ກອງປະຊຸມປະຈຳປີ 2021-2022 ສະຫະກອນກາເຟວັນໃໝ່ແຂວງຫົວພັນ ເປີດກອງປະຊຸມໃຫ່ຍສະໄໝສາມັນ.

ກອງປະຊຸມໃຫ່ຍ ສະໄໝສາມັນ ຂອງສະຫະກອນກາເຟວັນໃໝ່ ສົກປີ 2021-2022, ເປີດຂື້ນໃນວັນທີ 3 ພະຈິກ 2022, ທີ່ຫໍວັດທະນະທຳ ແຂວງຫົວພັນ, ໂດຍການເປັນປະທານຮ່ວມ ທ່ານພອນສຸກ ອິນທະວົງ ຮອງເຈົ້າແຂວງຫົວພັນ, ທ່ານ ພອ ອິນປົງ ຈັນທະວົງສາ ຫົວໜ້າຫ້ອງການກວດກາ ແລະ ຄວບຄຸມຢາເສບຕິດ ກົມໃຫ່ຍຕຳ່ຫຼວດ ແລະ ປ້ອງກັນຄວາມສະຫົງບ, ທ່ານ ເອີ ເຫຼີນ ຫົວໜ້າອົງການສະຫະປະຊາຊາດຕ້ານຢາເສບຕິດ ແລະ ການຄ້າເປັນທຳ ປະຈຳລາວ, ມີທ່ານ ຮອງເຈົ້າເມືອງ 4 ເມືອງ; ເມືອງກັວນ, ຊຳໃຕ້, ເມືອງກັວນ ແລະ ເມືອງຊ່ອນ, ມີພາກສ່ວນທີ່ກ່ຽວຂ້ອງພະແນກກະສິກຳ ແລະ ປ່າໄມ້ແຂວງ, ມີຫົວໜ້າຫ້ອງການກະສິກຳ 4 ເມືອງ, ກົມສົ່ງເສີມກະສິກຳ ແລະ ສະຫະກອນ, ສະຫະພັນສະຫະກອນປະເທດເຢຍລະມັນ, ພະແນກກວດກາ ແລະ ຄວບຄຸມຢາເສບຕິດ, ອົງການສະຫະປະຊາຊາດເພື່ອຕ້ານຢາເສບຕິດ ແລະ ອາດສະຍາກຳ, ສະມາຊິກສະຫະກອນກາເຟວັນໃໝ່ 12 ບ້ານຂອງ 4 ເມືອງ, ຕົວແທນຈາກພະແນກແຜນການ ແລະ ການລົງທຶນ ແລະ ຫ້ອງວ່າການແຂວງເຂົ້າຮ່ວມທັງໝົດ 150 ຄົນ, ຍິງ 30 ຄົນ.

ໃນວາລະກອງປະຊຸມ ທ່ານປະທານສະຫະກອນກາເຟວັນໃໝ່, ຂື້ນຜ່ານບົດສະຫຼຸບປະຈຳປີ 2021-2022 ແລະ ທິດທາງແຜນການ 2023, ຜ່ານບົດການຄ້າຢ່າງເປັນທຳ ແລະ ຮ່າງກົດລະບຽບພາຍໃນຂອງສະຫະກອນ, ນະໂຍບາຍຕໍ່ພະນັກງານ ແລະ ສະມາຊິກສະຫະກອນ, ນະໂຍບາຍບົດບາດຍິງ – ຊາຍ ແລະ ສິ່ງແວດລ້ອມ, ແຜນທຸລະກິດຂອງສະຫະກອນ, ໃນນັ້ນຜູ້ແທນເຂົ້າຮ່ວມໄດ້ປະກອບຄຳຄິດ-ຄຳເຫັນຕໍ່ບົດສະຫຼຸບ, ແຜນການ ແລະ ຂໍ້ກຳນົດນະໂຍບາຍຕ່າງໆ ຢ່າງກົງໄປກົງມາ, ຈາກນັ້ນຄະນະສະຫະກອນຊຸດເກົ່າລາໜ້າທີ່, ຄະນະຮັບຜິດຊອບປ່ອນບັດຂື້ນຜ່ານຂໍ້ຕົກລົງແຕ່ງຕັ້ງປ່ອນບັດຄັດເລືອກຄະນະບໍລິຫານງານສະຫະກອນຊຸດໃໝ່, ຄັດເລືອກປະທານ, ຮອງປະທານ ແລະ ຄະນະກວດສອບ ແລະ ປະກາດຜົນຄະນະສະຫະກອນຊຸດໃໝ່ຂື້ນຮັບໜ້າທີ່, ຜ່ານຂໍ້ຕົກລົງມອບໃບຍ້ອງຍໍຂອງທ່ານເຈົ້າແຂວງ, ພະແນກກະສິກຳ ແລະ ປ່າໄມ້ແຂວງ ມອບໃຫ້ຜູ້ທີ່ມີຜົນງານ, ມອບຂອງຂັວນໃຫ້ພາກສ່ວນທີ່ກ່ຽວຂ້ອງ, ມອບລາງວັນໃຫ້ບ້ານທີ່ໄດ້ຮັບລັອດພິເສດຈາກບໍລິສັດ ມ່າລ່ອງໂກ່ ທີ່ປະເທດຝັ່ງ ປີ 2021 ແລະ ປີ 2022, ມອບລາງວັນໃຫ້ບ້ານ ແລະ ໃຫ້ຄອບຄົວທີ່ມີຜົນຜະລິດຫຼາຍ, ມອບລາງວັນໃຫ້ຄະນະບໍລິຫານງານ 12 ບ້ານ.

ທ່ານ ພອນສຸກ ອິນທະວົງ ຮອງເຈົ້າແຂວງ ກ່າວສະແດງຄວາມຊົມເຊີຍ ບັນດາທ່ານ ອົງການຈັດຕັ້ງສາກົນ, ຄະນະຮັບຜິດຊອບຂັ້ນສູນກາງ, ແຂວງ, ເມືອງ, ຄະນະຮັບຜິດຊອບສະຫະກອນກາເຟວັນໃໝ່, ບັນດາທ່ານທີ່ປະກອບສ່ວນສ້າງໃຫ້ສະຫະກອນກາເຟວັນໃໝ່ມີຜົນສຳເລັດຢ່າງຈົບງາມ ແລະ ມີຄຳເຫັນຊີ້ທິດຂັ້ນຕອນຕໍ່ໄປ: 1/ ສະໜັບສະໜູນທີ່ດິນສ້າງສາງເກັບມ້ຽນກາເຟ ແລະ ອະນຸຍາດສຳປະທານ 20 ປີ 2/. ພາຍຫຼັງສຳເລັດໂຄງການແລ້ວ, ຕະຫຼາດຍັງສືບຕໍ່ພົວພັນສະຫະກອນໄດ້ບໍ 3/. ການນຳໃຊ້ງົບປະມານຂອງສະຫະກອນ ຈະເຮັດໃຫ້ພະນັກງານວິຊາການແຂວງ, ເມືອງ, ສືບຕໍ່ພົວພັນໄດ້ບໍ ແລະ ສະເໜີໃຫ້ທີ່ປະຊຸມສືບຕໍ່ຄົ້ນຄ້ວາ.

ບັນນາທິການ; ພວງວັນ ມີວົງສາ.

ຂ່າວ-ພາບ; ຄຳພະແກ້ວ ອິນທະວົງ.