ພິທີທຳລາຍສັດປ່າ ທີ່ຍຶດໄດ້ຈາກພໍ່ຄ້າ ແລະ ປະຊາຊົນທີ່ລັກລອບຊື້-ຂາຍສັດປ່າຫວງຫ້າມ.

 ກອງກວດກາປ່າໄມ້ ພະແນກກະສິກຳ ແລະ ປ່າໄມ້ແຂວງ ຮ່ວມກັບພາກສ່ວນທີ່ກ່ຽວຂ້ອງຂອງແຂວງ, ເມືອງ, ໄດ້ຈັດພິທີທຳລາຍສັດປ່າທີ່ຍຶດໄດ້ຈາກການຈັດຕັ້ງປະຕິບັດວຽກງານ, ການກວດກາລາດຕາເວນ ແລະ ສະກັດກັ້ນຜູ້ທີ່ລັກລອບລະເມີດລ່າ, ຊື້-ຂາຍ ສັດນຳ້-ສັດປ່າ ຢູ່ຕາມທ້ອງຕະຫຼາດ ເທດສະບານຕົວເມືອງຊຳເໜືອ, ຕາມສາຍທາງ, ຈຸດຫຼໍ່ແຫຼມຕ່າງໆ ທີ່ມີຄວາມສ່ຽງ ຈຳນວນສັດທີ່ຍຶດໄດ້ມີ: 1/. ເສືອແມວລາຍ ປະເພດຫວງຫ້າມບັນຊີ 1 ຈຳນວນ 1 ໂຕ, ນຳ້ໜັກ 2 ກິໂລ. 2/. ໂຕແຫຼວ ປະເພດຫວງຫ້າມບັນຊີ 1 ນຳ້ໜັກ 1 ໂລເຄີ່ງ, ຍັງແຮງປ່ອຍຄືນສູ່ທຳມະຊາດ. 3/. ໂຕງູຈົງອາງ ສັດຫວງຫ້າມປະເພດບັຊີ 1 ຈຳນວນ 1 ໂຕ, ນຳ້ໜັກ 2 ກິໂລ, 4/. ສັດປ່າປະເພດທົ່ວໄປບັນຊີ 3 ໂຕນົກຈຳນວນ 105 ໂຕ, ນຳ້ໜັກ 1 ກິໂລ, 5/. ຊີ້ນສ່ວນໂຕເຫັງນສັດຄຸ້ມຄອງບັນຊີ 2 ນຳ້ໜັກ 11 ກິໂລ, 6/. ຊີ້ນສ່ວນໂຕຟານສັດຄຸ້ມຄອງບັນຊີ 2 ນຳ້ໜັກ 25 ກິໂລ, 7/. ຊີ້ນສ່ວນໂຕໝູປ່າສັດຄຸ້ມຄອງບັນຊີ 2 ນຳ້ໜັກ 21 ກິໂລ, 8/. ຊີ້ນສ່ວນໂຕອົ້ນປະເພດບັນຊີ 2 ນຳ້ໜັກ 7 ກ່ວາກິໂລ. ລວມຊີ້ນສ່ວນສັດປ່າທີ່ຍຶດໄດ້ມາທຳລາຍຖີ້ມໃນຄັ້ງນີ້ມີນຳ້ໜັກ ເກືອບ 70 ກິໂລ. ການທຳລາຍສັດດັ່ງກ່າວເນື່ອງຈາກວ່າມີບຸກຄົນຈຳນວນໜື່ງມີການລັກລອບລະເມີດລ່າ ແລະ ຄ້າຂາຍສັດນຳ້-ສັດປ່າ, ທີ່ບໍ່ຖືກຕ້ອງຕາມລະບຽບການບໍ່ເຂົ້າໃຈ ແລະ ບໍ່ໄດ້ເຊື່ອມຊືມຕໍ່ລະບຽບກົດໝາຍ, ເຈົ້າໜ້າທີ່ໄດ້ນຳມາສຶກສາອົບຮົມ ຕາມແຕ່ລະກໍລະນີໜັກ ຫຼື ເບົາ, ການກະທຳດັ່ງກ່າວເຫັນວ່າຜິດຕໍ່ກົດໝາຍວ່າດ້ວຍສັດນຳ້-ສັດປ່າ ສະບັບເລກທີ່ 07/ສພຊ; ລົງວັນທີ 24 ທັນວາ 2007, ສັດທີ່ຍຶດໄດ້ຈຳນວນດັ່ງກ່າວໄດ້ທຳລາຍຖີ້ມໃນເວລາ 2 ໂມງ ຂອງວັນທີ 21 ກັນຍາ 2022 ສະຖານທີ່ຫ້ອງການກະສິກຳ ແລະ ປ່າໄມ້ເມືອງຊຳເໜືອ.

ບັນນາທິການ ນາງ ພວງວັນ ມີວົງສາ

ພາບ-ຂ່າວ ທ່ານ ຄຳພະແກ້ວ ອິນທະວົງ