ພະແນກກະສິກຳ ແລະ ປ່າໄມ້ແຂວງຫົວພັນ ສຳເລັດປະເມີນຜົນການປະຕິບັດວຽກງານຂອງພະນັກງານ-ລັດຖະກອນ ປະຈຳປີ 2022.

ວັນທີ 6-8 ພະຈິກ 2022  ພະແນກກະສິກໍາ ແລະ ປ່າໄມ້ແຂວງ ສໍາເລັດປະເມີນຜົນການປະຕິບັດວຽກງານຂອງພະນັກງານ-ລັດຖະກອນ ປະຈຳປີ 2022.ໂດຍ ການເປັນປະທານ ຂອງທ່ານໄຈເພັດ ເຮືອງຖາວອນ ຮັກສາການຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ, ບັນດາທ່ານຈາກພາກສ່ວນກ່ຽວຂ້ອງຂອງແຂວງ, ຫົວໜ້າ, ຮອງຫົວໜ້າຕະຫຼອດຮອດພະນັກງານລັດຖະກອນພາຍໃນພະແນກເຂົ້າຮ່ວມທັງໝົດ 171 ທ່ານ.

ໃນກອງປະຊຸມທ່ານ ພວງສະຫັວດ ພົມມາສີ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ, ໄດ້ຜ່ານ ດຳລັດສະບັບເລກທີ 300/ລບ, ວ່າດ້ວຍການປະເມີນຜົນການປະຕິບັດວຽກງານຂອງພະນັກງານ-ລັດຖະກອນ. ຜ່ານຄຳແນະນຳສະບັບເລກທີ 06/ພນ, ກ່ຽວກັບການຈັດຕັ້ງປະຕິບັດດຳລັດວ່າດ້ວຍການປະເມີນຜົນການປະຕິບັດວຽກງານຂອງພະນັກງານ-ລັດຖະກອນ, ແນະນຳເພື່ມເຕືມການປະເມີນ ແລະ ແບ່ງໜ່ວຍປະເມີນ, ຜ່ານລາຍຊື່ ແລະ ມອບໃບຍ້ອງຍໍໃຫ້ພະນັກງານລັດຖະກອນພາຍໃນພະແນກ ທີ່ມີຜົນງານປະເພດດີຫຼາຍຈຳນວນ 149 ທ່ານ. ປະເພດດີ 22 ທ່ານ. ຈາກນັ້ນ ຄະນະພະແນກຂື້ນຜ່ານບົດສະຫຼຸບປະຈຳປີ 2021 ແລະ ວາງທິດທາງແຜນການປີ 2022 ແລະ ຜູ້ເຂົ້າຮ່ວມໄດ້ປະກອບຄໍາຄິດ-ຄຳເຫັນ ຢ່າງກົງໄປກົງມາ ແລະ ຄະນະພະແນກຜ່ານໃບສຳຫຼວດ ແລະ ໃຫ້ຄະແນນໂຕເອງ ແລະ ລົງຄະແນນໃຫ້ຄະນະພະແນກ ຈາກນັ້ນແຕ່ລະໜ່ວຍຜ່ານໃບເກັບກ່ຽວຜົນງານ ແລະ ໃຫ້ຄະແນນປິດລັບ, ຄະນະຮັບຜິດຊອບສະຫຼຸບຜົນການປະເມີນ ແລ້ວສົ່ງໃຫ້ຄະນະພັກ, ຄະນະພະແນກພິຈາລະນາ.

ທ່ານ ໄຈເພັດ ເຮືອງຖາວອນ ຮັກສາການຫົວໜ້າພະແນກກະສິກໍາ ແລະ ປ່າໄມ້. ໄດ້ສະແດງຄວາມຊົມເຊີຍມາຍັງພະນັກງານ-ລັດຖະກອນ ທີ່ມີຜົນງານໂດດເດັ່ນຕັ້ງໜ້າເຮັດວຽກງານ ໃນຂົງເຂດກະສິກຳ ໄລຍະ 9 ເດືອນຜ່ານມາທີ່ມີຜົນສຳເລັດຢ່າງຈົບງາມ ແລະ ທິດທາງ 3 ເດືອນທ້າຍປີ. ແຕ່ວ່າ ສຳລັບບົດສະຫຼຸບ ຂໍໃຫ້ມີການປັບປຸງຄືນເປັນການສະຫຼຸບປະຈຳປີ ແລະ ທິດທາງແຜນການປີ 2023 ເພື່ອເປັນຜົນງານໃຫ້ພວກເຮົາ ແລະ ລາຍງານໃຫ້ຂັ້ນເທີງໃນຂັ້ນຕໍ່ໄປ, ພ້ອມນີ້ບັນດາຜົນງານທີ່ຈະປະກອບເຂົ້າບົດລາຍງານໃຫ້ມີຄອບຄົວຕົວແບບ ຜົນສຳເລັດນັ້ນສະແດງໃຫ້ເຫັນຜົນງານດີຫຼາຍ ແລະ ບັນດາທ່ານຈະໄດ້ເອົາໃຈໃສ່ຢ່າງສູງ, ສຸມໃສ່ຊຸກຍູ້ການຜະລິດກະສິກຳ ແລະ ການແກ້ໄຂວາລະແຫ່ງຊາດ, ເລັ່ງໃສ່ໃນການປູກ-ການລ້ຽງ ເປັນຕົ້ນຕໍ ໃຫ້ບັນລຸຕົວເລກຕາມຂັ້ນເທິງໄດ້ມອບໝາຍໃຫ້. ຜະລິດຫຼາຍໃຫ້ກາຍເປັນສິນຄ້າ ສົ່ງອອກໃຫ້ຫຼາຍຂື້ນ, ເພື່ອທົດແທນການນຳເຂົ້າ.

ບັນນາທິການ; ນາງ ພວງວັນ ມີວົງສາ

ພາບ-ຂ່າວ; ຄຳພະແກ້ວ ອິນທະວົງ