ການນຳພະແນກລົງຊຸກຍູ້ ແລະ ກວດກາພື້ນທີ່ໄດ້ຮັບຜົນກະທົບຈາກໄພພິບັດທາງທຳມະຊາດ.

ໃນ​ລະ​ຫ່​ວາງວັນ​ທີ 9 – 10 ກັນຍາ 2022 ການ​ນຳ​ພະ​ແນກ​ກະ​ສິ​ກຳ ແລະ ປ່າ​ໄມ້​ແຂວງ​ຫົວ​ພັນ, ນຳ​ໂດຍ​ທ່ານ ໄຈເພັດ ເຮືອງຖາວອນ ຮັກສາການຫົວ​ໜ້າ​ພະ​ແນກ​ກະ​ສິ​ກຳ ແລະ ປ່າ​ໄມ້​ແຂວງ, ທ່ານ ວົງສຸກ ໄຊສິນທອງ ຮອງເຈົ້າເມືອງຊຽງຄໍ້, ທ່ານ ສີວຽງຊຳ ແພງພົມມາ ຫົວ​ໜ້າ​ຂະ​ແໜງ​ປູກຝັງ ແລະ ມີ​ວິ​ຊາ​ການ​ທີ່​ກ່ຽວ​ຂ້ອງ​ຂັ້ນ​ແຂວງ, ເມືອງ, ອຳ​ນາດ​ການ​ປົກ​ຄອງ​ບ້ານ ເຂົ້າຮ່ວມນຳ.

ໂດຍ​ໄດ້​ຮັບ​ການ​ລາຍ​ງານ​ຈາກ​ທ່ານ ຄຳນິ່ງ ບຸນພະໄຊ ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ ເມືອງຊຽງຄໍ້ ມີ 3 ໜ້າວຽກໃຫ່ຍຄື:: 1/ວຽກງານປູກຝັງ. ເນື່ອງຈາກຝົນຕົກໜັກ ໃນລະຫ່ວາງວັນທີ 26-28 ສິງຫາ 2022 ເຮັດໃຫ້ເກີດນຳ້ປ່າໄຫຼຊຸ ໃສ່ພື້ນທີ່ທຳການຜະລິດຂອງຊາວກະສິກອນ ໃນຂອບເຂດເມືອງຊຽງຄໍ້ ເຊີ່ງໄດ້ຮັບຜົນກະທົບທັງໝົດ 31 ບ້ານ, ເນື້້ອທີ່ນາ 73 ກ່ວາເຮັກຕາ, ເຂົ້າໄຮ່ 8 ກ່ວາເຮັກຕາ, ໄຮ່ສາລີ 21 ກ່ວາເຮັກຕາ 2/ ວຽກງານລ້ຽງສັດ. ເຊີ່ງໄດ້ຮັບຜົນກະທົບ 14 ບ້ານ, ໃນນີ້ໜອງປາຖືກຜົນກະທົບ 117 ໜອງ, ຈຳນວນປາປ່ອຍ 818 ກິໂລ, ງົວຄວາຍເສຍຫາຍຈຳນວນ 4 ໂຕ. 3/ ວຽກງານຊົນລະປະທານ. ໄດ້ຮັບຜົນກະທົບທັງໝົດ 7 ບ້ານ, ໃນນັ້ນຄອງເໝືອງເປ່ເພຖືກຜົນກະທົບຈຳນວນ 31 ຈຸດ, ຄວາມຍາວຄອງເໝືອງ 1 ພັນ 831 ເເມັດ, ທັງໝົດນີ້ ແມ່ນເວົ້າລວມທົ່ວເມືອງຊຽງຄໍ້, ເວົ້າສະເພາະ ແມ່ນໂຄງການຊົນລະປະທານ ຫ້ວຍສານ-ບ້ານບາວ, ເຊີ່ງໄດ້ຮັບຜົນກະທົບຈຳນວນ 5 ບ້ານຄື: ບ້ານພຸກ, ບ້ານລູບ, ສົບສານ, ບ້ານແສ້ ແລະ ບ້ານບາວ. ບໍ່ມີນຳ້ເຂົ້າໃສ່ນາໃນເນື້ອທີ່ 54 ເຮັກຕາ.

ຈາກນັ້ນ​ການ​ນຳພະແນກ​ສົມ​ທົບ​ກັບ​ ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ​ຂອງ​ເ​ມືອງ, ໄດ້ລົງກວດກາຕົວຈິງເຫັນວ່າຄວາມເສຍຫາຍດັ່ງກ່າວມີຜົນກະທົບຫຼາຍສົມຄວນ, ສະນັ້ນ ທ່ານ ໄຈເພັດ ເຮືອງຖາວອນ ຮັກສາການຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ ຈິ່ງໄດ້ລົງກວດກາ ກັບພາກສ່ວນທີ່ກ່ຽວຂ້ອງ ຂອງເມືອງ ເພື່ອເຮັດໃຫ້ຜົນກະທົບທີ່ຖືກເສຍຫາຍໄດ້ພື້ນຟູ ສ້ອມແປງຄືນ ອັ່ນຮີບດ່ວນເພື່ອຈະໄດ້ຂື້ນແຜນງົບປະມານແກ້ໄຂສຸກເສີນ ແລະ ຟື້ນຟູສ້ອມແປງຫຼັງຝົນ. ໃຫ້ທ່ວງທັນກັບລະດູການ ໃນປີ 2022ນີ້.

ບັນນາທິການ: ນາງ ພວງວັນ ມີວົງສາ

ພາບ-ຂ່າວ: ຄຳພະແກ້ວ ອິນທະວົງ