ພະແນກ ກະສິກຳ ແລະ ປ່າໄມ້ແຂວງ ຮັບເຄື່ອງອຸປະຖຳ ກິລາເຮືອຊ່ວງ ຈາກບັນດາຂະແໜງການ ແລະ ໂຄງການ

ເພື່ອເປັນການຂຳ່ນັບຮັບຕ້ອນ ວັນບຸນອອກພັນສາ ພສ 2561 ແລະ ທັງເປັນການຊຸກຍູ້ອຸປະຖຳເຂົ້າໃນ ກິດຈະກຳ ບຸນຊ່ວງເຮືອປະຈຳປີ 2018 ທີ່ອ່າງຂັງນ້ຳຫ້ວຍແໝນ ໂດຍໄດ້ຮັບການຮ່ວມມື ແລະ ສະໜັບສະໜູນຈາກຫຼາຍພາກສ່ວນ, ສະນັ້ນໃນເວລາ 9 ໂມງ ຂອງວັນທີ 17 ຕຸລາ 2018 ນີ້ ຢູ່ຫ້ອງປະຊຸມ ພະແນກ ກະສິກຳ ແລະ ປ່າໄມ້ແຂວງ, ຈິ່ງໄດ້ຈັດພິທີມອບຮັບເຄື່ອງກິລາຈາກ, ໂຄງການ ສ້າງຄວາມເຂັ້ມແຂງໃນການບັງຄັບໃຊ້ກົດໝາຍສັດນ້ຳ – ສັດປ່າ, ຈຳນວນ 18 ຊຸດ, ມູນຄ່າ 3 ແສນຫ້າສິບພັນກີບ, ໂຄງການຫຼຸດຜ່ອນອາຍຜິດ ຈາກການທຳລາຍປ່າໄມ້ ແລະ ການເຮັດໃຫ້ປ່າໄມ້ເຊື່ອມໂຊມ, ຈຳນວນ 16 ຊຸດ, ມູນຄ່າ 7 ແສນຫ້າສິບພັນກີບ, ທ່ານ ແອັງ ແກ້ວວັນທາ ຮ້ານອາຫານສາລາເບຍພູເມືອງ, ຈຳນວນ 20 ຊຸດ, ມູນຄ່າ 9 ແສນກີບ. ໂດຍຕາງໜ້າກ່າວມອບໂດຍແມ່ນທ່ານ ວາສະນູນ ສໍອິນໄຊ ຫົວໜ້າ ຂະແໜງປ່າໄມ້, ຕາງໜ້າກ່າວຮັບໂດຍແມ່ນທ່ານ ສໍສະຫັວນ ບານຄຳມີ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ, ມີນັກກິລາເຮືອຊ່ວງຍິງ – ຊາຍ, ເຂົ້າຮ່ວມເປັນສັກຂີພິຍານນຳ.
ໃນໂອກາດດັ່ງກ່າວ ທ່ານ ສໍສະຫັວນ ບານຄຳມີ ກ່າວສະແດງຄວາມຄອບອົກ ຄອບໃຈຢ່າງສູງຕໍ່ບັນ
ດາທ່ານ, ບັນດາໂຄງການ ແລະ ຫ້າງຮ້ານ ທີ່ໄດ້ນຳເອົາເຄື່ອງມາມອບໃຫ້ຂະບວນນັກກິລາເຮືອຊ່ວງໃນຄັ້ງນີ້ ແລະ ໃຫ້ຄຳໝັ້ນສັນຍາວ່າ: ຈະນຳເອົາເຄື່ອງຈຳນວນດັ່ງກ່າວ. ໄປນຳໃຊ້ເຂົ້າໃນວຽກງານກິດຈະ
ກຳ ເຮືອຊ່ວງທີ່ອ່າງຂັງນ້ຳຫ້ວຍແໝນ, ຍິງ ແລະ ຊາຍ ເພື່ອເປັນການປະກອບສ່ວນສ້າງຂະບວນການ
ໃນວັນບຸນອອກພັນສາປະຈຳປີ 2018 ໃຫ້ມີບັນຍາກາດຕາມຮິດຄອງປະເພນີຂອງລາວ ໃຫ້ມີຄວາມເບີກບານມ່ວນຊື່ນ.

ບັນນາທິການ ຜູ້ຂຽນຂ່າວ
ເພັດໄຊ ເພັດສົມແພງ ຄຳພະແກ້ວ ອິນທະວົງ