ສຳເລັດ ຝຶກອົບຮົມ ເຕັກນິກການປູກ-ລ້ຽງ ທີ່ຕິດພັນກັບໂພສະນາການບ້ານ, ຕົວແທນຊາວກະສິກອນຂອງບ້ານເປົ້າໝາຍ ໂຄງການກະສິກຳເພື່ອໂພສະນາການ ຢູ່ທີ່ສູນສົ່ງເສີມເຕັກນິກກະສິກຳ ແລະ ປ່າໄມ້ ຮ່ວມມືລາວ-ຫວຽດນາມ.

ວັນທີ 3-7 ພຶດສະພາ 2022 ພະແນກກະສິກຳ ແລະ ປ່າໄມ້, ສູນສົ່ງເສີມເຕັກນິກກະສິກຳ ແລະ ປ່າໄມ້ ຮ່ວມມືລາວ-ຫວຽດນາມ, ໄດ້ສຳເລັດ ຝຶກອົບຮົມ ເຕັກນິກການປູກ-ລ້ຽງ ທີ່ຕິດພັນກັບໂພສະນາການໃຫ້ຜູ້ອຳນວຍຄວາມສະດວກດ້ານໂພສະນາການ ບ້ານ ແລະ ຕົວແທນຊາວກະສິກອນບ້ານເປົ້າໝາຍຂອງໂຄງການກະສິກຳເພື່ອໂພສະນາການໂດຍໃຫ້ກຽດເປັນປະທານຂອງທ່ານ ພວງສະຫັວດ ພົມມາສີ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້, ມີຄູຝຶກ ແລະ ມີນັກສຳມະນາກອນເມືອງຊ່ອນ, ບ້ານເປົ້າໝາຍຂອງໂຄງຄື: ບ້ານ ລ້ອງງົວປ່າ, ຫ້ວຍຕຶນ, ບວມຝາດ, ນ້ຳງາວ, ນາໝໍ້, ໜອງໃສ ແລະ ບ້ານບໍ່ ເຂົ້າຮ່ວມທັງໝົດ 27 ທ່ານ, ຍິງ 11 ທ່ານ.

ການຝຶກອົບຮົມຄັ້ງນີ້ ນັກສຳມະນາກອນໄດ້ຮຽນຮູ້ເຕັກນິກການປູກຝັງມີ 4 ຫົວຂໍ້ຄື:

  1. ການເຮັດຝຸ່ນບົ່ມປັບປຸງດິນ, ນ້ຳໝັກບຳລຸງດິນ, ບຳລຸງພືດຜັກ ແລະ ການເຮັດນ້ຳໝັກຂັບໄລ່ສັດຕູພືດ.
  2. ການປູກພືດຜັກສວນຄົວ ກາງແຈ້ງ ແລະ ໃນເຮືອນຮົ່ມ.
  3. ຄວາມຮູ້ພື້ນຖານຂອງພືດສວນຄົວ ແລະ ໂພສະນາການຂອງພືດ.
  4. ການໂທມງ່າ, ຕິດຕາ ແລະ ສຽບຍອດ ເພື່ອຂະຫຍາຍພັນໄມ້ໃຫ້ໝາກ.

ນອກນີ້ຍັງໄດ້ຝຶກເຕັກນິກການລ້ຽງສັດມີ 4 ຫົວຂໍ້ຄື:

  1. ເຕັກນິກການລ້ຽງໄກ່ ແລະ ການອະນຸບານໄກ່ນ້ອຍ.
  2. ເຕັກນິກການລ້ຽງເປັດ.
  3. ເຕັກນິກການລ້ຽງປາແບບປະສົມ.
  4. ເຕັກນິກການລ້ຽງປາດຸກພັນ ແລະ ການລ້ຽງກົບ.

ທັງໝົດນີ້ນັກສຳມະນາກອນຍັງໄດ້ຮຽນຮູ້ພາກທິດສະດີ ແລະ ພາກປະຕິບັດຕົວຈິງໄປພ້ອມໆ ກັນ, ຄູຝຶກຍັງໄດ້ນຳພານັກສຳມະນາກອນໄປທັດສະນະສຶກສາເບິ່ງວິທີການປູກ-ລ້ຽງຢູ່ບ້ານໃກ້ຄຽງນຳອີກ.

ການຝຶກອົບຮົມຄັ້ງນີ້ ທ່ານ ພວງສະຫັວດ ພົມມາສີ ໃນນາມເປັນປະທານ ເພິ່ນໄດ້ເໜັ້ນໜັກ ໃຫ້ນັກສຳມະນາກອນນຳເອົາບົດຮຽໄປຈັດຕັ້ງປະຕິບັດ ໃຫ້ໄດ້ຮັບຜົນໃນຕໍ່ໜ້າ ແລະ ນັກສຳມະນາກອນທຸກທ່ານມີຄວາມເຂົ້າໃຈບົດຮຽນດີເປັນສ່ວນໃຫ່ຍເພື່ອຫັນປ່ຽນອາຊີບ ມາປູກ-ລ້ຽງໃຫ້ຫຼາຍກາຍເປັນສິນຄ້າ ແລະ ມີລາຍຮັບເຂົ້າສູ່ຄອບຄົວທີ່ໝັ້ນຄົງ.

 

ບັນນາທິການກວດແກ້: ນ. ພວງວັນ ມີວົງສາ

ພາບ-ຂ່າວ: ຄຳພະແກ້ວ ອິນທະວົງ