ເພ້ຍຈັກຈັ່ນສີນຳ້ຕານ ແລະ ສີຂຽວ ທຳລາຍເຂົ້ານາ ຂອງປະຊາຊົນບ້ານ ຫ້ວຍຫ້ອມ ເສຍຫາຍ 2 ກ່ວາເຮັກຕາ

 

  ວັນ​ທີ 12 ຕຸລາ 2022 ຂະແໜງປູກຝັງ ​ພະ​ແນກ​ກະ​ສິ​ກຳ ແລະ ປ່າ​ໄມ້​ແຂວງ​ຫົວ​ພັນ, ໄດ້ໄປກວດກາຕົວຈິງ ກ່ຽວກັບນາ ທີ່ຖືກຜົນກະທົບຈາກແມງໄມ້ ຈຳພວກເພ້ຍຈັກຈັ່ນ ຢູ່ບ້ານ ຫ້ວຍຫ້ອມ, ເມືອງຊຳເໜືອ, ແຂວງຫົວພັນ. ນຳ​ໂດຍ​ທ່ານ, ທ່ານ ສີວຽງຊຳ ແພງພົມມາ ຫົວໜ້າຂະແໜງປູກຝັງ, ທ່ານ ລິດທະສອນ ໄບຈະລີນ ຮອງຫົວໜ້າຂະແໜງ, ທ່ານ ແສງຈັນ ປະທານ ບ້ານ ຫ້ວຍຫ້ອມ,  ມີ​ວິ​ຊາ​ການ​ທີ່​ກ່ຽວ​ຂ້ອງ​ຂອງຂະແໜງ ແລະ ປະຊາຊົນພາຍໃນ​ບ້ານ ເຂົ້າຮ່ວມນຳ 20 ທ່ານ

.

ໂດຍ​ໄດ້​ຮັບ​ການ​ລາຍ​ງານ​ຈາກ​ທ່ານ ແສງຈັນ ປະທານບ້ານ ຫ້ວຍຫ້ອມ ມື້ວັນທີ 11 ຕຸລາ 2022ຂະແໜງປູກຝັງພະແນກກະສິກຳ ແລະ ປ່າໄມ້ແຂວງ ໄດ້ລົງສົມທົບກັບອຳນາດການປົກຄອງບ້ານ ຫ້ວຍຫ້ອມ ລົງກວດກາຕົວຈິງ ກ່ຽວກັບເຂົ້ານາ ທີ່ຖືກຜົນກະທົບຈາກແມງໄມ້ ຈຳພວກເພ້ຍຈັກຈັ່ນ ສີນຳ້ຕານ ແລະ ສີຂຽວ, ຈາກນັ້ນວິຊາການຂະແໜງປູກຝັງໄດ້ລົງແນະນຳວິທີປາບປາມ ແລະ ຊ່ວຍປະຊາຊົນປາບເພ້ຍຈັກຈັ່ນທຳລາຍເຂົ້ານາຢູ່ບ້ານດັ່ງກ່າວ. ເຂົ້ານາທີ່ຖືກຜົນກະທົບ ມີເນື້ອທີ່ 9 ກ່ວາເຮັກຕາ, ມີຈຳນວນ 20 ຄອບຄົວ, ເສຍຫາຍທີ່ບໍ່ສາມາດກອບກູ້ຄືນ ຈຳນວນ 7 ຄອບຄົວ ມີເນື້ອທີ່ 2 ກ່ວາເຮັກຕາ  ຜົນຜະລິດເສຍຫາຍ 9 ໂຕນ, ຄິດເປັນເງີນເກືອບ 50 ລ້ານກີບ.

ໃນນີ້ຂະແໜງປູກຝັງ ພະແນກກະສິກຳ ແລະ ປ່າໄມ້ແຂວງ ໄດ້ນຳເອົາອຸປະກອນ ແລະ ຢາປາບແມງໄມ້ເປັນຕົ້ນແມ່ນ ຖັງສີດຢາ, ເຄື່ອງນຸ່ງປ້ອງກັນ, ຢາປາບແມງໄມ້ ແລະ ຢາປາບເພ້ຍ, ບົ້ງ, ລວມມູນຄ່າເກືອບ 4 ລ້ານກີບ.

ບັນນາທິການ; ນ ພວງວັນ ມີວົງສາ

ພາບ-ຂ່າວ; ຄຳພະແກ້ວ ອິນທະວົງ