ພະແນກກະສິກຳ ແລະ ປ່າໄມ້ແຂວງຫົວພັນ ສຳເລັດພິທີ ປະກາດການປັບປຸງກົງຈັກການຈັດຕັ້ງ.

ຕອນເຊົ້າວັນທີ 2 ກັນຍາ 2022  ພະແນກກະສິກຳ ແລະ ປ່າໄມ້ແຂວງ ຈັດພິທີ ປະກາດການ ການຈັດຕັ້ງ ຂຶ້ນທີ່ຫ້ອງປະຊຸມພະແນກກະສິກຳ ແລະ ປ່າໄມ້ ແຂວງ ໂດຍ ການເປັນປະທານ ຂອງທ່ານ ຮິນທອງ ດວງຈັນສຸກ ຄະນະ ປະຈຳພັກແຂວງ ປະທານກວດກາ ພັກ – ລັດແຂວງ, ທ່ານ ໄຈເພັດ ເຮືອງຖາວອນ ຮັກສາການຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ, ບັນດາທ່ານຈາກພາກສ່ວນກ່ຽວຂ້ອງຂອງແຂວງ, ມີການນຳພະແນກ, ຂະແໜງການທີ່ຂຶ້ນກັບພະແນກ ບັນດາທ່ານ ການນຳ ຫ້ອງການກະສິກຳ ແລະ ປ່າໄມ້ ເມືອງ ຕະຫຼອດຮອດພະນັກງານລັດຖະກອນພາຍໃນພະແນກເຂົ້າຮ່ວມທັງໝົດ 100 ກວ່າທ່ານ.

ໃນກອງປະຊຸມຜູ້ຕາງໜ້າຄະນະຈັດຕັ້ງແຂວງທ່ານ ນາງ ແພງພາສຸກ ແກ້ວບົວສະໄໝ ຮອງຄະນະຈັດຕັ້ງແຂວງ, ໄດ້ຜ່ານ ຂໍ້ຕົກລົງ ຂອງທ່ານເຈົ້າແຂວງ ສະບັບ ເລກທີ 1058/ ຈຂ ຫພ ລົງວັນທີ 22 ສິງຫາ 2022 ວ່າດ້ວຍການແຕ່ງຕັ້ງ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ ໂດຍແຕ່ງຕັ້ງ ທ່ານ ບຸນພອນ ບຸດພະຈັນ ຫົວໜ້າຂະແໜງແຜນການ ແລະ ການເງີນ, ເປັນຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ (ຈັດເຂົ້າຕຳ່ແໜ່ງບໍລິຫານປະເພດ 4 ຕາມດຳລັດ 203/ລບ).

ຕອນທ້າຍພິທີ ທ່ານຮິນທອງ ດວງຈັນສຸກ ປະທານກອງປະຊຸມ ມີຄຳເຫັນໂອ້ລົມ ພະນັກງານ ລັດຖະກອນຫຼາຍບັນຫາ ເປັນຕົ້ນແມ່ນ ໃຫ້ເຂົ້າໃຈວ່າ ການປັບປຸງສັບຊ້ອນການຈັດຕັ້ງ ຖືເປັນວຽກປົກກະຕິຂອງການຈັດຕັ້ງ ໂດຍປະຕິບັດຕາມຫຼັກການລວມສູນປະຊາທິປະໄຕ, ເຮັດຕາມຂັ້ນຕອນ ແລະ ລະບຽບການ; ເພື່ອຜັນຂະຫຍາຍ 2 ວາລະແຫ່ງຊາດ ໃຫ້ຄະນະພັກເອົາໃຈໃສ່ ສຶກສາອົບຮົມການເມືອງແນວຄິດ, ປັບປຸງແບບແຜນວິທີການເຮັດວຽກ, ເຮັດວຽກເປັນໝູ່ຄະນະ, ເປັນແບບຢ່າງໃຫ້ມະຫາຊົນ, ເຮັດວຽກງານໃຫ້ຖືກຕ້ອງລະບຽບຫຼັກການ, ຖືກຕ້ອງຕາມເຕັກນິກວິຊາການ, ການສັບຊ້ອນພະນັກງານໃຫ້ເໝາະສົມກັບຕຳແໜ່ງງານ ແລະ ຖືກຕ້ອງຕາມວິຊາສະເພາະທີ່ຕົນເອງໄດ້ຮຽນມາ, ເຮັດວຽກງານໃຫ້ສອດຄ່ອງ ແລະ ມີຄວາມສຳເລັດຕາມແຜນການທີ່ວາງໄວ້ ແລະ ສົ່ງເສີມການປູກ – ການລ້ຽງ ຜະລິດຫຼາຍໃຫ້ກາຍເປັນສິນຄ້າ ຜະລິດເປັນຈຸດສຸມ ແນໃສ່ຕອບສະໜອງໃຫ້ພຽງພໍກັບຄວາມຮຽກຮ້ອງຕ້ອງການຂອງທ້ອງຕະຫຼາດ ເພື່ອເປັນການສ້າງລາຍຮັບໃຫ້ປະຊາຊົນ ໃຫ້ຫຼຸດພົ້ນອອກຈາກ ຄວາມທຸກຍາກເທື່ອລະກ້າວ.

 

ພາບ-ຂ່າວ: ຄຳພະແກ້ວ ອິນທະວົງ