ພະແນກກະສິກຳ ແລະ ປ່າໄມ້, ສຳເລັດກອງປະຊຸມສະຫຼຸບຕີລາຄາຄວາມຄືບໜ້າ 2 ໂຄງການ ຂອງຄະນະຊີ້ນຳຂັ້ນແຂວງຫົວພັນ.

 

ວັນທີ 12 ສິງຫາ 2022, ໂຄງການພັດທະນາພື້ນຖານໂຄງລ່າງຊົນນະບົດ ແລະ ການຄຸ້ມຄອງອ່າງໂຕ່ງແບບຍືນຍົງ ແລະ ໂຄງການຊົນລະກະເສດ ແລະ ການຜະລິດເປັນສິນຄ້າຂະໜາດນ້ອຍ, ຈັດກອງປະຊຸມຂື້ນທີ່ຫ້ອງປະຊຸມຫໍວັດທະນະທຳ ໂດຍເປັນປະທານຂອງທ່ານ ພອນສຸກ ອິນທະວົງ ຮອງເຈົ້າແຂວງຫົວພັນ, ທ່ານ ໄຈເພັດ ເຮືອງຖາວອນ ຮັກສາການຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ, ມີທ່ານ ຮອງເຈົ້າເມືອງ 3 ເມືອງເປົ້າໝາຍໂຄງການຄື: ເມືອງຊຳເໜືອ, ສົບເບົາ ແລະ ເມືອງວຽງໄຊ, ມີຄະນະກຳມະການຈາກພະແນກການທີກ່ຽວຂ້ອງ, ມີຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງ, ທີມງານຈາກສູນກາງ, ແຂວງ, ເມືອງ ເຂົ້າຮ່ວມທັງໝົດ 68 ທ່ານ, ຍິງ 18 ທ່ານ.

ທ່ານ ວິໄລຈິດ ສຸກຈະເລີນ ຜູ້ປະສານງານໂຄງການ ຜ່ານບົດສະຫຼຸບຕີລາຄາຄວາມຄືບໜ້າ ແລະ ແຜນ 6 ເດືອນທ້າຍປີ 2022 ຂອງໂຄງການ, ເພື່ອຈັດຕັ້ງປະຕິບັດໂຄງການພັດທະນາພື້ນຖານໂຄງລ່າງຊົນນະບົດ ແລະ ການຄຸ້ມຄອງອ່າງໂຕ່ງແບບຍືນຍົງ ແລະ ໂຄງການຊົນລະກະເສດ, ການຜະລິດເປັນສິນຄ້າຂະໜາດນ້ອຍ ໃນໄລຍະຜ່ານມາ ໂດຍໄດ້ຍົກໃຫ້ເຫັນດ້ານດີຜົນງານທີ່ຈັດຕັ້ງປະຕິບັດໄດ້ ເປັນຕົ້ນແມ່ນທັງ 2 ໂຄງການໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານ ປັບປຸງລາຍຮັບ ຂອງປະຊາຊົນໃນເຂດຊົນນະບົດ, ຈາກການຜະລິດກະສິກຳທີ່ຫຼາກຫຼາຍ ເຊີ່ງອິງຕາມຄວາມຕ້ອງການຂອງຕະຫຼາດ, ຊ່ວຍປັບປຸງສຸຂະພາບ ແລະ ໂພສະນາການຂອງປະຊາຊົນ, ສົ່ງເສີມໃຫ້ປະຊາຊົນໄດ້ຮັບຜົນປະໂຫຍດຈາກການພັດທະນາເສດຖະກິດແຫ່ງຊາດ ແລະ ເພື່ອເຮັດໃຫ້ບັນດາຄົວເຮືອນທີ່ໄດ້ຮັບຜົນປະໂຫຍດ, ເພື່ອຄວາມຍືນຍົງໃນການພັດທະນາເສດຖະກິດທ້ອງຖິ່ນ ໃນຂົງເຂດວຽກງານການຜະລິດກະສິກຳຂະໜາດນ້ອຍ,ການເຊື່ອມໂຍງກັບຕະຫຼາດ ແລະ ດ້ານໂພສະນາການ, ທີ່ປະຊຸມຍັງໄດ້ປະກອບຄຳຄິດເຫັນກົງໄປກົງມາ, ເພື່ອສືບຕໍ່ວາງແຜນຈັດຕັ້ງປະຕິບັດ, ສົ່ງເສີມຊາວບ້ານໃນການປູກຝັງ ແລະ ລ້ຽງສັດ, ທົບທວນຄືນການວາງແຜນນຳໃຊ້ທີ່ດິນ ແລະ ພື້ນທີ່ຊົນລະປະທານໄດ້ຮັບການປັບປຸງດີຂື້ນ.

ທ່ານ ພອນສຸກ ອິນທະວົງ ຮອງເຈົ້າແຂວງຫົວພັນ. ກ່ອນອື່ນເພີ່ນໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດຂອງໂຄງການທີ່ໄດ້ຈັດຕັ້ງປະຕິບັດວຽກງານຜ່ານມາ, ໂອກາດດັ່ງກ່າວເພີ່ນໄດ້ມີຄຳເຫັນເພີ່ມເຕີມບາງບັນຫາຄື: 1/. ຮ່າງບົດສະຫຼຸບ ແລະ ທິດທາງແຜນການ, ສະເໜີໃຫ້ຄະນະຮັບຜິດຊອບກວດກາລະອຽດ, ຄຳຄິດ-ຄຳເຫັນຂອງບັນດາຜູ້ແທນທີ່ເຂົ້າຮ່ວມກອງປະຊຸມ ເພື່ອເຮັດໃຫ້ວຽກງານດັ່ງກ່າວລົງຮອດຂັ້ນທ້ອງຖິ່ນຖືກຈັດຕັ້ງປະຕິບັດຢ່າງມີປະສິດທິຜົນສູງ 2/. ເພີ່ມຂອດປະສານງານ ແລະ ແບບແຜນວິທີເຮັດວຽກ ໃຫ້ຕິດພັນກັບຫຼາຍຂະແໜງການນັບແຕ່ສູນກາງ, ແຂວງ, ເມືອງ ແລະ ທ້ອງຖີ່ນ 3/. ເພີ່ມຄວາມຮັບຜິດຊອບໃນການຕິດຕາມກວດກາຄົ້ນຄ້ວາ ແກ້ໄຂບັນຫາທີ່ມີຄວາມຍຸ້ງຍາກ ແລະ ສຸມໃສ່ຊຸກຍູ້ໂຄງການໃຫ້ສຳເລັດຜົນຕາມຄາດໝາຍ ມີຜົນປະໂຫຍດສູງສຸດໃຫ້ແກ່ປະຊາຊົນບັນດາເຜົ່າ.

 

ພາບ-ຂ່າວ: ຄຳພະແກ້ວ ອິນທະວົງ ພະແນກກະສິກຳ ແລະ ປ່າໄມ້ແຂວງຫົວພັນ.