ຜົນການຈັດຕັ້ງປະຕິບັດ ແລະ ມອບ-ຮັບໂຄງການ ແບ່ງເຂດການຜະລິດກະສິກຳ ແຂວງຫົວພັນ ໃນໄລຍະປີ 2018-2022.

ວັນທີ 7 ພະຈິກ 2022 ຢູ່ທີ່ຫ້ອງປະຊຸມພະແນກກະສິກຳ ແລະ ປ່າໄມ້ແຂວງ ໄດ້ປະຊຸມ ຜົນຂອງການຈັດຕັ້ງປະຕິບັດ ແລະ ມອບ-ຮັບໂຄງການ ແບ່ງເຂດກະສິກຳ ຢູ່ 2 ເມືອງຄື: ເມືອງວຽງໄຊ ແລະ ເມືອງສົບເບົາ ໂດຍການ ເປັນປະທານຮ່ວມຂອງຝ່າຍລາວ ທ່ານ ໄຈເພັດ ເຮືອງຖາວອນ ຮັກສາການຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ, ຝ່າຍຫວຽດນາມ ທ່ານ ປທ ລິວບາຮຸ່ງ ຫົວໜ້າສະຖາບັນວາງແຜນຈັດສັນ ແລະ ອອກແບບກະສິກຳ ຫວຽດນາມ, ມີທ່ານ ຊ່ຽວຊານ ຫວຽດນາມ ແລະ ພາກສ່ວນທີ່ກ່ຽວຂ້ອງ ພະແນກແຜນການ ແລະ ການລົງທຶນ, ຂະແໜງການທີ່ກ່ຽວຂ້ອງຂອງພະແນກກະສິກຳ ແລະ ປ່າໄມ້ແຂວງເຂົ້າຮ່ວມນຳ.

ກອງປະຊຸມໄດ້ຮັບຟັງຜົນຂອງການຈັດຕັ້ງປະຕິບັດໂຄງການ ນັບແຕ່ປີ 2018 – 2022, ໂຄງການດັ່ງກ່າວ ໄດ້ປະຕິບັດຕາມສັນຍາວ່າດ້ວຍການຮ່ວມມື ສອງຝ່າຍລະຫ່ວາງ ລັດທະບານ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ລັດທະບານ ສາທາລະນາລັດ ສັງຄົມນິຍົມ ຫວຽດນາມ ໄລຍະປີ 2016-2020 ໂດຍນຳໃຊ້ທຶນຊ່ວຍເຫຼືອລ້າ ຂອງລັດທະບານຫວຽດນາມ ໃຫ້ແກ່ ລັດທະບານລາວ, ເຊີ່ງໄດ້ຮັບການອະນຸມັດໂດຍລັດທະບານ ສອງປະເທດ ໃນປີ 2017 ເຊີ່ງກິດຈະກຳຕົວແບບໄດ້ເລີ່ມໃນປີ 2018 ມີສອງເມືອງ; 1/. ຮູບແບບການປູກເຂົ້າໄກ່ນ້ອຍເປັນສິນຄ້າ, ຟື້ນຟູແນວພັນເຂົ້າໄກ່ນ້ອຍ, ຮູບແບບການຜະລິດເຂົ້າໄກ່ນ້ອຍ, ກິດຈະກຳຕົວແບບປູກຜັກເຮືອນຮົ່ມ, ກິດຈະກຳປູກໄມ້ໃຫ້ໝາກ, ກິດຈະກຳລ້ຽງງົວທອມຊີ້ນ, ລ້ຽງປາໃນໜອງ ແລະ ກິດຈະກຳລ້ຽງໄກ່.

ທ່ານ ໄຈເພັດ ເຮືອງຖາວອນ ຮັກສາການຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ ກ່ອນອື່ນ ຂໍສະແດງຄວາມຊົມເຊີຍມາຍັງ ລັດຖະບານ ສສ ຫວຽດນາມ ທີ່ໃຫ້ທືນຊ່ວຍເຫຼືອລ້າ ໃຫ້ແກ່ລັດຖະບານລາວເປັນຕົ້ນແມ່ນ ກິດຈະກຳຕົວແບບທີ່ທາງໂຄງການໄດ້ມາສາທິດຢູ່ 2 ເມືອງ; ເມືອງວຽງໄຊ ແລະ ເມືອງສົບເບົາ. ເຫັນວ່າມີຜົນສຳເລັດເປັນຢ່າງດີ ແລະ ຂໍໃຫ້ສອງພັກ ສອງລັດ ສືບຕໍ່ພັດທະນາຮ່ວມມືລາວ-ຫວຽດ. ສະເໜີໃຫ້ມີການສືບຕໍ່ບັນດາກິດຈະກຳໃນຂ້າງໜ້າ ເພື່ອເຮັດໃຫ້ຊາວກະສິກອນໃນຂົງເຂດນີ້ໄດ້ຮຽນຮູ້ ແລະ ວິທີການປູກ-ການລ້ຽງ ແລະ ຜະລິດເປັນສິນຄ້າໃຫ້ໄດ້ຄຸນນະພາບຂື້ນເລື້ອຍໆ.

ບັນນາທິການ; ນາງ ພວງວັນ ມີວົງສາ

ພາບ-ຂ່າວ; ຄຳພະແກ້ວ ອິນທະວົງ