ພະແນກກະສິກຳແລະປ່າໄມ້ແຂວງຫົວພັນ ຈັດພິທີສະເຫຼີມສະຫຼອງ 5 ວັນກະສິກຳແຫ່ງຊາດ


ໃນວັນທີ 11 ພະຈິກ 2018ນີ້ ພະແນກກະສິກຳ ແລະ ປ່າໄມ້ແຂວງຫົວພັນ ຈັດພິທີສະເຫຼີມສະຫຼອງ 5 ວັນກະສິກຳ ໄດ້ແກ່ ວັນອາຫານໂລກ ຄົບຮອບ 38 ປີ, ວັນສັບປະດາເພື່ອລຶບລ້າງຄວາມທຸກຍາກ ຄົບຮອບ 26 ປີ, ວັນປ່ອຍນ້ຳຊົນລະປະທານ ວັນທີ 3 ພະຈິກ, ວັນສັກຢາປ້ອງກັນພະຍາດສັດແຫ່ງຊາດ ວັນທີ 11 ພະຈິກ ແລະ ວັນປູກພືດລະດູແລ້ງ 15 ພະຈິກ 2018, ພິທີໄດ້ຈັດຂື້ນທີ ບ້ານ ຊ່ອນເໜືອ ເມືອງຊ່ອນ ແຂວງຫົວພັນ ເປັນກຽດເຂົ້າຮ່ວມເປັນປະທານໂດຍ ທ່ານ ເພີດ ມາປັນຍາ ຄະນະປະຈຳພັກແຂວງ ຄະນະໂຄສະນາອົບຮົບ ແຂວງຫົວພັນ, ມີທ່ານ ສິງພອນ ເລືອງຄຳມາ ເລຂາພັກເມືອງເຈົ້າເມືອງເມືອງຊ່ອນ ແລະ ທ່ານ ບຸນຄຳ ສີດາວົງ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ, ພ້ອມດ້ວຍພາກສ່ວນທີກ່ຽວຂ້ອງອອ້ມຂ້າງເມືອງ ແລະ ແຂວງ ຕະຫຼອດຮອດພໍ່ແມ່ປະຊາຊົນເຂົ້າຮ່ວມພິທີຢ່າງຟົດຟື້ນ
ໃນພິທີ ແມ່ນໄດ້ຮັບຟັງປະຫັວດຄວາມເປັນມາຂອງ 5 ວັນກະສິກຳ ໂດຍໄດ້ຍົກໃຫ້ເຫັນຄວາມໝາຍ-ຄວາມສຳຄັນຂອງວຽກງານກະສິກຳ ໃນການພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດ ເພື່ອເປັນການຊຸກຍູ້ສົ່ງເສີມການຜະລິດກະສິກຳ ໃຫ້ຊາວກະສິກອນປະຊາຊົນບັນດາເຜົ່າ ໄດ້ມີຊີວິດການເປັນຢູ່ທີ່ດີຂື້ນ ເພື່ອຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ, ເພື່ອປູກຈິດສຳນືກ ແລະ ປຸກລະດົມໃຫ້ປະຊາຊົນບັນດາເຜົ່າ ໃນຂອບເຂດທົ່ວປະເທດ ໄດ້ຮັບຮູ້ເຖິງຄວາມໝາຍ – ຄວາມສຳຄັນຂອງວຽກງານກະສິກໍາ ແລະ ປ່າໄມ້ ໃນການພັດທະນາເສດຖະກິດ ສັງຄົມ, ພັກ – ລັດ ຂອງພວກເຮົາ ຈີງໄດ້ກຳນົດເອົາວັນ 5 ວັນດັ່ງກ່າວນີ້ ເປັນວັນເປີດການຜະລິດກະສິກຳຕາມລະດູການ. ແລະ ເມືອງຊ່ອນກໍ່ເປັນເມືອງໜື່ງ ທີມີພື້ນຖານໂຄງລ່າງດ້ານການຜະລິດກະສິກຳ ເປັນສີ້ນຄ້າ ເປັນຕົ້ນແມ່ນ ການປູກຝັງ ແລະ ລ້ຽງສັດ, ໃນທົ່ວເມືອງຊ່ອນ ມີເນື້ອທີປູກຝັງ 970 ຮຕ, ໃນນັ້ນແມ່ນເລັ່ງໃສ່ ການເຮັດນາແຊງ ເປັນຕົ້ນຕໍໃຫ້ໄດ້ 50 ຮຕ, ປູກຖົ່ວເຫຼືອງໄດ້ 75 ຮຕ, ສາລີ ໄດ້ 97 ຮຕ, ແຕງໂມ ແຕງຊັ້ງໄດ້ 27 ຮຕ, ແລະ ພືດຜັກອື່ນໆ, ແລະ ເມືອງຊ່ອນ ມີສັດລ້ຽງທັງໝົດ, ງົວ 6,676ໂຕ,ຄວາຍ 4,061 ໂຕ, ແບ້ 3,384 ໂຕ, ໝູ 15,611 ໂຕ, ແລະ ສັດປີກ 136,882 ໂຕ, ນອກນີ້ຍັງໄດ້ ສົ່ງເສີມໃຫ້ປະຊາຊົນລ້ຽງສັດ ໃຫ້ຖືກຕາມເຕັກນີກ ແລະ ສັກຢາປ້ອງກັນພະຍາດຄື: ພະຍາດເຕົ້າໂຮມເລືອດງົວຄວາຍໄດ້ 6,192 ໂຕ, ທຽບໃສ່ແຜນການປີ ໄດ້ 85 %, ພະຍາດປາກເປື່ອຍລົງເລັບ ງົວຄວາຍ,ໝູແບ້ ໄດ້ 7,436 ໂຕ, ທຽບໃສ່ແຜນການປີ ໄດ້ 79 %, ພະຍາດອະຫິວາໝູ 3,960 ໂຕ, ທຽບໃສ່ແຜນການປີ ໄດ້ 100 %, ພະຍາດນີວຄາເຊີນ-ອະຫິວາສັດປີກ ໄດ້ 10,000 ໂຕ, ທຽບໃສ່ແຜນການປີ ໄດ້ 60 %, ພະຍາດແມ່ທ້ອງງົວ-ຄວາຍ ໝູ ແບ້ ໄດ້ 5,075 ໂຕ,ທຽບໃສ່ແຜນການປີ ໄດ້ 65 %, ແລະ ມີຊົນລະປະທານທັງໝົດ 57 ແຫ່ງ, ຝາຍຖາວອນມີ 21 ແຫ່ງ, ຝາຍໄມ້ 36 ແຫ່ງ, ສາມາດຫົດເນື້ອທີທຳການຜະລິດໄດ້ທັງໝົດ 705 ຮຕ; ເນື້ອທີອາໄສນ້ຳຝົນ 15 ຮຕ; ໃນນັ້ນຫົດສະເພາະພຶດລະດູແລ້ງໄດ້ 75 ຮຕ; ແລະ ມີກຸ່ມນຳໃຊ້ຊົນລະປະທານ 5 ກຸ່ມ, ນອກນີ້ ການພັດທະນາຊົນນະບົດ ແລະ ລືບລ້າງຄວາມທຸກຍາກ ຍັງໄດ້ສຸມໃສ່ການແກ້ໄຂຄວາມທຸກຍາກ ດ້ວຍການສຸມທືນຮອນ ໃນການພັດທະນາພື້ນຖານໂຄງລ່າງ ເພື່ອສົ່ງເສີມການປູກ, ການລ້ຽງໃຫ້ຫຼາຍຂື້ນ ໂດຍສະໜອງທືນຮອນກູ້ຢືມ ແລະ ປັດໃຈການຜະລິດ ສ້າງເສດຖະກິດຄອບຄົວ ເຮັດໃຫ້ປະຊາຊົນມີອາຊີບໝັ້ນຄົງ ພ້ອມກັນນັ້ນກໍ່ໄດ້ເອົາໃຈໃສ່ໃນການພັດທະນາຕາມທິດ 3 ສ້າງ ,ໄດ້ 5 ບ້ານ ແລະ ບ້ານຢຸດຕິ ການຖາງປ່າເຮັດໄຮ່ ແບບເລື່ອຍລອຍໄດ້ 13 ບ້ານ, ມາຮອດປັບຈຸບັນ ຊິວິດການເປັນຢູ່ຂອງປະຊາຊົນໄດ້ຮັບການພັດທະນາດີຂື້ນ ແລະ ອັດຕາຄວາມທຸກຍາກຂອງຄົວເຮືອນລຸດລົງຍັງເຫຼືອ 17,62%, ບ້ານທຸກຍາກຍັງເຫຼືອ 23,53 % ນອກຈາກຫ້ອງການກະສິກຳ ແລະ ປ່າໄມ້ເມືອງຊ່ອນ ທີເປັນຈຸດສຸມຂອງແຂວງແລ້ວ ຍັງມີບັນດາຫ້ອງການກະສິກຳ ແລະ ປ່າໄມ້ ທົ່ວແຂວງຫົວພັນ ກໍ່ພວມດຳເນີນການສະເຫຼີມສະຫຼອງ 5 ວັນກະສິກຳນີ້ ຢ່າງເປັນຂະບວນຟົດຟື້ນ.
ຜູ້ຂຽນຂ່າວ
ນາງ ສຸນິສາ ວິໄລສຸກ