ພະແນກກະສິກຳ ແລະ ປ່າໄມ້ ລົງຊຸກຍູ້ ການຜະລິດ ກະສິກຳເປັນສິນຄ້າຢູ່ເມືອງກັວນ


ວັນທີ 13 ພະຈິກ 2018 ທີ່ຜ່ານມາ, ພະແນກກະສິກຳ ແລະ ປ່າໄມ້ ຮ່ວມກັບຫ້ອງການກະສິກຳ ແລະ ປ່າໄມ້ເມືອງ
ກັວນ ໄດ້ລົງຊຸກຍູ້ການຜະລິລະດູແລ້ງ ແລະ ປູກກາເຟເປັນສິນຄ້າ, ຂອງໂຄງການ ພັດທະນາທົດແທນການປູກຝິ່ນ, ຢູ່ບ້ານ ຜາແຫຼມ, ເມືອງກັວນ, ນຳພາໂດຍ ທ່ານ ອຳພອນ ສອນວິໄລ ຄະນະປະຈຳພັກເມືອງ, ຫົວໜ້າຫ້ອງການກວດກາພັກ – ລັດເມືອງ, ທ່ານ ສຸດວິໄສ ໄຊສົງຄາມ ຫົວໜ້າກອງກວດກາປ່າໄມ້ ຕາງໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ, ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງ, ມີໜ່ວຍງານທີ່ກ່ຽວຂ້ອງ ແລະ ພໍ່ແມ່ປະຊາຊົນຜູ້ປູກກາເຟເຂົ້າຮ່ວມນຳ.
ຈຸດປະສົງໃນການຕິດຕາມຊຸກຍູ້ການຜະລິດປູກພືດເປັນສິນຄ້າຄັ້ງນີ້ ກໍ່ເພື່ອປຸກລະດົມໃຫ້ພໍ່ແມ່ພີ່ນ້ອງຊາວກະສິກອນຜູ້ປູກກາເຟ ໃນຂອບເຂດທົ່ວເມືອງ ເວົ້າລວມ, ເວົ້າສະເພາະແມ່ນຢູ່ໃນບ້ານ ຜາແຫຼມ ຫັນມາຊົມໃຊ້ເຕັກນິກການປູກ
ແລະ ຖືຄວາມສຳຄັນຂອງການປູກພືດເປັນສິນຄ້າສ້າງລາຍຮັບໃຫ້ຄອບຄົວພົ້ນທຸກຈາກຄວາມຍາກຈົນ ແລະ ແນໃສ່ການລົບລ້າງຄວາມທຸກຍາກໃນອະນາຄົດ, ໃນໂອກາດດັ່ງກ່າວ, ວິຊາການຂອງໂຄງການພັດທະນາທົດແທນການປູກຝິ່ນໄດ້ລາຍງານຄວາມຄືບໜ້າຂອງໂຄງການວ່າ: ເປົ້າໝາຍຂອງໂຄງການ, ປູກກາເຟ, ຈຳນວນ 3 ບ້ານ. ບ້ານນາອໍ້ ມີ 44 ຄອບຄົວເລີ່ມປູກກາເຟໃນປີ 2017 ຈຳນວນ 68 ພັນ 400 ເບ້ຍ, 13 ເຮັກຕາ, ປີ 2018 ມີ 113 ພັນ 100 ເບ້ຍ, 23 ເຮັກຕາ, ບ້ານ ໜອງແຫວນ ມີ 39 ຄອບຄົວເລີ່ມປູກກາເຟໃນປີ 2017 ຈຳນວນ 30 ພັນເບ້ຍ, 6 ເຮັກຕາ, ປີ2018 ມີ 113 ພັນ 100 ເບ້ຍ, 27 ເຮັກຕາ ແລະ ບ້ານ ຜາແຫຼມ ມີ 21 ຄອບຄົວເລີ່ມປູກກາເຟໃນປີ 2017 ຈຳ
ນວນ 48 ພັນ 600 ເບ້ຍ, 9 ເຮັກຕາ, ປີ 2018 ມີ 60 ພັນເບ້ຍ, 12 ເຮັກຕາ.
ໃນຕອນທ້າຍຂອງພິທີ ທ່ານ ອຳພອນ ສອນວິໄລ ກໍ່ໄດ້ໃຫ້ຄວາມຄິດເຫັນວ່າ: ເພື່ອເຮັດໃຫ້ການປູກກາເຟດັ່ງກ່າວນີ້ໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິຜົນຢ່າງກ້ວາງຂວາງ, ແນໃສ່ກ້າວໄປສູ່ການລົບລ້າງຄວາມທຸກຍາກຂອງປະຊາ
ຊົນໃນອະນາຄົດ ແລະ ເຮັດໃຫ້ຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນດີຂື້ນ, ດັ່ງນັ້ນຂໍຮຽກຮ້ອງມາຍັງຊາວກະສິກອນຜູ້
ປູກຝັງທັງຫຼາຍ, ພະນັກງານວິຊາການທີ່ກ່ຽວຂ້ອງ, ຈົ່ງເອົາໃຈໃສ່ການຈັດຕັ້ງປະຕິບັດຊີ້ນຳ ນຳພາຊາວກະສິກອນໃຫ້ຮັບຮູ້ ແລະ ຕື່ນຕົວປູກພືດໃຫ້ຫຼາຍກາຍເປັນສິນຄ້າ ແລະ ເພື່ອຜົນປະໂຫຍດຂອງທ່ານ, ເຊື່ອແນ່ວ່າ: ຈະສາມາດພັດທະນາການປູກພືດ ໃຫ້ກາຍເປັນສິນຄ້າໄດ້ ແລະ ສາມາດບັນລຸ ຕົວເລກຄາດໝາຍຊົມໃຊ້ພາຍໃນ ແລະ ສົ່ງອອກຕ່າງເມືອງ, ຕ່າງແຂວງ ແລະ ຕ່າງປະເທດ.

ບັນນາທິການ
ເພັດໄຊ ເພັດສົມແພງ
ຜູ້ຂຽນຂ່າວ
ຄຳພະແກ້ວ ອິນທະວົງ