ການນຳພະແນກລົງຊຸກຍູ້ ແລະ ກວດກາພື້ນທີ່ໄດ້ຮັບຜົນກະທົບຈາກໄພພິບັດທາງທຳມະຊາດ.

   ວັນ​ທີ 20 ກັນຍາ 2022 ການ​ນຳ​ພະ​ແນກ​ກະ​ສິ​ກຳ ແລະ ປ່າ​ໄມ້​ແຂວງ​ຫົວ​ພັນ, ນຳ​ໂດຍ​ທ່ານ ໄຈເພັດ ເຮືອງຖາວອນ ຮັກສາການຫົວ​ໜ້າ​ພະ​ແນກ​ກະ​ສິ​ກຳ ແລະ ປ່າ​ໄມ້​ແຂວງ, ທ່ານ ທອງຮັກ ບົວລະພາ ຮອງຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງຫົວເມືອງ, ທ່ານ ພອນສະຫັວນ ບຸນທະວົງ ຫົວໜ້າຫ້ອງການບໍລິຫານ ແລະ ຈັດຕັ້ງ ແລະ ມີ​ວິ​ຊາ​ການ​ທີ່​ກ່ຽວ​ຂ້ອງ​ຂັ້ນ​ແຂວງ, ເມືອງ, ອຳ​ນາດ​ການ​ປົກ​ຄອງ​ບ້ານ ເຂົ້າຮ່ວມນຳ.

ໂດຍ​ໄດ້​ຮັບ​ການ​ລາຍ​ງານ​ຈາກ​ທ່ານ ທອງຮັກ ບົວລະພາ ຮອງຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ ເມືອງຫົວເມືອງ, ໄດ້ສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາກະສິກຳ ແລະ ປ່າໄມ້, ໃນ 9 ເດືອນທີ່ຜ່ານມາ ແລະ ວາງທິດທາງ 3 ເດືອນທ້າຍປີ 2022, ໃນນີ້ເພີ່ນຍັງໄດ້ລາຍງານກ່ຽວກັບການເກັບກຳຂໍ້ມູນໄພພິບັດທາງທຳມະຊາດທີ່ເກີດຂື້ນໃນໃນຄືນວັນທີ 15 ກັນຍາ 2022 ເຮັດໃຫ້ນາຂອງປະຊາຊົນບ້ານ. ນຳ້ປ້ອງ, ເມືອງຫົວເມືອງ, ຖືກເສຍຫາຍໃນເນື້ອທີ່ 10 ກ່ວາເຮັກຕາ ແລະ ເສຍຫາຍໜັກໜ່ວງບໍ່ສາມາດກອບກູ້ກັບຄືນໄດ້ 9 ກ່ວາເຮັກຕາ.

ຈາກນັ້ນ​ການ​ນຳພະແນກ​ສົມ​ທົບ​ກັບ​ ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ​ຂອງ​ເ​ມືອງ, ໄດ້ລົງກວດກາຕົວຈິງເຫັນວ່າຄວາມເສຍຫາຍດັ່ງກ່າວມີຜົນກະທົບຫຼາຍສົມຄວນ, ສະນັ້ນ ທ່ານ ໄຈເພັດ ເຮືອງຖາວອນ ຮັກສາການຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ ຈິ່ງໄດ້ລົງກວດກາ ກັບພາກສ່ວນທີ່ກ່ຽວຂ້ອງຂອງເມືອງ, ເພື່ອເຮັດໃຫ້ຜົນກະທົບທີ່ຖືກເສຍຫາຍທັງໝົດ, ເພີ່ນໄດ້ມອບແນວພັນພືດສວນຄົວຈຳນວນ 700 ຊອງ, ເພື່ອນຳໄປປູກພືດທົດແທນເຂົ້ານາທີ່ຖືກເສຍຫາຍດິນເຊາະເຈື່ອນຈາກໄພທຳມະຊາດຝົນຕົກໜັກ ແລະ ຕອນທ້າຍເພື່ນຍັງໄດ້ໂອ້ລົມພະນັກງານພາຍໃນຫ້ອງການກະສິກຳ ແລະ ປ່າໄມ້ເມືອງຫົວເມືອງນຳອີກ.

ບັນນາທິການ: ນາງ ພວງວັນ ມີວົງສາ

ພາບ-ຂ່າວ: ຄຳພະແກ້ວ ອິນທະວົງ