ແຂວງຫົວພັນ ສືບຕໍ່ແກ້ໄຂບັນຫາຄວາມທຸກຍາກຂອງປະຊາຊົນ ແລະ ວຽກງານໂພສະນາການ

ທີ່ຫ້ອງປະຊຸມຫໍວັດທະນະທໍາແຂວງຫົວພັນ, ໂຄງການຫຼຸດຜ່ອນຄວາມທຸກຍາກ ແລະ ຂາດໂພສະນາການໃນເຂດຊົນນະບົດ ໄດ້ສະຫຼຸບຕີລາຄາການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານໄລຍະຜ່າມມາ ແລະ ວາງທິດທາງແຜນການ ທ້າຍປີ 2022 ໂດຍການເປັນປະທານ ຂອງທ່ານ ພອນສຸກ ອິນທະວົງ ຮອງເຈົ້າແຂວງຫົວພັນ, ທ່ານ ຄິ່ນ ທຸມມາລາ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ, ມີທ່ານ ຮອງເຈົ້າເມືອງ 4 ເມືອງ, ຜູ້ຊີ້ນໍາວຽກງານຂອງໂຄງການ, ຫ້ອງການກະສີກຳ ແລະ ປ່າໄມ້ 4 ເມືອງ ຄື: ເມືອງຫົວເມືອງ, ຊໍາໃຕ້, ເມືອງກັວນ, ເມືອງຊ່ອນ ແລະ ວິຊາການຂອງໂຄງການ ເຂົ້າຮ່ວມ 20 ກ່ວາທ່ານ.

ໃນພິທີ ທ່ານ ໄມພຽງ ມາດາຈິດ ຫົວໜ້າຂະແໜງພັດທະນາຊົນນະບົດ ແລະ ສະຫະກອນ ໄດ້ຜ່ານບົດສະຫຼຸບຕີລາຄາຄວາມຄືບໜ້າ ແລະ ແຜນ 6 ເດືອນທ້າຍປີ 2022 ຂອງໂຄງການ,ຫຼຸດຜ່ອນຄວາມທຸກຍາກ ແລະ ຂາດໂພສະນາການໃນເຂດຊົນນະບົດ ໄລຍະຜ່ານມາ ໂດຍໄດ້ຍົກໃຫ້ເຫັນດ້ານດີຜົນງານທີ່ຈັດຕັ້ງປະຕິບັດໄດ້ ເປັນຕົ້ນແມ່ນໂຄງການໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດ ເພື່ອປະກອບສ່ວນເຂົ້າໃນການປັບປຸງໂພສະນາການໃນເຂດຊົນນະບົດ ໂດຍການໃຫ້ເງີນອູດໜູນແມ່ຍິງຖືພາ ແລະ ແມ່ລູກອ່ອນທີ່ມີລູກບໍ່ເກີນ 2 ປີ, ໃນນັ້ນຜູ້ປະສານງານຍັງໄດ້ຜ່ານບົດລາຍງານຄວາມຄືບໜ້າວຽກງານ ຫຼື ຜົນການທົບທວນຄືນຂອງໂຄງການ ໃນໄລຍະກາງສະໄໝ ສົກປີ 2019-2022, ຈາກນັ້ນທີ່ປະຊຸມຍັງໄດ້ປະກອບຄຳຄິດເຫັນກົງໄປກົງມາ, ເພື່ອສືບຕໍ່ວາງແຜນຈັດຕັ້ງປະຕິບັດໂຄງການຫຼຸດຜ່ອນຄວາມທຸກຍາກ ແລະ ຂາດໂພສະນາການໃນເຂດຊົນນະບົດໃຫ້ໄດ້ຕາມຄາດໝາຍທີ່ວາງໄວ້, ສໍາລັບແຜນການໃນຕໍ່ໜ້າ ໂຄງການດັ່ງກ່າວຍັງຈະໄດ້ສືບຕໍ່ເຄື່ອນໄຫວ ແລະ ຈັດຕັ້ງປະຕິບັດບັນດາກິດຈະກຳ ເປັນຕົ້ນແມ່ນສືບຕໍ່ປັບປຸງຂໍ້ມູນຄວາມທຸກຍາກ ຕາມດຳລັດ 348/ລບ, ຢູ່ຂັ້ນບ້ານທີ່ຍັງບໍ່ທັນສຳເລັດ ແລະ ຈັດກອງປະຊຸມຮັບຮອງເອົາຂໍ້ມູນຄວາມທຸກຍາກຢູ່ຂັ້ນແຂວງ, ຂັ້ນເມືອງ ແລະ ຂັ້ນບ້ານ.

ທ່ານ ພອນສຸກ ອິນທະວົງ ຮອງເຈົ້າແຂວງຫົວພັນ. ກ່າວສະແດງຄວາມຊົມເຊີຍຕໍ່ຄວາມຮັບຜິດຊອບຂອງບັນດາທ່ານ, ນັບແຕ່ການກະກຽມ ແລະ ເຂົ້າຮ່ວມປະກອບຄຳຄິດ-ຄຳເຫັນ, ເພື່ອເປັນການສືບຕໍ່ຈັດຕັ້ງປະຕິບັດໂຄງການດັ່ງກ່າວໃຫ້ໄດ້ຮັບຜົນດີ ເພີ່ນໄດ້ເໜັ້ນໜັກບາງຕອນວ່າ:1/. ຕໍ່ກັບບົດສະຫຼຸບ ແລະ ແຜນການ ສະເໜີໃຫ້ຄະນະຮັບຜິດຊອບປັບປຸງໃຫ້ລະອຽດ ແລະ ມີຕົວເລກຊີ້ວັດ, 2/. ນໍາເອົາບັນດາຂໍ້ຄິດເຫັນຂອງຜູ້ແທນປະກອບໃສ່ຮ່າງບົດສະຫຼຸບ ແລະ ແຜນການ 3/. ນໍາເອົາເນື້ອໃນບົດບັນທຶກກອງປະຊຸມທີ່ວັງວຽງເປັນແຜນການສືບຕໍ່ຈັດຕັ້ງປະຕິບັດ 4/. ປັບປຸງຂອດປະສານງານ ແລະ ແບບແຜນວິທີເຮັດວຽກຂອງໂຄງການນັບແຕ່ຂັ້ນສູນກາງ, ແຂວງ, ເມືອງ ແລະ ຂັ້ນບ້ານ, ລະບົບຂໍ້ມູນຂ່າວສານໃຫ້ວ່ອງໄວ, ສະດວກ ແລະ ທັນເວລາ 5/. ເອົາໃຈໃສ່ແກ້ໄຂບັນຫາຫຼຸດຜ່ອນຄວາມທຸກຍາກຂອງປະຊາຊົນ ແລະ ວຽກງານໂພສະນາການ. ກອງປະຊຸມໄດ້ດຳເນີນເປັນເວລາ 1 ຕອນຂອງວັນທີ 11 ສິງຫາ 2022.

 

ພາບ-ຂ່າວ: ທ່ານ ຄຳພະແກ້ວ ອິນທະວົງ