ກອງປະຊຸມ ແຜນການຮ່ວມມືວຽກງານການປົກປັກຮັກສາປ່າໄມ້, ປ້ອງກັນ ແລະ ດັບມອດໄຟໄໝ້ລາມປ່າ ເຂດຊາຍແດນຫົວພັນ – ເຊີນລາ.

ກອງກວດກາພະແນກກະສິກຳ ແລະ ປ່າໄມ້, ໄດ້ຈັດກອງປະຊຸມປຶກຫາລືແລກປ່ຽນຄຳຄິດ-ຄຳເຫັນ, ສານຕໍ່ສາຍພົວພັນລະຫ່ວາງການຮ່ວມມື ລາວ-ຫວຽດນາມ, ຫວຽດນາມ-ລາວ, ຂື້ນທີ່ຫ້ອງປະຊຸມຫໍວັດວັດທະນາທຳ ຊັ້ນ 2 ໂດຍເປັນກຽດເຂົ້າຮ່ວມຝ່າຍລາວ ແມ່ນທ່ານ ໄຈເພັດ ເຮືອງຖາວອນ ຮັກສາການຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງຫົວພັນ, ພ້ອມດ້ວຍຄະນະ. ຝ່າຍຫວຽດນາມ ນຳໂດຍທ່ານ ຮ່າຍືເຫວ້ ຫົວໜ້າພະແນກກະສິກຳ ແລະ ພັດທະນາຊົນນະບົດແຂວງເຊີນລາ ພ້ອມດ້ວຍຫົວໜ້າກອງກວດກາປ່າໄມ້ເມືອງ 3 ເມືອງ, ເມືອງມາຍເຊີນ, ເມືອງຊົ່ງມ່າ ແລະ ເມືອງສົບກົບ, ຝ່າຍລາວ, ມີຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງ 4 ເມືອງ, ເມືອງສົບເບົາ, ເມືອງຊຽງຄໍ້, ເມືອງແອດ ແລະ ເມືອງຊ່ອນ ພ້ອມດ້ວຍພະນັກງານວິຊາການກອງກວດກາປ່າໄມ້ເຂົ້າຮ່ວມ ທັງໝົດ 20 ກ່ວາທ່ານ.
ສອງແຂວງໄດ້ຂື້ນຜ່ານບົດລາຍງານເພື່ອສືບຕໍ່ຈັດຕັ້ງປະຕິບັດແຜນການປະສານສົມທົບວຽກງານການປົກປັກຮັກສາຊັບພະຍາກອນປ່າໄມ້, ການປ້ອງກັນ ແລະ ສະກັດກັ້ນໄຟໄໝ້ລາມປ່າຢູ່ເຂດຊາຍແດນ 2 ແຂວງ (ຫົວພັນ-ເຊີນລາ) ແລະ ວາງທິດທາງແຜນການຮ່ວມມື ປີ 2023 ເພື່ອຮັບປະກັນຄວາມປອດໄພຂອງຊັບພະຍາກອນປ່າໄມ້ ແລະ ເສີມຂະຫຍາຍເສດຖະກິດດ້ານຊັບພະຍາກອນປ່າໄມ້ ປະກອບສ່ວນເຂົ້າໃນການພັດທະນາບ້ານໃນເຂດຊົນນະບົດ, ຮັບປະກັນເຮັດໃຫ້ 2 ແຂວງມີຄວາມສະຫງົບ ເສີມຂະຫຍາຍຄວາມສາມັກຄີໄມຕີຈິດ, ສັນຕິພາບ ແລະ ການຮ່ວມມືຮອບດ້ານ ລະຫ່ວາງ 2 ແຂວງ, 2 ພະແນກການ, ບັນດາເມືອງ ແລະ ບ້ານ, ໃນນີ້ວຽກງານຈັດຕັ້ງປະຕິບັດຮ່ວມກັນມີ 4 ໜ້າວຽກຕົ້ນຕໍ: 1/. ວຽກງານປະສານສົມທົບແລກປ່ຽນຂໍ້ມູນຂ່າວສານ. 2/. ວຽກງານປົກປັກຮັກສາຊັບພະຍາກອນປ່າໄມ້. 3/. ວຽກງານປ້ອງກັນ ແລະ ດັບມອດໄຟໄໝ້ລາມປ່າ. 4/. ການຝຶກອົບຮົມ ການປ້ອງກັນ, ສະກັດກັ້ນ ແລະ ດັບມອດໄຟໄໝ້ລາມປ່າ. ຈາກນັ້ນຝ່າຍລາວ ແລະ ຝ່າຍຫວຽດນາມພ້ອມກັນປະກອບຄຳຄິດ-ຄຳເຫັນຢ່າງກົງໄປກົງມາ ເພື່ອເຮັດໃຫ້ຮັບປະກັນຜົນປະໂຫຍດໃນໄລຍະຍາວ ປະຕິບັດໃຫ້ຖືກຕ້ອງຕາມກົດໝາຍ ສປປ ລາວ ແລະ ກົດໝາຍ ສສ ຫວຽດນາມໃນຂົງເຂດປົກປັກຮັກສາ ແລະ ພັດທະນາປ່າໄມ້ໃຫ້ມີຄວາມຍືນຍົງ. ໃນພິທີຍັງໄດ້ເຊັນບົດບັນທຶກຄວາມຮ່ວມມືລະຫ່ວາງພະແນກກະສິກຳ ແລະ ປ່າໄມ້ ແຂວງຫົວພັນ ແລະ ພະແນກກະສິກຳ ແລະ ພັດທະນາຊົນນະບົດເເຂວງເຊີນລາ.

ທ່ານ ໄຈເພັດ ເຮືອງຖາວອນ ໄດ້ສະແດງຄວາມຊົມເຊີຍ ແລະ ອ່ວຍໄຊໃຫ້ພອນອັ່ນປະເສີດສາຍພົວພັນຮ່ວມມືລາວ-ຫວຽດນາມ, ຫວຽດນາມ-ລາວ ເວົ້າລວມ, ເວົ້າສະເພາະພະແນກກະສິກຳ ແລະ ປ່າໄມ້ແຂວງຫົວພັນ ແລະ ພະແນກກະສິກຳ ແລະ ພັດທະນາຊົນນະບົດແຂວງເຊີນລາ. ຈົ່ງໝັ້ນຄົງນົງແກ່ນ ມີຄວາມຈະເລີນງອກງາມ  ພັດທະນາຢ່າງບໍ່ຢຸດຢັ້ງ.  ເພື່ອຢາກເຮັດໄດ້ ແລະ ແກ້ໄຂບັນຫາຂໍ້ຄົງຄ້າງໂດຍອິງຕາມທິດທາງແຜນການຂອງກອງກວດກາ 2 ແຂວງທີ່ໄດ້ວາງໄວ້ໃນໄລຍະຜ່ານມາ: 1/. ບັນຫາຂອດປະສານງານລະຫ່ວາງພະແນກກະສິກຳ ແລະ ປ່າໄມ້ 2 ແຂວງເວົ້າລວມ, ເວົ້າສະເພາະແມ່ນ 2 ກອງກວດກາ ໃຫ້ໜັກແໜ້ນ ແລະ ແໜ້ນແຟ້ນຂື້ນກ່ວາເກົ່າ 2/. ວຽກງານໂຄສະນາ ແລະ ແລກປ່ຽນຂໍ້ມູນຂ່າວສານ ຕໍ່ກັບການປະກອບຄຳຄິດ-ຄຳເຫັນ ເພື່ອປັບປຸງແກ້ໄຂໃນຕໍ່ໜ້າ, 3/. ການລາດຕາເວນ ແລະ ການປົກປັກຮັກສາຊັບພະຍາກອນປ່າໄມ້ ໄດ້ຖືຄວາມສຳຄັນກ່ຽວກັບການລາດຕາເວນລຽບຕາມຊາຍແດນ 4/. ວຽກງານປ້ອງກັນສະກັດກັ້ນ ແລະ ດັບມອດໄຟໄໝ້ລາມປ່າ, ຕິດຕາມຢ່າງໃກ້ສິດກັບປະຊາຊົນທີ່ມີການບຸກລຸກຖາງປ່າເຮັດໄຮ່, ຈູດປ່າ, ລຽບຕາມຊາຍແດນ, ໃຫ້ມີມາດຕາການລົງເຜີຍແຜ່ຂໍ້ມູນຂ່າວສານໃຫ້ປະຊາຊົນເຂົ້າໃຈຢ່າງຈະແຈ້ງ. 5/. ຄວາມສາມັກຄີປະຊາຊົນລາວ ແລະ ປະຊາຊົນຫວຽດນາມ ຢູ່ຕາມລຽບຊາຍແດນໃຫ້ມີຄວາມສາມັກຄີຢ່າງໜັກແໜ້ນ, ມີການແລກປ່ຽນບົດຮຽນໄປມາຫາສູ່ເຊີ່ງກັນ ແລະ ກັນ. ກອງປະຊຸມໄດ້ດຳເນີນເປັນເວລາ 1 ຕອນ ແລະ ສຳເລັດລົງຕອນແລງຂອງວັນທີ 28 ກັນຍາ 2022.

.

ບັນນາທິການ: ນ. ພວງວັນ ມີວົງສາ
ພາບ-ຂ່າວ: ຄຳພະແກ້ວ ອິນທະວົງ ນັກຂ່າວພະແນກກະສິກຳ ແລະ ປ່າໄມ້ແຂວງຫົວພັນ.