ທ່ານຮອງລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ລົງຕິດຕາມວຽກງານກອງທຶນ ຢູ່ 2 ເມືອງຂອງແຂວງຫົວພັນ.

ໃນວັນນທີ 11 – 13 ພະຈິກ 2018 ທ່ານ ປອ. ພວງປາຣີສັກ ປຣະວົງວຽງຄໍາ ຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ໄດ້ລົງຊຸກຍູ້ ແລະ ຕິດຕາມວຽກງານກອງທຶນພັດທະນາຊີວິດການເປັນຢູ່ ແລະ ເຊື່ອມສານໂພສະນາການ ຢູ່ ບ້ານ ບວມຝາດ ເມືອງ ຊ່ອນ ແລະ ບ້ານຢອດອາດ,ບ້ານເຕົ່າຫີນ ,ບ້ານນົກແອ່ນ ແລະບ້ານລານຊຽງ ເມືອງຫົວເມືອງ ແຂວງຫົວພັນ ເປັນກຽດ ເຂົ້າຮ່ວມມີ ທ່ານ ເພີດ ມາປັນຍາ ກໍາມະການປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ຫົວພັນ, ການນຳທັງ 3 ເມືອງໆຮ້ຽມ ເມືອງຊ່ອນ ແລະ ເມືອງຫົວເມືອງ ທ່ານບຸນຄຳ ສີດາວົງ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ ມີຜູ້ອຳນວຍການພ້ອມທີມງານຈາກ ກອງທຶນຫຼຸດຜ່ອນຄວາມທຸກຍາກຂັ້ນສູນກາງ, ຂັ້ນແຂວງ ແລະ ເມືອງ ພ້ອມດ້ວຍພໍ່-ແມ່ປະຊາຊົນ ພາຍໃນບ້ານເຂົ້າຮ່ວມຢ່າງພ້ອມພຽງ.
ຈຸດປະສົງການລົງຢ້ຽມຢາມຄັ້ງນີ້ເພື່ອເປັນການສະໜັບສະໜູນ ແລະ ຜັນຂະຫຍາຍການຈັດຕັ້ງ ປະຕິບັດແຜນພັດທະນາ ເສດະກິດ – ສັງຄົມ ແລະ ແຜນລຶບລ້າງຄວາມທຸກຍາກຂອງແຂວງ, ສ້າງຄວາມເຂັ້ມແຂງໃຫ້ແກ່ ບັນດາການຈັດຕັ້ງຂອງ ຊຸມຊົນ ໃນການພັດທະນາ ແລະ ແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນດ້ວຍຮູບແບບມີສ່ວນຮ່ວມ ແລະ ຂັບເຄື່ອນໂດຍຊຸມຊົນ, ຊ່ວຍພັດທະນາດ້ານຟື້ນຖານໂຄງລ່າງ ການປັບປຸງຊີວິດການເປັນຢູ່ທີ່ມີໂພສະນາການແນໃສ່ ເຮັດໃຫ້ການຊ່ວຍເຫຼືອຖືກຮອງຮັບ ແລະ ຕັດສິນໃຈດ້ວຍຊຸມຊົນ.
ກອງປະຊຸມ ທ່ານ ປາຊົງ ຫວ່າງ ປະທານກອງທຶນ ບ້ານບວມຟາດ ເມືອງຊ່ອນ ໄດ້ລາຍງານໃຫ້ຮູ້ວ່າ: ກອງທຶນດັ່ງກ່າວໄດ້ສ້າງຕັ້ງຂຶ້ນ ມາແຕ່ປີ 2010 ເບື້ອງຕົ້ນມີ ສະມາຊິກ 41 ຄອບຄົວ. ປັດຈຸບັນ ພາຍໃນບ້ານ ມີງົວ 562ໂຕ, ຄວາຍ 32 ໂຕ, ໝູ 255 ໂຕ, ແບ້ 11 ໂຕ ມີສັດປີກ 1 ພັນກວ່າໂຕ ແລະ ມີໜອງປາອີກ 12 ໜອງ. ໃນນີ້ກຸ່ມລ້ຽງສັດໃຫຍ່ມີ 32 ບັນຊີ, ມີຍອດສິນເຊື່ອ 184 ລ້ານກວ່າກີບ, ມີສະມາຊິກຝາກເງິນທັງໝົດ 32 ຄົນ, ມີສະມາຊິກທີ່ກູ້ຢືມເງິນ 23 ຄົນ, ມີຍອດເຫຼືອ 32 ລ້ານກວ່າກີບ. ປະທານກອງທຶນໃຫ້ຮູ້ຕື່ມອີກວ່າ ພາຍຫຼັງກອງທຶນດັ່ງກ່າວໄດ້ເຂົ້າມາຈັດຕັ້ງປະຕິບັດພາຍໃນບ້ານ ໄດ້ເຮັດໃຫ້ຊີວິດການເປັນຢູ່ມີການປ່ຽນແປງດີຂື້ນ, ມີຄອບຄົວທີ່ຫຼຸດພົ້ນອອກຈາກຄອບຄົວທຸກຍາກ 26 ຄອບຄົວ, ເຮັດໃຫ້ປະຊາຊົນຮູ້ຈັກການຝາກ-ການກູ້ຢືມ ເພີ່ມອີກ 43 ຄອບຄົວ. ນອກນັ້ນ ບ້ານຍັງໄດ້ຮັບເງິນຈາກກອງທຶນ 6 ລ້ານກວ່າກີບ ມີງົວ-ຄວາຍ ເພີ່ມຂຶ້ນ 437 ໂຕ,ແລະ ວັນທີ 12 – 13 ພະຈິກ ທີມງານໄດ້ເດີນທາງ ເບິ່ງບາງກິດຈະກໍາເປັນຕົ້ນ ການຈັດຕັ້ງປະຕິບັດໂຄງການກະສິກຳເພື່ອໂພສະນາການ,ໂຄງການລ້ຽງສັດເປັນສິນຄ້າ,ກິດຈະກຳ ທລຍ, ກິດຈະກຳປັບປຸງຊີວິດການເປັນຢູ່ເຊື່ອມສານໂພສະນາການຢູ່ເມືອງຫົວເມືອງ.
ໃນໂອກາດທ່ານລົງມາຢ້ຽມຢາມຄັ້ງນີ້ ທ່ານ ຮອງລັດຖະມົນຕີ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ການນໍາຂອງແຂວງ, ເມືອງ ແລະ ປະຊາຊົນພາຍໃນບ້ານ ທີ່ໄດ້ເອົາໃຈໃສ່ເຮັດໃຫ້ກອງທຶນດັ່ງກ່າວມີບາດກ້າວຂະຫຍາຍຕົວ ແລະ ຍັງໄດ້ສະເໜີໃຫ້ ພະແນກກະສິກຳ ແລະ ປ່າໄມ້ ແຂວງ ກໍຄືຫ້ອງການກະສິກຳ-ປ່າໄມ້ເມືອງ ເອົາໃຈໃສ່ຕື່ມໃນການຊ່ວຍເຫຼືອ ດ້ານເຕັກນິກການປູກຝັງ -ລ້ຽງສັດ ປູກພືດຜັກຫຼາຍຊະນິດ ເພື່ອບໍລິໂພກໃນຄົວເຮືອນໃຫ້ທຸກຄົນໄດຮັບສານອາຫານທີ່ມີໂພສະນາການພຽງພໍ ແລະ ມີສຸຂະພາບທີ່ແຂງແຮງ, ລວມທັງເຕັກນິກການລ້ຽງສັດ, ການເບິ່ງແຍງສຸຂະພາບສັດ ການໝັກຫຍ້າໄວ້ ໃນຢາມຂາດແຄນ ເພື່ອໃຫ້ສັດລ້ຽງຂອງປະຊາຊົນ ມີສຸຂະພາບແຂງແຮງ ແລະ ມີອາຫານກິນພຽງພໍກຸ້ມກິນຕະຫຼອດປີ. ໂອກາດດຽວກັນນີ້ ທ່ານຍັງໄດ້ມອບອຸປະກອນການຮຽນ – ການສອນ ຈໍານວນໜຶ່ງເພື່ອປະກອບສ່ວນຊ່ວຍເຫຼືອໂຮງຮຽນພາຍໃນ 5 ບ້ານຂອງ 2 ເມືອງ ນໍາອີກ.
ຂ່າວໂດຍ
ນາງ ນິນ ແສງອໍາພອນ