ພິທີເປີດວັນສັກຢາປ້ອງກັນພະຍາດສັດແຫ່ງຊາດ, ວັນທີ 11 ພະຈິກ 2018 ບ້ານນາໜັງ, ເມືອງກັວນ, ແຂວງຫົວພັນ.

ວັນທີ 13 ພະຈິກ 2018 ນີ້ ເມືອງກັວນ, ແຂວງຫົວພັນ ໄດ້ເປີດພິທີ ວັນສັກຢາປ້ອງກັນພະຍາດແຫ່ງຊາດ ວັນທີ 11 ພະຈິກ 2018 ຕາງໜ້າການນຳເມືອງ, ໃຫ້ກຽດເປັນປະທານ ທ່ານ ອຳພອນ ສອນວິໄລ ຄະນະປະຈຳພັກເມືອງ, ຫົວ
ໜ້າຫ້ອງການກວດກາພັກ – ລັດເມືອງ, ທ່ານ ສຸດວິໄສ ໄຊສົງຄາມ ຫົວໜ້າກອງກວດກາປ່າໄມ້ ຕາງໜ້າພະແນກກະສິ
ກຳ ແລະ ປ່າໄມ້ແຂວງ, ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງ, ມີໜ່ວຍງານທີ່ກ່ຽວຂ້ອງ ແລະ ພໍ່ແມ່ປະຊາຊົນຜູ້ລ້ຽງສັດເຂົ້າຮ່ວມຢ່າງຫຼວງຫຼາຍ.
ຈຸດປະສົງໃນການຈັດພິທີເປີດຂະບວນການສັກຢາປ້ອງກັນພະຍາດແຫ່ງຊາດຄັ້ງນີ້ ກໍ່ເພື່ອປຸກລະດົມໃຫ້ພໍ່ແມ່ພີ່ນ້ອງຊາວກະສິກອນຜູ້ລ້ຽງສັດ ໃນຂອບເຂດທົ່ວເມືອງ ເວົ້າລວມ, ເວົ້າສະເພາະແມ່ນຢູ່ໃນບ້ານ ນາໜັງ ຫັນມາຊົມໃຊ້ເຕັກ
ນິກການລ້ຽງສັດ ແລະ ຖືຄວາມສຳຄັນຂອງການສັກຢາປ້ອງກັນພະຍາດສັດລ້ຽງຂອງຕົນເພື່ອປ້ອງກັນການລະບາດຂອງພະຍາດສັດ ແລະ ແນໃສ່ການລົບລ້າງພະຍາດສັດໃນອະນາຄົດ, ໃນປະຈຸບັນທົ່ວເມືອງມີສັດລ້ຽງທັງໝົດ: ງົວມີ 13 ພັນ 229 ໂຕ, ຄວາຍ 3 ພັນ 462 ໂຕ, ແບ້ 2 ພັນ 388 ໂຕ, ໝູ 13 ພັນ 341 ໂຕ, ມ້າ 239 ໂຕ, ສັດປີກ 73 ພັນ 389 ໂຕ ແລະ ປາ 2 ແສນ 52 ພັນ 514 ໂຕ, ການສັກຢາປ້ອງກັນພະຍາດໃນຕົ້ນປີ 2018 ນີ້ສັກຢາປ້ອງກັນພະຍາດເຕົ້າໂຮມເລືອດງົວ 3 ພັນ 715 ໂຕ, ຄວາຍ 305 ໂຕ, ອະຫິວາໝູ 694 ໂຕ, ອະຫິວາສັດປີກ 1 ພັນ 453 ໂຕ. ສະເພາະບ້ານ ນາໜັງ ຄອບຄົວທີ່ມີສັດລ້ຽງ 165 ຄອບຄົວມີງົວ 750 ໂຕ, ໝູ 374 ໂຕ ແລະ ສັດປີກ 1 ພັນ 450 ໂຕ.
ໃນຕອນທ້າຍຂອງພິທີ ທ່ານ ອຳພອນ ສອນວິໄລ ກໍ່ໄດ້ໃຫ້ຄວາມຄິດເຫັນວ່າ: ເພື່ອເຮັດໃຫ້ວັນດັ່ງກ່າວນີ້ໄດ້ຮັບການ
ຈັດຕັ້ງປະຕິບັດຢ່າງມີປະສິດທິຜົນຢ່າງກ້ວາງຂວາງ, ເພື່ອເປັນການກຳນົດ ແລະ ກ້າວໄປສູ່ການລົບລ້າງພະຍາດທີ່ຕົ້ນຕໍຂອງສັດໃນອະນາຄົດ, ເພື່ອລົບລ້າງຄວາມທຸກຍາກເຮັດໃຫ້ຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນດີຂື້ນ, ດັ່ງນັ້ນຂໍຮຽກ
ຮ້ອງມາຍັງຊາວກະສິກອນຜູ້ລ້ຽງສັດທັງຫຼາຍ, ພະນັກງານວິຊາການທີ່ກ່ຽວຂ້ອງ, ການຈັດຕັ້ງຂອງລັດໃນທົ່ວເມືອງ, ຈົ່ງເອົາໃຈໃສ່ການຈັດຕັ້ງປະຕິບັດຊີ້ນຳ ນຳພາຊາວກະສິກອນໃຫ້ຮັບຮູ້ ແລະ ຕື່ນຕົວສັກຢາປ້ອງກັນໃຫ້ແກ່ສັດລ້ຽງຂອງຕົນ
ຢ່າງທົ່ວເຖິງ ແລະ ຄົບຖ້ວນເພື່ອປ້ອງກັນຜົນປະໂຫຍດຂອງທ່ານ, ເຊື່ອແນ່ວ່າ: ຈະສາມາດພັດທະນາການລ້ຽງສັດໃຫ້ກາຍເປັນສິນຄ້າໄດ້ ແລະ ສາມາດບັນລຸຄາດໝາຍຕົວເລກຜະລິດຊີ້ນໃຫ້ພຽງພໍໃນການບໍລິໂພກພາຍໃນ ແລະ ສົ່ງອອກຕ່າງເມືອງ, ຕ່າງແຂວງ ແລະ ຕ່າງປະເທດ.

ບັນນາທິການ
ເພັດໄຊ ເພັດສົມແພງ
ຜູ້ຂຽນຂ່າວ
ຄຳພະແກ້ວ ອິນທະວົງ