ຫ້າໜ່ວຍພັກ ອອກແຮງງານເພື່ອຄຳ່ນັບຮັບຕ້ອນ ກອງປະຊຸມໃຫ່ຍ ບັນດາໜ່ວຍພັກ ແລະ ຮາກຖານພັກພະແນກກະສິກຳ ແລະ ປ່າໄມ້ແຂວງ.

ວັນ​ທີ 27 ​ເມສາ 2019 ທີ່​ຜ່ານ​ມາ ຫ້າ​ໜ່ວຍ​ພັກ, ອອກ​ແຮງ​ງານ ​ເພື່ອ​ຄຳ່​ນັບ​ຮັບ​ຕ້ອນ​ກອງ​ປະຊຸມ​ໃຫ່ຍ ຄັ້ງ​ທີ 9 ​ຂອງ​ບັນດາ​ໜ່ວຍ​ພັກ ​ແລະ ຮາກ​ຖານ​ພັກພະ​ແນ​ກກະ

ສິກຳ ​ແລະ ປ່າ​ໄມ້​ແຂວງ, ມີ​ພະນັກງານ, ລັດ​ທະ​ກອນ​ພາຍ​ໃນ​ພະ​ແນ​ກ​ເຂົ້າ​ຮ່ວມ 160 ກ່ວາ​ສະຫາຍ.

​ ໂດຍປະຕິບັດ​ຕາມ​ທິດ​ຊີ້​ນຳ​ຂອງ​ຄະນະ​ພັກ​ຮາກ​ຖານ, ພະ​ແນ​ກກະສິກຳ ​ແລະ ປ່າ​ໄມ້​, ​ໃນ​ການ​ສ້າງ​ຂະ​ບວນການ​ກະກຽມ​ກອງ​ປະຊຸມ​ໃຫ່ຍຄັ້ງ​ທີ 9 ຂອງ​ບັນດາ​ໜ່ວຍພັກ ​ແລະ ຮາກ​ຖານ​ພັກຈະ​ເປີດ​ຂື້ນ​ໃນ​ມໍ່ໆ. ນີ້, ຈຸດປະສົງ​ຂອງ​ການ​ອອກ​ແຮ​ງງານ​ຄັ້ງ​ນີ້ລວມມີ 3 ຈຸດປະສົງ​ໃຫ່ຍຄື: ​ເພື່ອ​ເປັນ​ການ​ສ້າງ​ຂະ​ບວນການ​ອອກ​ແຮງ​ງານ​ລວມ, ​ເພື່ອ​ຄຳ່​ນັບ​ຮັບ​ຕ້ອນ​ວັນ​ປູກ​ຕົ້ນ​ໄມ້​ແຫ່ງ​ຊາດ, ​ເພື່ອ​ສ້າງ​ຂະ​ບວນການ​ສ້າງສາ​ພັດທະນາ​ສູນ​ບໍລິການ​ເຕັກນິກ​ກະສິກຳ​ຮ່ວມ​ມື​ລາວ – ຫວຽດນາມ, ບ້ານ​ອົ້ງ​, ​ເພື່ອຖາງ​ໄຮ່ອະນາ​ໄມ, ກະກຽມ​ປູກ​ຫ້ຍາ​ລ້ຽງສັດ​ໃນ​ອະນາ​ຄົດ​ເຊີ່ງ​ມີ​ເນື້ອ​ທີ່​ 5 ກ່ວາ​ເຮັກຕາ.

 

ບັນນາທິການ

ສຸນີຄຳ ພົມມາສີ

ຜູ້​ຂຽນ​ຂ່າວ.

ຄຳພະແກ້ວ ອິນທະວົງ