫັຍງໃຫ້ປຶກສາຫາລືສົມທົບຮ່ວມມືກັນໃຫ້ສອດຄ່ອງ ແລະ ຕິດພັນກັບການພັດທະນາເສດຖະກິດສັງຄົມພາຍໃນແຂວງຫົວພັນດີຂື້ນ.