ຄະນະໜ່ວຍຊາວໜຸ່ມ ຫ້ອງການກອງບັນຊາການທະຫານ ມາອ່ວຍພອນວັນສັບປະດາເພື່ອລຶບລ້າງຄວາມທຸກຍາກໃຫ້ ຄະນະຂະແໜງໜ່ວຍຊາວໜຸ່ມ ພັດທະນາຊົນນະບົດ ແລະ ສະຫະກອນ.

ວັນ​ທີ 23 ຕຸລາ 2018 ນີ້ ຄະນະ​ຫ້ອງການ, ​ໜ່ວຍ​ຊາວ​ໜຸ່ມຫ້ອງການ​ກອງ​ບັນຊາ​ການ​ທະຫານ ມາ​ອ່ວຍ​ພອນ​ວັນ​ສັບປະດາ​ເພື່ອ​ລຶບລ້າງ​ຄວາມທຸກ​ຍາກ ນຳ​ໂດຍ ສະຫາຍ ພັທ ​ແອ​ງພອນ​ ສີວັນ​ໄຊ ຮອງ​ຫ້ອງການ ກອງ​ບັນຊາ​ການ​ທະ

ຫານ​ແຂວງ, ສະຫາຍ ​ໄມ​ພຽງ ມາດາ​ຈິດ ຫົວໜ້າ​ຂະ​ແໜງ ພັດທະນາ​ຊົນນະບົດ ​ແລະ ສະຫະກອນ ມີ​ຄະນະ​ໜ່ວຍ​ຊາວ​ໜຸ່ມ​ຈາກ​ຫ້ອງການ ກອງ​ບັນຊາ​ການ​ທະຫານ ​ແລະ ໜ່ວຍ​ຊາວ​ໜຸ່ມ​ຈາກ​ ຂະ​ແໜງ​ພັດ​ທະ​ນາ​ຊົນນະບົດ ​ແລະ ສະຫະ

ກອນ​ເຂົ້າ​ຮ່ວມ 30 ຄົນ.

​ໃນ​ວາລະ​ດັ່ງ​ກ່າວ ສະຫາຍ ​ໄມ​ພຽງ ມາດາ​ຈິດ ​ໄດ້​ລາຍ​ງາຍ​ຫຍໍ້ ການຈັດ​ຕັ້ງ​ປະຕິບັດ​ວຽກ​ງານ​ຂະ​ແໜງ​ພັດທະນາ​ຊົນນະ

ບົດ ​ແລະ ສະຫະກອນ​ໃນ​ໄລຍະ​ຜ່ານ​ມາ ​ເຫັນ​ວ່າ​ທຸກ​ພະ​ແນ​ກການ, ບັນດາ​ເມືອງ​ຕ່າງໆ ທົ່ວ​ແຂວງ ​ໄດ້​ຖື​ເປັນ​ວຽກ​ງານ​ທີ່​ສຳຄັນ​ໂດຍ​ສະ​ເພາະ​ການ​ພັດທະນາ​ເສດຖະກິດ ​ແລະ ​ແກ້​ໄຂ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໃຫ້​ດີ​ຂື້ນ, ​ເຊີ່ງ​ມັນສະ​ແດງ​ໃຫ້​ເຫັນ​ເຖິງ​ຂະ​ບວນການ​ແກ້​ໄຂ​ຄວາມທຸກ​ຍາກ​ມີ​ການ​ເພີ່ມ​ການ​ລົງທຶນ​ເຂົ້າ​ໃສ່​ການ​ພັດທະນາ​ຊົນນະບົດ ​ແລະ ລຶບລ້າງ​ຄວາມທຸກ​ຍາກ​ຢ່າງ​ມີ​ຈຸດ​ສຸມ​ເປັນ​ຕົ້ນ​ໄດ້​ສຸມ​ໃສ່ 16 ຈຸດ​ສຸມ​ທີ່​ນອນ​ຢູ່​ໃນ​ຂໍ້​ຕົກລົງ​ລັດຖະມົນຕີ ສະບັບ​ເລກທີ 65/ນຍ, ລົງ​ວັນ​ທີ 19/08/2016 ​ແລະ ບັນດາ​ເຂດ​ຫ່າງ​ໄກ​ສອກຫຼີກ ​ເຂດ​ທີ່​ໝັ້ນ​ຂອງ​ການ​ປະຕິວັດ ​ແລະ ບ້ານ​ວິລະ​ຊົນ, ການຈັດ​ຕັ້ງ​ປະຕິບັດ ​ແມ່ນ​ໄດ້​ສຸມ​ໃສ່​ບູລະນະ​ສ້ອມ​ແປງ​ພື້ນຖານ​ໂຄງ​ລ່າງ​ເຊັ່ນ: ​ເສັ້ນທາງ, ​ໂຮງຮຽນ, ຊົນລະປະທານ, ນ້ຳ​ລິນ, ສຸກສາລາ ​ແລະ ອື່ນໆ​ນອກ​ນີ້​ຍັງ​ເປັນ​ໃຈກາງ​ສົມທົບ ​ແລະ ຊຸກຍູ້​ພາກສ່ວນ​ທີ່​ກ່ຽວຂ້ອງ​ຈັດ​ສັນພູ​ມລຳ​ເນົາ, ​ເຕົ້າ​ໂຮມ​ເອົາ​ບ້ານ​ນ້ອຍ ​ເປັນ​ບ້ານ​ໃຫ່ຍ, ຊຸກຍູ້​ປະຊາຊົນ​ຍົກຍ້າຍ​ອອກ​ມາ​ຕັ້ງ​ຖິ່ນ​ຖານ​ລຽບ​ຕາມ​ແຄມ​ທາງ ​ແລະ ບໍລິ​ເວນ​ທີ່​ມີ​ໂຄງ​ລ່າງ​ພື້ນຖານຮັບ​ໃຊ້​ການ​ຜະລິດ ​ແລະ ການ​ບໍລິການ, ນອກຈາກ​ນີ້​ຍັງ​ໄດ້​ເລົ່າປະ​ຫັວດຄວາມ​ເປັນ​ມາ, ຄວາມ​ສຳຄັນ​ຂອງ​ວັນ​ສັບປະດາ​ແຫ່ງ​ຊາດ ​ເພື່ອ​ລຶບລ້າງ​ຄວາມທຸກ​ຍາກ, ​ໃນ​ປີ 1992 ກອງ​ປະຊຸມ​ສະມັດຊາ​ໃຫ່ຍຂອງ​ອົງການ​ສະຫະ​ປະຊາ​ຊາດ ​ໄດ້​ປະກາດ​ເອົາ ວັນ​ທີ່ 17 ຕຸລາ​ຂອງ​ທຸກໆ​ ປີ ​ເປັນ​ວັນ​ສາກົນ​ເພື່ອ​ລຶບລ້າງ​ຄວາມທຸກ​ຍາກ ​ໂດຍ​ມອບ​ໃຫ້​ບັນດາ​ປະ​ເທດ​ສະມາ​ຊິກ ​ເຕົ້າ​ໂຮມ​ບັນດາ​ອົງການ​ຈັດ​ຕັ້ງ – ສັງຄົມ ຈັດ​ກິດຈະກຳ​ຕ່າງໆ ​ເພື່ອ​ປຸກລະດົມ​ຂະ​ບວນການ ​ແລະ ລະດົມ​ທຶນ​ຮອນ​ເຂົ້າ​ໃສ່​ວຽກ​ງານ​ລຶບລ້າງ​ຄວາມທຸກ​ຍາກ, ປະຈຸ​ບັນ​ຄົບຮອບ 26 ປີ.

ຈາກ​ນັ້ນ ສະຫາຍ ​ແອ​ງພອນ ສີ​ວັນ​ໄຊ ກໍ່​ໄດ້​ກ່າວ​ຄຳ​ອ່ວຍ​ພອນ​ມາ​ຍັງ ຄະນະໜ່ວຍ​ຊາວ​ໜຸ່ມ ຂະ​ແໜງພັດທະນາ​ຊົນນະບົດ ​ແລະ ສະຫະກອນ ຈາກ​ຜົນງານ​ທີ່​ສ້າງ​ມາ​ໄດ້​ໃນ​ໄລຍະ​ຜ່ານ​ມາ ​ແລະ ສືບ​ຕໍ່​ປະຕິບັດ​ວຽກ​ງານ, ສ້າງ​ຜົນງານ​ໃຫ້​ໄດ້​ຕາມ​ເປົ້າ​ໝາຍ​ທີ່​ວາງ​ໄວ້​ໃນ​ຂັ້ນ​ຕໍ່​ໄປ ​ແລະ ມອບ​ກະຕ່າ​ຂອງ​ຂັວນ​ໃຫ້​ຢ່າງ​ເປັນ​ທາງ​ການ.