ຟາມລ້ຽງໝູພັນຊີ້ນ ເສຍຫາຍຢ່າງໜັກ, ຈາກໄພພິບັດທາງທຳມະຊາດ.

ໃນວັນ ທີ 12 – 13 ກັນຍາ 2022 ການ​ນຳ​ພະ​ແນກ​ກະ​ສິ​ກຳ ແລະ ປ່າ​ໄມ້​ແຂວງ​ຫົວ​ພັນ, ນຳ​ໂດຍ​ທ່ານ ພວງສະຫັວດ ພົມມາສີ ຮອງຫົວ​ໜ້າ​ພະ​ແນກ​ກະ​ສິ​ກຳ ແລະ ປ່າ​ໄມ້​ແຂວງ, ທ່ານ ວົງສຸກ ໄຊສິນທອງ ຮອງເຈົ້າເມືອງຊຽງຄໍ້, ມີ​ວິ​ຊາ​ການ​ທີ່​ກ່ຽວ​ຂ້ອງ​ຂັ້ນ​ແຂວງ, ເມືອງ ແລະ ຄອບຄົວຕົວແບບໃນການລ້ຽງໝູພັນຊີ້ນ ບ້ານ ສົບສານ, ເມືອງຊຽງຄໍ້ເຂົ້າຮ່ວມນຳ.

ໂດຍ​ໄດ້​ຮັບ​ການ​ລາຍ​ງານ​ຈາກ​ທ່ານ ທອງປະເສີດ ວິໄລພວງ ເຈົ້າຂອງຟາມໝູພັນຊີ້ນ, ບ້ານ ສົບສານ, ເມືອງຊຽງຄໍ້ ແລະ ທ່ານ ຄຳນິ່ງ ບຸນພະໄຊ ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ ເມືອງຊຽງຄໍ້, ໃຫ້ຮູ້ວ່າ: ຄຳ່ຄືນຂອງວັນທີ 12 ກັນຍາ 2022 ຝົນຕົກຢ່າໜັກໜ່ວງ, ນຳ້ປ່າໄຫຼສຸເຮັດໃຫ້ຟາມໝູເສຍຫາຍຢ່າງຫຼວງຫຼາຍ, ເປັນຕົ້ນແມ່ນຫົວອາຫານໝູ, ຈຳນວນ 8 ພັນກ່ວາກິໂລ, ຮົ້ວອ້ອມຟາມໝູ, ໄດໄຟຟ້າ, ຈັກບົດຫ້ຍາ, ຈັກຊອຍຜັກ, ຈັກຕັດຫ້ຍາ, ຢາປົວພະຍາດສັດ, ເຂົ້າກິນ, ເຂົ້າເຮັດເຫຼົ້າ, ສາງເກັບມ້ຽນອາຫານ ແລະ ອຸປະກອນຮັບໃຊ້, ໃນນີ້ມີໜອງປາ 1 ໜອງ, ປ່ອຍປາຈຳນວນ 8 ຮ້ອຍກິໂລ, ທີ່ກ່າວມາແມ່ນເສຍຫາຍທັງໝົດ, ສະຫຼຸບຕີລາຄາຜົນເສຍຫາຍທັງໝົດຄິດເປັນມູນຄ່າ 185 ລ້ານກ່ວາກີບ. ສ່ວນໝູທີ່ລ້ຽງແມ່ນບໍ່ໄດ້ຮັບຜົນເສຍຫາຍ. ໝູທີ່ຍັງເຫຼືອແມ່ພັນຈຳນວນ 30 ໂຕ, ພໍ່ພັນຈຳນວນ 3 ໂຕ, ໝູຊີ້ນໝູນ້ອຍຍັງເຫຼືອທັງໝົດ 267 ໂຕ, ໃນຕໍ່ໜ້ານີ້ຈະໄດ້ປັບປຸງຄືນສະຖານທີ່ໆ ຖືກຜົນກະທົບ, ໃຫ້ດີຂື້ນກັບມາເປັນສະພາບເດີມ ແລະ ສືບຕໍ່ລ້ຽງໝູຕໍ່ໄປ. ເພື່ອສະໜອງຊີ້ນພາຍໃນເມືອງ, ແຂວງ ແລະ ສົ່ງອອກຕ່າງປະເທດ.

ຈາກນັ້ນ​ ທ່ານ ພວງສະຫັວດ ພົມມາສີ ຮອງຫົວໜ້າພະແນກ ກະສິກຳ ແລະ ປ່າໄມ້ແຂວງ ໄດ້ສະແດງຄວາມຊົມເຊີຍຕໍ່ ທ່ານ ທອງປະເສີດ ວິໄລພວງ ຄອບຄົວຕົວແບບໃນການລ້ຽງໝູພັນຊີ້ນ, ທີ່ມີຄວາມດຸໝັ່ນສ້າງອາຊີບເສີມປູກຝັງ ແລະ ລ້ຽງສັດ, ສ້າງລາຍໄດ້ໃຫ້ຄອບຄົວຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ ແລະ ໃຫ້ສືບຕໍ່ປັບປຸງຟາມລ້ຽງໝູກັບຄືນສູ່ສະພາບເດີມ. ຕອນທ້າຍເພີ່ນຍັງໄດ້ມອບເງີນຈຳນວນ 2 ລ້ານກີບ, ໃຫ້ຄອບຄົວດັ່ງກ່າວ, ເພື່ອນຳໄປ ຊື້ຫົວອາຫານ ແລະ ຢາປົວພະຍາດໝູ ນຳອີກ.

ບັນນາທິການ: ນາງ ພວງວັນ ມີວົງສາ

ພາບ-ຂ່າວ: ຄຳພະແກ້ວ ອິນທະວົງ