ພະແນກກະສິກຳ ແລະ ປ່າໄມ້ ມອບປື້ມບົດລາຍງານ, ແຜນທີ່ການວາງແຜນຈັດສັນນຳໃຊ້ທີ່ດິນກະສິກຳ ແລະ ປ່າໄມ້ ແບບມີສ່ວນຮ່ວມຂັ້ນບ້ານໃຫ້ 3 ບ້ານ, ເມືອງສົບເບົາ, ແຂວງຫົວພັນ.

   

ວັນ​ທີ 21 ພຶດສະພາ 2019 ທີ່​ຜ່ານ​ມາ ພະ​ແນ​ກກະສິກຳ ​ແລະ ປ່າ​ໄມ້​ແຂວງ​​ໄດ້​ຈັດ​ກອງ​ປະຊຸມມອບ​ປື້​ມບົດ​ລາຍ​ງານ, ​ແຜນ​ທີ່​ການວາງ​ແຜນ​ຈັດ​ສັນ​ນຳ​ໃຊ້​ທີ່​ດິນ​ກະສິກຳ ​ແລະ ປ່າ​ໄມ້​ແບບ​ມີ​ສ່ວນ​ຮ່ວມ​ຂັ້ນ​ບ້ານ​ໃຫ້ 3 ບ້ານ ​ໂດຍ​ເປັນ​ປະທານ​ຮ່ວມ​ຂອງ​ທ່ານ ຄຳ​ພອນ ຣາຊາ​ຈັກ, ຫົວໜ້າ​ກົມ​ຄຸ້ມ​ຄອງ​ທີ່​ດິນກະສິກຳ ​ກະຊວງ​ກະສິກຳ ​ແລະ ປ່າ​ໄມ້, ທ່ານ ຄິ່ນ ທຸມມາ​ລາ ຮອງ​ຫົວ​ນ້າ​ພະ​ແນ​ກກະສິກຳ ​ແລະ ປ່າ​ໄມ້​ແຂວງ, ມີ​ພາກສ່ວນ​ທີ່​ກ່ຽວຂ້ອງ​ຂັ້ນ​ກະຊວງ, ​ແຂວງ, ​ເມືອງ ​ແລະ ປະຊາຊົນ​ເຂົ້າ​ຮ່ວມ​ນຳ.

​ເພື່ອ​ເຮັດ​ໃຫ້​ຊາວບ້ານ​ເປັນ​ເຈົ້າ​ການ​ໃນ​ການ​ຄຸ້ມ​ຄອງ, ການວາງ​ແຜນການ​ນຳ​ໃຊ້​ທີ່​ດິນ​ກະສິກຳ ​ແລະ ປ່າ​ໄມ້​ແບບມີ​ສ່ວນ​ຮ່ວມ​ມີ​ຄວາມ​ຮັບປະກັນ​ທາງ​ດ້ານ​ແບບ​ແຜນການ​ຜະລິດ​ກະສິກຳ ​ແລະ ປ່າ​ໄມ້​ໃຫ້​ມີ​ຄວາມ​ຍືນ​ຍົງ, ອິງ​ຕາມ​ກົດໝາຍ​ປົກຄອງ​ທ້ອງ​ຖິ່ນ ສະບັບ​ເລກທີ 68/ສພຊ ລົງ​ວັນ​ທີ 4 ທັນວາ, ພາກ​ທິ 4 ໝວດ 4 ມາດຕາ 39, 40 ວ່າ​ດ້ວຍ​ພາລະ​ບົດບາດສິດ – ໜ້າ​ທີ​ຂອງ​ເຈົ້າ​ເມຶ​ອງ. ອີງ​ຕາມ​ແຜນ​ພັດທະນາ​ທີ່​ດິນ​ກະສິກຳ ​ແລະ ປ່າ​ໄມ້​ນັບ​ແຕ່​ນີ້​ຮອດ​ປີ 2020 ​ເພຶ່ອ​ໃຫ້​ມີ​ຄວາມ​ຍືນ​ຍົງ ​ແລະ ຈັດ​ສັນ​ທຳ​ການ​ຜະລິດ​ແບບ​ຄົງ​ທີ. ອີງ​ຕາ​ມ​ໃບ​ສະ​ເໜີ​ຂອງ​ຫ້ອງການ​ກະ​ສິກຳ ​ແລະ ປ່າ​ໄມ້​ເມືອງ​ສະບັບ​ເລກທີ 56 /ກປມ ລົງ​ວັນ​ທີ 18 ມັງກອນ 2019 ອີງ​ຕາມ​ການ​ຄົ້ນ​ຄ້ວາ​ເຫັນ​ດີ​ເປັນ​ເອກະ​ພາບ​ຂອງ​ການ​ນຳ​ເມືອງ​ຄັ້ງ​ວັນ​ທີ 22 ກຸມພາ 2019. ​ເຈົ້າ​ເມືອງ, ​ເມືອງ​ສົບ​ເບົາ​ຕົກລົງ​ມອບ​ປື້​ມບົດ​ລາຍ​ງານ, ​ແຜນ​ທີ່ການວາງ​ແຜນ​ຈັດ​ສັນ​ນຳ​ໃຊ້​ທີ່​ດິນ​ກະສິກຳ ​ແລະ ປ່າ​ໄມ້ ​ແບບ​ມີ​ສ່ວນ​ຮ່ວມ​ຂັ້ນ​ບ້ານ​ໃຫ້ 3 ບ້ານຄື: ບ້ານ​​ໂພນ​ຊາຍ, ມີ​ເນື້ອ​ທີ່​ທັງ​ໝົດ 2 ພັນ 3 ຮ້ອຍ​ກ່ວາ​ເຮັກຕາ, ດິນ​ກະສິກຳ 7 ຮ້ອຍ 60 ກ່ວ​ເຮັກຕາ, ດິນ​ປ່າ​ໄມ້​ມີ​ເນື້ອ​ທີ່ 1 ພັນ 500 ກ່ວາ​ເຮັກຕາ ​ແລະ ດິນ​ອື່ນ 60 ກ່ວາ​ແຮັກ​ຕາ, ບ້ານນ້ຳ​ແຫ້ງ ມີ​ເນື້ອ​ທີ່​ທັງ​ໝົດ 2 ພັນ 8 ຮ້ອຍ​ກ່ວາ​ເຮັກຕາ, ດິນ​ກະສິກຳ 8 ຮ້ອຍ 80 ກ່ວາ​ເຮັກຕາ, ດິນ​ປ່າ​ໄມ້​ມີ​ເນື້ອ​ທີ່ 1 ພັນ 800 ກ່ວາ​ເຮັກຕາ ​ແລະ ດິນ​ອື່ນ 25 ກ່ວາ​ແຮັກ​ຕາ ​ແລະ ບ້ານ​ຫ້ວຍ​ຕຸ​ງ. ມີ​ເນື້ອ​ທີ່​ທັງ​ໝົດ 2 ພັນ 5 ຮ້ອຍ​ກ່ວາ​ເຮັກຕາ, ດິນ​ກະສິກຳ 1 ພັນກ່ວາ​ເຮັກຕາ, ດິນ​ປ່າ​ໄມ້​ມີ​ເນື້ອ​ທີ່ 1 ພັນ 400 ກ່ວາ​ເຮັກຕາ ​ແລະ ດິນ​ອື່ນ 50 ກ່ວາ​ແຮັກ​ຕາ. ນອກຈາກ​ນີ້​ຍັງ​ໄດ້​ມອບ​ໃບ​ຍ້ອງຍໍ​ໃຫ້​ບຸກຄົນ ​ແລະ ກົມ​ກອງ​ທີ່​ມີ​ຜົນງານ​ດີ​ເດັ່ນ​ອີກ​ດ້ວຍ.

ຕອນ​ທ້າຍ​ກອງ​ປະຊຸມ ​ທ່ານ​ປະທານ​ຍັງ​ໄດ້​ໂອ້​ລົມ​ແລກປ່ຽນ​ຄຳ​ຄິດ​ຄຳ​ເຫັນ​ແຕ່​ລະ​ບ້ານ​ທີ່​ໄດ້​ຮັບ​ປື້​ມ​ແຜນ​ທີ່​ການວາງ​ແຜນຈັດ​ສັນນຳ​ໃຊ້​ທີ່​ດິນ​ແບບ​ມີ​ສ່ວນ​ຮ່ວມ​ຂອງບ້ານ, ​ເພື່ອ​ນຳ​ໄປ​ຈັດ​ຕັ້ງ​ປະຕິບັດ​ໃຫ້​ໄດ້​ຮັບປະ​ໂຫຍ​ດ​ສຸງ​ ​ແລະ ​ປະຊາຊົນ​ຈົ່ງ​ເປັນ​ເຈົ້າ​ການ​ໃນ​ການ​ນຳ​ໃຊ້​ທີ່​ດິນ​ຢ່າງ​ຖືກຕ້ອງ​ຕາມ​ລະບຽບ​ການ.

 

   ບັນນາທິການ  

ສຸນີຄຳ ພົມມາສີ

   ຜູ້​ຂຽນ​ຂ່າວ.

ຄຳພະແກ້ວ ອິນທະວົງ