ການນຳພະແນກລົງຊຸກຍູ້ ແລະ ສົ່ງເເສີມການຜະລິດລະດູຝົນ ຢູ່ເມືອງຊຽງຄໍ້ ແຂວງຫົວພັນ.

ໃນວັນ ທີ 9 – 10 ກັນຍາ 2022 ການ​ນຳ​ພະ​ແນກ​ກະ​ສິ​ກຳ ແລະ ປ່າ​ໄມ້​ແຂວງ​ຫົວ​ພັນ, ນຳ​ໂດຍ​ທ່ານ ໄຈເພັດ ເຮືອງຖາວອນ ຮັກສາການຫົວ​ໜ້າ​ພະ​ແນກ​ກະ​ສິ​ກຳ ແລະ ປ່າ​ໄມ້​ແຂວງ, ທ່ານ ວົງສຸກ ໄຊສິນທອງ ຮອງເຈົ້າເມືອງຊຽງຄໍ້, ທ່ານ ສີວຽງຊຳ ແພງພົມມາ ຫົວ​ໜ້າ​ຂະ​ແໜງ​ປູກຝັງ ແລະ ມີ​ວິ​ຊາ​ການ​ທີ່​ກ່ຽວ​ຂ້ອງ​ຂັ້ນ​ແຂວງ, ເມືອງ, ອຳ​ນາດ​ການ​ປົກ​ຄອງ​ບ້ານ ເຂົ້າຮ່ວມນຳ.

ໂດຍ​ໄດ້​ຮັບ​ການ​ລາຍ​ງານ​ຈາກ​ທ່ານ ຄຳນິ່ງ ບຸນພະໄຊ ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ ເມືອງຊຽງຄໍ້ ໃຫ້ຮູ້ວ່າ: 4 ບ້ານ ປູກອ້ອຍ ແລະ 32 ບ້ານ ປູກມັນຕົ້ນ, ຈະເກັບກູ້ຜົນຜະລິດ ແລະ ຂາຍອອກໃນທ້າຍລະດູຝົນນີ້. ສະເພາະປູກອ້ອຍມີ: ບ້ານຮັບ, ບ້ານບາວ, ພຽງຍຳ ແລະ ບ້ານນາຂາມ. ປູກໃນເນື້ອທີ່ 10 ກ່ວາເຮັກຕາ, ຜົນຜະລິດ 1 ເຮັກຕາ/90ໂຕນກ່ວາ. ຄາດວ່າ 4 ບ້ານຈະໄດ້ຜົນຜະລິດອ້ອຍ 900 ກ່ວາໂຕນ. ທັງໝົດນີ້ແມ່ນພໍ່ຄ້າຈາກປະເທດຈີນເປັນຜູ້ລົງທຶນ ແລະ ເກັບຊື້ນຳປະຊາຊົນໃນລາຄາ 1 ໂຕນ/ 1 ແສນ 95 ພັນກີບ. ສ່ວນມັນຕົ້ນ: ມີ 32 ບ້ານຂອງເມືອງ, ປູກໃນເນື້ອທີ່ 3 ຮ້ອຍ 43 ເຮັກຕາ 1 ເຮັກຕາ/ 20 ໂຕນ, ນັກທຸລະກິດຈາກປະເທດຫວຽດນາມເປັນຜູ້ລົງທຶນແນວພັນ ແລະ ເກັບຊື້ໃນລາຄາ 500 ກີບ/1ກິໂລ.

ຈາກນັ້ນ​ ທ່ານໄຈເພັດ ເຮືອງຖາວອນ ຮັກສາການຫົວໜ້າພະແນກ ກະສິກຳ ແລະ ປ່າໄມ້ແຂວງ ໄດ້ສະແດງຄວາມຊົມເຊີຍຕໍ່ອຳນາດການປົກຄອງທ້ອງຖີ່ນ ທີ່ໄດ້ຊຸກຍູ້ ແລະ ສົ່ງເສີມໃຫ້ຊາວກະສິກອນທີ່ມີຄວາມດຸໝັ່ນສ້າງອາຊີບເສີມປູກຝັງ ແລະ ລ້ຽງສັດ, ສ້າງລາຍໄດ້ໃຫ້ຄອບຄົວຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ, ຕອນທ້າຍເພີ່ນຍັງໄດ້ມອບແນວພັນພືດສວນຄົວຈຳນວນ 500 ຊອງ ແລະ ເງີນຈຳນວນ 3 ລ້ານກີບໃຫ້ຫ້ອງການກະສິກຳ ແລະ ປ່າໄມ້ເມືອງຊຽງຄໍ້, ເພື່ອນຳໄປ ປູກທົດແທນ ເຂົ້ານາທີ່ຖືກເສຍຫາຍດິນເຊາະເຈື່ອນຈາກໄພທຳມະຊາດຝົນຕົກໜັກໃນລະຫ່ວາງວັນທີ 26-28 ສິງຫາ 2022 ນຳອີກ.

ບັນນາທິການ: ນາງ ພວງວັນ ມີວົງສາ

ພາບ-ຂ່າວ: ຄຳພະແກ້ວ ອິນທະວົງ