ແຂວງຫົວພັນ ສະຫຼຸບ ວຽກງານລົງທຶນພາກເອກະຊົນ ພາຍໃນ ແລະ ຕ່າງປະເທດ ໃນຂົງເຂດວຽກງານກະສິກຳ ແລະ ປ່າໄມ້.

ທີ່ຫ້ອງປະຊຸມ ຕຶກສຳນັກງານ ຫ້ອງວ່າການຫຼັງເກົ່າແຂວງຫົວພັນ, ພະແນກກະສິກຳ ແລະ ປ່າໄມ້ ໄດ້ສະຫຼຸບຕີລາຄາການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານ ການລົງທຶນພາກເອກະຊົນ ພາຍໃນ ແລະ ຕ່າງປະເທດໄລຍະຜ່າມມາ ແລະ ວາງທິດທາງແຜນການ 6 ເດືອນທ້າຍປີ 2022 ໂດຍການເປັນປະທານ ຂອງທ່ານ ພອນສຸກ ອິນທະວົງ ຮອງເຈົ້າແຂວງຫົວພັນ, ທ່ານ ໄຈເພັດ ເຮືອງຖາວອນ ຮັກສາການຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ, ມີທ່ານ ການນຳເມືອງ 10 ເມືອງ, ການນຳຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ແລະ ນັກທຸລະກິດພາຍໃນ ແລະ ຕ່າງປະເທດ, ຂະແໜງການທີ່ກ່ຽວຂ້ອງ ເຂົ້າຮ່ວມ 80 ກ່ວາທ່ານ.

ໃນພິທີ ທ່ານ ໄຈເພັດ ເຮືອງຖາວອນ ຮັກສາການຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງ  ໄດ້ຜ່ານບົດສະຫຼຸບຕີລາຄາຄວາມຄືບໜ້າ ແລະ ແຜນ 6 ເດືອນທ້າຍປີ 2022 ການລົງທຶນຂອງພາກເອກະຊົນ ພາຍໃນ ແລະ ຕ່າງປະເທດ ໄລຍະຜ່ານມາ ໂດຍ ອົງການປົກຄອງແຂວງ ໄດ້ກຳນົດເອົາວຽກງານ ກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດເປັນຕົ້ນການປູກ-ການລ້ຽງ ເປັນໜື່ງໃນ 5 ທ່າແຮງ ໂດຍກຳນົດນະໂຍບາຍທີ່ສອດຄ່ອງກັບເງື່ອນໄຂ ແລະ ທ່າແຮງຂອງທ້ອງຖິ່ນ ຮາກຖານການຜະລິດ ເປັນຕົ້ນແມ່ນຍຸດທະສາດການພັດທະນາ ກະສິກຳ ແລະ ປ່າໄມ້ ຮອດປີ 2025 ແລະ ວິໄສທັດ ຮອດປີ 2030 ແລະ ແຜນພັດທະນາກະສິກຳ, ປ່າໄມ້ 5 ປີ ຄັ້ງທີ່ 9 ປີ 2021-2025. ທ່ານ ບຸນພອນ ບຸດພະຈັນ ຫົວໜ້າຂະແໜງແຜນການ ແລະ ການເງີນ, ຂື້ນຜ່ານບົດສະເໜີ ແຜນການຈັດຕັ້ງປະຕິບັດ ວາລະແຫ່ງຊາດກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ທີ່ຕິດພັນກັບຂະແໜງການກະສິກຳ ແລະ ປ່າໄມ້, ໃນໄລຍະທີ່ຜ່ານມາອຳນາດການປົກຄອງແຂວງ, ໄດ້ເອົາໃຈໃສ່ນຳພາ-ຊີ້ນຳ ໃນຂົງເຂດກະສິກຳ ແລະ ປ່າໄມ້ ໂດຍເລັ່ງໃສ່ການພັດທະນາວຽກງານກະສິກຳໃຫ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ສາມາດຜະລິດ ເພື່ອຄໍ້າປະກັນທາງດ້ານສະບຽງອາຫານ, ການສະໜອງເຂົ້າກິນພາຍໃນໄດ້ໂດຍພື້ນຖານ, ມີສ່ວນແຮໄວ້ ແລະ ຂາຍເປັນສິນຄ້າ, ໄດ້ປະກອບສ່ວນແກ້ໄຂຊີວິດການເປັນຢູ່ ແລະ ຫຼຸດຜ່ອນຄວາມທຸກຍາກໄດ້ເທື່ອລະກ້າວ. ຕົວແທນນັກທຸລະກິດ ຂື້ນຜ່ານ ບົດສະຫຼຸບການສົ່ງເສີມປູກກາເຟ ຂອງບໍລິສັດ ຢູນີ້ ຄ໋ອບຟີ. ການປະຕິບັດວຽກງານສົ່ງເສີມຜະລິດກາເຟ ຂອງສະຫະກອນກາເຟວັນໃໝ່. ຜ່ານບົດສະເໜີການລ້ຽງໝູພັນຊີ້ນເປັນສິນຄ້າ ຢູ່ບ້ານສົບສານ, ເມືອງຊຽງຄໍ້. ບົດສະເໜີການເຄື່ອນໄຫວຂອງສະມາຄົມນັກທຸລະກິດໜຸ່ມ ຜ່ານນະໂຍບາຍສົ່ງເສີມການລົງທືນຢູ່ແຂວງຫົວພັນ ແລະ ຂໍ້ຕົກລົງວ່າດ້ວຍການຍ້ອງຍໍ ບັນດາຫົວໜ່ວຍທຸລະກິດທີ່ມີຜົນງານດີເດັ່ນໃນການສົ່ງເສີມ ແລະ ພັດທະນາ ວຽກງານກະສິກຳ ແລະ ປ່າໄມ້ 10 ເມືອງທົ່ວແຂວງຈຳນວນ 43 ໃບ.ຈາກນັ້ນທີ່ປະຊຸມຍັງໄດ້ປະກອບຄຳຄິດເຫັນກົງໄປກົງມາ, ເພື່ອເຮັດໃຫ້ວຽກງານການປູກ-ການລ້ຽງ ແລະ ຜະລິດເປັນສິນຄ້າໃຫມີບາດກ້າວຂະຫຍາຍຕົວໃນຕໍ່ໜ້າ.

ທ່ານ ພອນສຸກ ອິນທະວົງ ຮອງເຈົ້າແຂວງຫົວພັນ. ກ່າວສະແດງຄວາມຊົມເຊີຍຕໍ່ຄວາມຮັບຜິດຊອບຂອງບັນດາທ່ານ, ທີ່ໄດ້ສະຫຼບການຈັດຕັ້ງປະຕິບັດວຽກງານການປູກ ແລະ ການລ້ຽງ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນທ້າຍປີ 2022 ຕິດພັນກັບແຜນການຈັດຕັ້ງປະຕິບັດວາລະແຫ່ງຊາດ ແລະ ການແກ້ໄຂຄວາມຍຸ້ງທາງດ້ານເສດຖະກິດ-ການເງີນ, ໃນຂົງເຂດກະສິກຳທີ່ມີຜົນສຳເລັດເປັນຢ່າງດີ ແລະ ເພີ່ນໄດ້ເໜັ້ນໜັກບາງຕອນວ່າ:1/. ທາງອອກກົນໄກທາງດ້ານການລົງທຶນແຂວງໄດ້ມີນິຕິກຳລຸ່ມກົດໝາຍ ປັບປຸງຄືນບາງຈຸດ ແລະ ເຜີຍແຜ່ໃຫ້ທົ່ວເຖີງ 2/. ການຈັດຕັ້ງຄຸ້ມຄອງບັນດາຫົວໜ່ວຍທຸລະກິດໄດ້ມີການມອບໂອນໃຫ້ຂັ້ນເມືອງ, ທັງສິດ ແລະ ຄວາມຮັບຜິດຊອບຂອງແຕ່ລະຄົນຢ່າງຈະແຈ້ງ 3/. ຢາກໃຫ້ມີການຄົ້ນຄ້ວາຂະຫຍາຍກິດຈະການກ່ຽວກັບການຜະລິດເປັນສິນຄ້າ ເພື່ອກຸ້ມຕົນເອງ, ທົດແທນການນຳເຂົ້າ ແລະ ສາມາດສົ່ງອອກໃຫ້ຫຼາຍຂື້ນ 4/ ວິຊາການດ້ານກະສິກຳ ຕ້ອງຍົກສູງຄວາມຮັບຜິດຊອບທາງດ້ານວິຊາສະເພາະ ແລະ ຂະຫຍາຍແນວພັນພືດ, ແນວພັນສັດໃຫ້ແທດເໝາະກັບຄວາມຕ້ອງການຂອງທ້ອງຖິ່ນ 5/. ສະເໜືຄົ້ນຄ້ວາໃຫ້ມີສູນປົວພະຍາດສັດເຫັນວ່າມີຄວາມຈຳເປັນ.

ພາບ-ຂ່າວ: ທ່ານ ຄຳພະແກ້ວ ອິນທະວົງ

ຕິດຕໍ່ໂທ: 020 5593 7535