ສະຖາບັນຄົ້ນຄ້ວາກະສິກຳ ສສ ຫວຽດນາມໄດ້ມອບກິດຈະກຳການປູກໄມ້ໃຫ້ໜາກໃຫ້ແກ່ພະແນກ ກະສິກຳ ແລະ ປ່າໄມ້ແຂວງຫົວພັນ

ວັນທີ 30 ພະຈິກ 2018 ທີ່ຜ່ານມານີ້ ຢູ່ທີ່ສູນສົ່ງເສີມເຕັກນິກກະສິກຳ ແລະ ປ່າໄມ້ຮ່ວມມືລາວ – ຫວຽດນາມບ້ານອົ້ງ, ເມືອງຊຳເໜືອ, ໄດ້ຈັດພິທີມອບ – ຮັບຜົນຂອງການຈັດຕັ້ງປະຕິບັດກິດຈະກຳປູກໄມ້ໃຫ້ໜາກ ໃຫ້ແກ່ພະແນກກະສິກຳ ແລະ ປ່າໄມ້ແຂວງຫົວພັນ ກ່າວມອບໂດຍທ່ານ ຮວາງວັນໂຫ້ງ ຕາງໜ້າສະຖາບັນຄົ້ນຄ້ວາກະສິກຳແຫ່ງຊາດຫວຽດນາມ ແລະ ກ່າວຮັບໂດຍ ທ່ານ ສໍສະຫັວນ ບານຄຳມີ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງຫົວພັນ, ໃນການມອບຮັບກິດຈະກຳໃນຄັ້ງນີ້ຍັງມີພະນັກງານວິຊາການຝ່າຍລາວ ແລະ ຝ່າຍຫວຽດນາມເຂົ້າຮ່ວມເປັນສັກຂີພິຍານ 30 ກ່ວາທ່ານ.
ເພື່ອເປັນການສົ່ງເສີມວຽກງານກະສິກຳພາຍໃນສູນດັ່ງກ່າວໃຫ້ເປັນຈຸດສາທິດ – ເປັນບ່ອນຮຽນໃຫ້ຊາວກະສິກອນຜູ້ທີ່ມີຄວາມສົນໃຈ – ເປັນບ່ອນລົງຕົວຈິງໃນການຝຶກອົບຮົມ, ກິດຈະກຳທີ່ມອບ – ຮັບໃນຄັ້ງນີ້ປະກອບມີ: ຕົ້ນໝາກພຸກ, ໝາກກ້ຽງ ແລະ ໝາກສີດາ ລວມທັງໝົດຈຳນວນ 1,800 ເບ້ຍ, ປູກໃນເນື້ອທີ່ 2 ເຮັກຕາ, ຊື່ງໄດ້ປູກມາແຕ່ເດືອນ ພຶດສະພາ 2018 ແລະ ຝ່າຍຫວຽດນາມໄດ້ສົ່ງຜູ້ຊ່ຽວຊານ, ມາຊ່ວຍຝຶກອົບຮົມແນະນຳກ່ຽວກັບເຕັກນິກວິຊາການໃຫ້ພະນັກງານວິຊາການລາວພ້ອມດ້ວຍຊາວກະສິກອນ 10 ຄອບຄົວໃນກຸ່ມເປົ້າໝາຍຢູ່ໃນເມືອງຊຳເໜືອ.
ໃນຕອນທ້າຍ ທ່ານ ສໍສະຫັວນ ບານຄຳມີ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ໄດ້ຮັບຮອງເອົາຜົນຂອງການຈັດຕັ້ງປະຕິບັດກິດຈະກຳປູກໄມ້ໃຫ້ໝາກ ແລະ ມອບຕໍ່ໃຫ້ສູນສົ່ງເສີມເຕັກນິກກະສິກຳ ແລະ ປ່າໄມ້ ຮ່ວມມືລາວ – ຫວຽດນາມ, ນຳໄປຈັດຕັ້ງປະຕິບັດໃຫ້ເກີດດອກອອກຜົນຕາມຈຸດປະສົງ ແລະ ເປົ້າໝາຍທີ່ວາງໄວ້.

ບັນນາທິການ
ສຸນີຄຳ ພົມມາສີ
ຜູ້ຂຽນຂ່າວ
ຄຳພະແກ້ວ ອິນທະວົງ