ໜ່ວຍພັກຫ້ອງການບໍລິຫານ ແລະ ຈັດຕັ້ງ – ພະນັກງານ ສຳເລັດກອງປະຊຸມໃຫ່ຍ ຄັ້ງທີ 3 ຂອງໜ່ວຍພັກ.

 

ຕອນ​ເຊົ້າ ​ເວລາ 8 ​ໂມງ ​ ຂອງວັນ​ທີ 0​​​3 ​ພຶດສະພາ 2019 ໜ່ວຍ​ພັກ​ ຫ້ອງການ​ບໍລິຫານ ​ແລະ ຈັດ​ຕັ້ງ – ພະນັກງານ ​ທີ່​ຂຶ້ນ​ກັບ ພະ​ແນ​ກກະສິກຳ ​ແລະ ປ່າ​ໄມ້ ​ແຂວງ​ຫົວພັນ, ໄດ້​ຈັດ​ກອງ​ປະຊຸມ​ໃຫຍ່​ສະ​ໄໝ ທີ 3 ຂອງ​ຕົນ​​ຂື້ນ ​ ທີ່​ຫ້ອງ​ປະຊຸມ​ພະ​ແນ​ກ, ​ກອງ​ປະຊຸມ​ດັ່ງກ່າວ​ໄດ້​ດຳ​ເນີນ​ເປັນ​ເວລາ 1 ວັນ, ​ໂດຍ​ພາຍ​ໃຕ້​ການ​ເປັນ​ປະທານ ​ຂອງ​ສະຫາຍ ​ບຸນ​ຄຳ ສີດາ​ວົງ ​ເລຂາ​ຄະນະ​ພັກຮາກ​ຖານ​ພັກ ພະ​ແນ​ກກະສິກຳ ​ແລະ ປ່າ​ໄມ້​ແຂວງ​, ສະຫາຍ ​​ເດີນ ທະວີ​ໄຊ ​ເລຂາ​ໜ່ວຍ​ພັກຫ້ອງການ​ບໍລິຫານ, ຍັງ​ມີຄະນະ​ໜ່ວຍ​ພັກ​ອ້ອມ​ຂ້າງ​ທີ່​ຂື້ນ​ກັບ​ພະ​ແນ​ກ, ສະມາຊິກ​ພັກ​ສົມ​ບຸນ, ສຳຮອງ ​ແລະ ຜູ້ຕາງໜ້າ​ຈາກ​ອົງການ​ຈັດ​ຕັ້ງ​ມະຫາຊົນ ​ເຂົ້າ​ຮ່ວມ​ທັງ​ໝົດ 35 ສະຫາຍ, ຍິງ 09 ສະຫາຍ.

ກອງ​ປະຊຸມ​ໃຫ່ຍຄັ້ງ​ນີ້ ​ໄດ້​ຜ່ານ​ບົດ​ລາຍ​ງານ​ການ​ເມືອງ ຂອງ​ການ​ຊີ້ນ​ນຳ​ນຳພາ​ຂອງ​ຄະນະ​ພັກ ​ໃນ​ໄລຍະ 1 ສະ​ໄໝ​ຜ່ານ​ມາ ​ແລະ ຜູ້​ເຂົ້າ​ຮ່ວມ​ໄດ້ພ້ອມ​ກັນ​ຄົ້ນ​ຄ້ວາ​ປະກອບ​ຄຳ​ຄິດ – ​ຄຳ​ເຫັນ, ​ແລ້ວ​ພ້ອມ​ກັນ​ລົງ​ປະຊາ​ມະຕິ​ເປັນ​ເອກະ​ພາບ​ກັນ​, ຮັບຮອງ​ເອົາ​ບັນດາ​ເນື້ອ​ໃນການຈັດ​ຕັ້ງ​ມະຕິ​ກອງ​ປະຊຸມ​ໃຫ່ຍ ​ແລະ ​ໄດ້​ມອບ​ໃບ​ຍ້ອງຍໍ​ໃຫ້​ສະມາຊິກ​ພັກ​ຜູ້​ທີ່​ມີ​ຜົນງານ​ດີ​ເດັ່ນ​ຈຳນວນ 14 ​ສະຫາຍ, ຈາກ​ເລຂາ​ຄະນະ​ພັກ​ຮາກ​ຖານ​ພະ​ແນ​ກກະສິກຳ ​ແລະ ປ່າ​ໄມ້​ແຂວງ, ສະ​ເໜີ​ຄະນະ​ປະຈຳ​ພັກ​ແຂວງ​ຍ້ອງຍໍຈຳນວນ 8 ສະຫາຍ, ນອກຈາກ​ນີ້​ຜູ້​ແທນ​ກອງ​ປະຊຸມ​ຍັງ​ໄດ້​ໃຊ້​ສິດ​ປະຊາ​ທິປະ​ໄຕ​ບ່ອນ​ບັດ​ເລືອກ​ຕັ້ງ​ຄະນະ​ພັກ​ຊຸດ​ໃໝ່ ບົນ​ພື້ນຖານ​ຖືກຕ້ອງ​ສອດຄ່ອງ​ກັບ​ມາດຖານ​, ​ເງື່ອນ​ໄຂ​ທີ່​ກຳນົດ​ໄວ້, ​ເຊີ່ງ​ມີ​ຜູ້​ຮັບ​ສະໝັກ​ເລືອກ​ຕັ້ງ 05 ສະຫາຍ, ກອງ​ປະຊຸມ​​ໄດ້​ເປັນ​ເອກະ​ພາບ​ເລືອກ​ເອົາ ​ເລຂາຄະນະ​ໜ່ວຍ​ພັກ, ຮອງ​ເລຂາ​ໜ່ວຍ​ພັກ ​ແລະ ຄະນະ​ພັກຈຳນວນ 3 ສະຫາຍ;

ຕອນ​ທ້າຍ​ຂອງກອງ​ປະຊຸມ​ຍັງ​ໄດ້​ຮັບ​ຟັງ​ການ​ໂອ້​ລົມ​ຈາກ​ສະຫາຍ ບຸນ​ຄຳ ສີດາ​ວົງ ​​ເລ​ຂາ​ພັກ​ຮາກ​ຖານ​ຂອງ​ພະ​ແນ​ກ ຊື່ງສະຫາຍ​ໄດ້​ຍ້ອງຍໍ​ຊົມ​ເຊີຍ​ຕໍ່​ການ​ຊີ້​ນຳ – ​ນຳພາ ຂອງ​ຄະນະ​ໜ່ວຍ​ພັກ, ​ເຫັນ​ໄດ້​ຄວາມ​ສາມັກຄີ​ເປັນ​ເອກະ​ພາບ, ມີ​ແບບ​ແຜນ​ວິທີ​ເຮັດ​ວຽກ​ແບບ​ລວມສູນປະຊາທິປະ​ໄຕ, ​ແບ່ງ​ງານ​ໃຫ້​ບຸກຄົນ​ຮັບຜິດຊອບຈິ່ງ​ເຮັດ​ໃຫ້​ວຽກ​ງານ​ທີ່​ໄດ້​ຮັບ​ການມອບໝາຍ ຈັດ​ຕັ້ງ​ປະຕິບັດ​ສຳ​ເລັດ, ພ້ອມ​ກັນ​ນັ້ນ​ໄດ້​ຮັບ​ການ​ຢັ້ງຢືນ​ເປັນ​ໜ່ວຍ​ພັກ​ແຂງ – ຮູ້​ນຳພາ​ຮອບດ້ານ​ໄດ້ 5 ສະ​ໄໝ​ຕິດ​ຕໍ່​ກັນ; ຈົ່ງໃຫ້​ປະກົດ​ຜົນ​ເປັນ​ຈິງ, ບຸກບືນ​ສ້າງ​ໜ່ວຍ​ພັກ​ໃຫ້ມີ​ຄວາມ​ປອດ​ໃສ, ​ເຂັ້ມ​ແຂງ ​ແລະ ໜັກ​ແໜ້ນ​ໃນ​ປີ​ຕໍ່​ໄປ​. ​ຮຽກຮ້ອງ​ໃຫ້​ຄະນະໜ່ວຍ​ພັກ, ສະມາຊິກ​ພັກ ພ້ອມ​ກັນ​ເອົາ​ໃຈ​ໃສ່​ເຕົ້າ​ໂຮມ​ຄວາມ​ສາມັກຄີ, ມີ​ຄວາມ​ເປັນ​ເອກະ​ພາບ​ພາຍ​ໃນ​ພັກ, ຊີ້​ນຳ – ນຳພາ​ວຽກ​ງານ​ວິຊາ​ສະ​ເພາະ​ຕາມ​ຂອບ​ເຂດ​ສິດ – ໜ້າ​ທີ່​ຂອງ​ຕົນ​ໃຫ້​ມີ​ຜົນສຳ​ເລັດ, ສ້າງ​ໃຫ້​ໄດ້​ຕົວ​ແບບ​ພາຍ​ໃນ​ໜ່ວຍ, ​ເອົາ​ໃຈ​ໃສ່​ເຊີດ​ຊູ​ນ້ຳ​ໃຈ​ເປັນ​ເຈົ້າ​ຕົນ​ເອງ ​ເພື່ອ​ພ້ອມ​ກັນ​ຈັດ​ຕັ້ງ​ປະຕິບັດທິດ​ທາງ​ແຜນການ​ ຂອງ​ໜ່ວຍ​ພັກ​ນັບ​ແຕ່​ປີ 2019 – 2023.

 ບັນນາທິການ   

ສຸນີຄຳ ພົມມາສີ

ຜູ້​ຂຽນ​ຂ່າວ

ຄຳພະແກ້ວ ອິນທະວົງ