ໂຄງການຊົນລະກະເສດ ແລະ ການຜະລິດຂະໜາດນ້ອຍ ປະຈຳແຂວງ ຫົວພັນ ສຳເລັດກອງປະຊຸມການລົງຕິດຕາມຊຸກຍູ້ຄວາມພ້ອມຂອງໂຄງການກ່ອນການລົງເຮັດວຽກຂອງຄະນະຕິດຕາມຊູກຍູ້ກອງທືນສາກົນເພື່ອການພັດທະນາກະສິກຳ

ໃນວັນທີ່ 24 ພະຈິກ 2022 ນີ້ ໂຄງການຊົນລະກະເສດ ແລະການຜະລິດຂະໜາດນ້ອຍ ປະຈຳແຂວງ ຫົວພັນໄດ້ເປີດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານປະຈຳໄຕມາດ 3 ປີ 2022 ຂື້ນທີ່ຫ້ອງປະຊຸມພະແນກກະສິກຳ ແລະ ປ່າໄມ້ ໂດຍການເປັນປະທານຂອງທ່ານ ໄຈເພັດ ເຮືອງຖາວອນ ຮັກສາການຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ ທັງເປັນຜູ້ຊີ້ນຳວຽກງານໂຄງການ ຂັ້ນແຂວງ , ມີທ່ານ ນາງ ບຸນທຽນ ວົງໄກ່ສອນ ຮອງຫົວໜ້າກົມຊົນລະປະທານ ຜູ້ຊີ້ນຳໂຄງການຂັ້ນສູນກາງ, ມີ ຫົວໜ້າຜູ້ປະສານງານໂຄງການຂັ້ນແຂວງ, ມີທີປຶກສາປະຈຳໂຄງການ, ຜູ້ປະສານງານຂັ້ນເມືອງ 6 ເມືອງ ເປົ້າໝາຍໂຄງການຄື: ເມືອງ ແອດ, ເມືອງ ຊຽງຄໍ້, ເມືອງ ສົບເບົາ, ເມືອງ ວຽງໄຊ, ເມືອງ ຊຳ

ເໜືອ ແລະ ເມືອງ ຊຳໃຕ້ ພ້ອມດ້ວຍພະນັກງານຜູ້ຈັດຕັ້ງປະຕິບັດໂຄງການເຂົ້າຮ່ວມທັງໝົດ 31 ຄົນ ທ່ານ.

ໃນກອງປະຊຸມ ໄດ້ຮັບຟັງການລາຍງານການຈັດຕັ້ງປະຕິບັດແຜນກິດຈະກຳຂອງໂຄງການໃນ ໃນໄລຍະຜ່ານມາ ເຊີງໄດ້ຍົກໃຫ້ເຫັນ ຜົນງານ ແລະ ແຜນດຳເນີນງານວຽກງານຕ່າງໆທີ່ໄດ້ຈັດຕັ້ງປະຕິບັດໃນໄລຍະຜ່ານມາ ໂຄງການຊົນລະກະເສດ ແລະ ການຜະລິດເປັນສິນຄ້າຂະໜາດນ້ອຍ ແມ່ນໄດ້ຮັບການຮ່ວມມືຂອງລັດຖະບານແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ  ເຊິ່ງເປັນສ່ວນໜຶ່ງທີ່ນອນໃນພື້ນທີ່ຂອງການສະໜັບສະໜູນ ໂດຍທະນາຄານພັດທະນາອາຊີ (ADB). ໂຄງການດັ່ງກ່າວແມ່ນຈັດຕັ້ງປະຕິບັດໂດຍກະຊວງກະສິກຳ ແລະ ປ່າໄມ້  ໂດຍຜ່ານກົມຊົນລະປະທານ . ໂດຍມີ ມູນຄ່າທັງໝົດຂອງໂຄງການແມ່ນປະມານ 30.25 ລ້ານໂດລາສະຫະລັດ, ໃນນັ້ນປະມານ 21.04 ລ້ານໂດລາສະຫະລັດແມ່ນເງິນກູ້ຢືມ, 2,16 ລ້ານໂດລາສະຫະລັດແມ່ນທຶນສົມທົບຈາກລັດຖະບານລາວ ໄດ້ຈັດຕັ້ງປະຕິບັດຢູ່ 4 ​ແຂວງ​ພາກ​ເໜືອ​ຂອງລາວ ຄື: ​ແຂວງ​ຫົວພັນ, ​ແຂວງ​ຊຽງ​ຂວາງ, ຫຼວງ​ພະ​ບາງ ​ແລະ ​ໄຊ​ຍະ​ບູລີ ເຊີ່ງແຂວງ ຫົວພັນໄດ້ຈັດຕັ້ງປະຕິບັດມີ 6 ເມືອງ ຄື: ເມືອງ ວຽງໄຊ, ເມືອງ ຊຳເໜືອ, ເມືອງ ຊຳໃຕ້, ເມືອງ ແອດ, ເມືອງ ຊຽງຄໍ້ ແລະ ເມືອງ ສົບເບົາ ມີບ້ານເປົ້າໝາຍ 116 ບ້ານ ໂດຍມີຈຸດປະສົງເພື່ອ ສະໜອງມູນຄ່າເພີ່ມໃຫ້ແກ່ການລົງທຶນໃນພື້ນຖານໂຄງລ່າງຊົນລະປະທານ ແລະການຄຸ້ມຄອງອ່າງເກັບນ້ຳ ໂດຍການສ້າງການເຊື່ອມໂຍງຕະຫຼາດ, ເສີມຂະຫຍາຍການຄ້າ ແລະ ການເພີ່ມທະວີການກະສິກຳ (ຊົນລະປະທານ) ແລະ ສະໜັບສະໜູນການປັບປຸງການປະຕິບັດດ້ານໂພຊະນາການ, ແນ່​ໃສ່​ເພີ່ມ​ລາຍ​ຮັບ​ກະສິກຳ​ຈາກການປູກ​ພືດ​ທີ່​ມີ​ມູນ​ຄ່າ​ສູງ, ການ​ສະໜອງ​ຜະລິດ​ຕະ​ພັນ​ຕາມ​ທ້ອງ​ຕະຫຼາດ, ການ​ອະນຸລັກ​ນ້ຳ​ແລ່ງນໍ້າ ແລະ ​ໂພ​ຊະ​ນາ​ການ,

ກອງປະຊຸມໄດ້ພ້ອມກັນປຶກສາຫາລືໃນການຈັດຕັ້ງປະຕີບັດການນຳໃຊ້ຮ່ວງທືນແຕ່ລະກິດຈະກຳຂອງໂຄງການ ການບໍລິຫານດ້ານການເງີນ ແນະນຳໃຫ້ຜູ້ປະສານງານຂັ້ນແຂວງ ແລະ ຂັ້ນເມືອງ ໃຫ້ເອົາໃຈໃສ່ຈັດຕັ້ງປະຕິບັດແຜນກິດຈະກຳຂອງໂຄງການໃຫ້ຖືກຕ້ອງຕາມເປົ້າໝາຍໂດຍສະເພາະເລັ່ງໃສ່ຊຸກຍູ້ໃຫ້ປະຊາຊົນໃນເຂດບ້ານເປົ້າໝາຍໂຄງການໄດ້ຮັບທືນເພື່ອໄປສົ່ເສີມການປູກການລ້ຽງ, ການຜະລິດເປັນສິນຄ້າ ສ້າງອາຊີບຄົງທີ່ໃຫ້ປະຊາຊົນໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ.