ພະແນກກະສິກຳ ແລະ ປ່າໄມ້ແຂວງ ຈັດກອງປະຊຸມຝຶກອົບຮົມ ວຽກງານການມີສ່ວນຮ່ວມຂອງຊຸມຊົນ ແລະ ວຽກງານພັດທະນາຊີວິດການເປັນຢູ່

ວັນທີ 27 – 31 ຕຸລາ 2022 ພະແນກກະສິກຳ ແລະ ປ່າໄມ້ແຂວງຫົວພັນ ສຳເລັດຝຶກອົບຮົມ ກ່ຽວກັບວຽກງານການມີສ່ວນຮ່ວມຂອງຊຸມຊົນ ແລະ ວຽກງານພັດທະນາຊີວິດການເປັນຢູ່ຂອງ ໂຄງການ ພູມີທັດ ແລະ ຊີວິດການເປັນຢູ່ຂອງປະຊາຊົນລາວ, ໂດຍ ເປັນປະທານຂອງທ່ານ ສຸນິລັກ ຄຳວົງສາ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ, ມີຜູ້ຕາງໜ້າຈາກກົມປ່າໄມ້, ກົມສົ່ງເສີມກະສິກຳ ແລະ ສະຫະກອນ, ຜູ້ປະສານງານຂັ້ນແຂວງ, ເມືອງ, ຕາງໜ້າສະຫະພັນແມ່ຍິງເມືອງ, ແນວໂຮມເມືອງ, ຊາວໜຸ່ມເມືອງ, ຜູ້ຮັບຜິດຊອບວຽກງານສິ່ງແວດລ້ອມແຂວງ ແລະ ເມືອງ, ຊ່ຽວຊານພາຍໃນ ແລະ ວິຊາການເຂົ້າຮ່ວມ 24 ຄົນ, ຍິງ 8 ຄົນ.

ຈຸດປະສົງຝຶກອົບຮົມແມ່ນເພື່ອສ້າງຄວາມອາດສາມາດໃຫ້ພະນັກງານຮັບຜິດຊອບວຽກງານສິ່ງແວດລ້ອມ ແລະ ສັງຄົມ, ພັດທະນາຊີວິດການເປັນຢູ່ຂອງໂຄງການຂັ້ນເມືອງ, ເພື່ອເປັນການເກັບກຳຂໍ້ມູນເພີ່ມເຕີມ ແລະ ປະຕິບັດຕາມຄຳແນະນຳຂອງຄະນະປະສານງານ ຂອງທະນາຄານໂລກໃນການສ້າງແຜນດຳເນີນງານຂອງຊຸມຊົນ, ແຜນສິ່ງແວດລ້ອມ ແລະ ສັງຄົມ ຂອງໂຄງການພູມີທັດ ແລະ ຊີວິດການເປັນຢູ່ຂອງປະຊາຊົນລາວ. ນັກສຳມະນາກອນໄດ້ຮຽນຮູ້ການຝຶກອົບຮົມຂອງຊຸມຊົນ, ແນະນຳກ່ຽວກັບການເຜີຍແຜ່ຂໍ້ມູນຂັ້ນບ້ານ, ຮູບແບບ ແລະ ວິທີການຈັດຕັ້ງປະຕິບັດວຽກງານປັບປຸງຊີວິດການເປັນຢູ່ຂອງຊາວບ້ານ ແລະ ການຮ່ວມມືກັບໂຄງການພູມີທັດ ແລະ ຊີວິດການເປັນຢູ່ຂອງປະຊາຊົນ, ການຄັດເລືອກເອົາ 10 ຄົວເຮືອນທີ່ທຸກຍາກທີ່ສຸດເພື່ອກອງທຶນຊີວິດການເປັນຢູ່, ຮູບແບບການສົ່ງເສີມຂອງໂຄງການຕໍ່ຊາວກະສິກອນທີ່ຫ້າວຫັນ ແລະ ສົນໃຈເຕັກນິກໃໝ່, ການສຳຫຼວດຂໍ້ມູນຊັບພະຍາກອນ ແລະ ເສດຖະກິດສັງຄົມ.

ທ່ານ ສຸນິລັກ ຄຳວົງສາ ໄດ້ສະແດງຄວາມຊົມເຊີຍມາຍັງນັກສຳມະນາກອນ ທີ່ມີຄວາມເຂົ້າໃຈກ່ຽວກັບການມີສ່ວນຮ່ວມຂອງຊຸມຊົນ, ວຽກງານພັດທະນາຊີວິດການເປັນຢູ່ ແລະ ໜ້າວຽກຄຸ້ມຄອງສິ່ງແວດລ້ອມສັງຄົມ, ການເກັບກຳຂໍ້ມູນຄົວເຮືອນທີ່ທຸກຍາກ, ເຊີ່ງຈະໄດ້ຮັບເງີນຊ່ວຍເຫຼືອລ້າຄອບຄົວ 2 ຮ້ອຍໂດລາສະຫະລັດ, ທັງໝົດທີ່ກ່າວມາແມ່ນເພື່ອພັດທະນາປະຊາຊົນທີ່ທຸກຍາກ ໃຫ້ດີຂື້ນເທື່ອລະກ້າວ, ເພື່ອກ້າວເຂົ້າສູ່ຄອບຄົວທີ່ມີຄວາມອຸດົມສົມບຸນຮັ່ງມີຍີ່ງຂື້ນ.

ບັນນາທິການ: ພວງວັນ ມີວົງສາ

ພາບ-ຂ່າວ: ຄຳພະແກ້ວ ອິນທະວົງ