ພິທີກວດກາ 100% ໂຄງການສ້ອມແປງ – ຮາງລິນຄອງເໝືອງ ແລະ ໂຄງການກໍ່ສ້າງຂົວອູ່ໄປເຂດທຳການຜະລິດໂຄງການກະສິກຳ ເພື່ອໂພສະນາການ, ເມືອງຊ່ອນ, ແຂວງຫົວພັນ.

ວັນ​ທີ 13 ພຶດສະພາ 2019 ທີ່​ຜ່ານ​ມາ​, ​ເຈົ້າ​ຂອງ​ໂຄງການ ​ແລະ ບໍລິສັດ​ຜູ້​ຮັບ​ເໝົາ​ກໍ່ສ້າງ​ໄດ້​ລົງ​ກວດກາ​ຄວາມ​ຄືບ​ໜ້າ​ໂຄງການ​ກໍ່ສ້າງ​ຂົວ​ອູ່​ໄປ​ເຂດ​ທຳ​ການ​ຜະລິດ​ ​ແລະ ​ໂຄງການ​ກໍ່ສ້າງ​ຮາງລິນ​ຄອງ​ເໝືອງ, ​ເຊີ່ງ​ນຳ​ໂດຍ ທ່ານ ຄຳ​ພຽນ ​ໄຊ​ສົມ​ພັນ ຮອງ​ເຈົ້າ​ເມືອງ, ຜູ້​ຊີ້​ນຳ​ວຽກ​ງານ​ຂົງ​ເຂດ​ເສດຖະກິດ, ​ເປັນ​ຜູ້​ຊີ້​ນຳ​ໂຄງການ​ຂັ້ນ​ເມືອງ, ມີ​ພາກສ່ວນ​ທີ່​ກ່ຽວຂ້ອງ​ຂັ້ນ​ເມືອງ, ອຳນາດ​ການ​ປົກຄອງ​ບ້ານ​ເຂົ້າ​ຮ່ວມ​ນຳ.

ໂຄງການກໍ່ສ້າງ​ຂົວ​ອູ່​ໄປ​ເຂດ​ທຳ​ການ​ຜະລິດ, ບ້ານ​ ວັດ, ​ໄດ້​ເລີ່​ມລົງມື​ກໍ່ສ້າງຕົ້ນ​ເດືອນ ກຸມພາ 2019 ສຳ​ເລັດ​ລົງ​ໃນ​ທ້າຍ​ເດືອນ ​ເມສາ 2019 ລວມມູນ​ຄ່າ​ທັງ​ໝົດ 456 ລ້ານ​ກ່ວາ​ກີບ, ຊື່​ງ​ໄດ້​ຮັບທຶນ​ ​ຈາກ​ໂຄງການ ​ກະສິກຳ ເພື່ອ​ໂພ​ສະນາ​ການ 319 ລ້ານ​ກ່ວາ​ກີບ, ທຶນ​ປະກອບສ່ວນ​ຂອງ​ປະຊາຊົນ 68 ລ້ານກ່ວາ​ກີບ. ຂົວ​ອູ່​ມີ​ຂະໜາດ​ກ້ວາງ 1 ​ແມັດ 80 ຊັງ​ຕີ​ແມັດ, ຍາວ 70 ​ແມັດ, ລວງ​ສູງ 8 ​ແມັດ, ສາມາດ​ຮັບ​ໃຊ້​ປະຊາຊົນ​ພາຍ​ໃນ​ບ້ານ​​ໄດ້ 121 ຄອບຄົວ, ​ໂຄງການ​ກໍ່ສ້າງ​ຮາງລິນ​ຄອງ​ເໝືອງ​ນ້ຳ​ຈັກ, ບ້ານ​ ນາ​ຈັກ, ໄດ້​ເລີ່​ມລົງມື​ຈັດ​ຕັ້ງ​ປະຕິບັດ​ແຕ່​ຕົ້ນ​ເດືອນ ​ມີນາ 2019 ​ແລະ ສຳ​ເລັດ​ການ​ກໍ່ສ້າງສ້ອມ​ແປງ​ໃນ​ທ້າຍ​ເດືອນ ​ເມສາ 2019 ລວມມູນ​ຄ່າ​ທັງ​ໝົດ 140 ລ້ານ​ກ່ວາ​ກີບ, ທຶນ​ ​ຂອງ​ໂຄງການ ກະສິກຳ ​ເພື່ອ​ໂພ​ສະນາ​ການ 98 ລ້ານ​ກ່ວາ​ກີບ ​ແລະ ທຶນ​ປະກອບສ່ວນ​ຂອງ​ປະຊາຊົນ 25 ລ້ານ​ກ່ວາ​ກີບ, ສາມາດ​ເອົາ​ນ້ຳ​ເຂົ້າ​ຫົດ​ເນື້ອ​ທີ່​ນາ​ໄດ້ 30 ​ເຮັກຕາ, ​ເຊິ່ງທັງ 2 ​ໂຄງການ​ດັ່ງກ່າວ​ແມ່ນ​ບໍລິສັດ ​ທີ​ເຮົ້າ ກໍ່ສ້າງ​ຈຳກັດ, ​ເປັນ​ຜູ້​ຮັບ​ເໝົາ​ກໍ່ສ້າງ.

ພາຍຫຼັງ​ກວດກາ​ການ​ກໍ່ສ້າງ​ສຳ​ເລັດ​ແລ້ວ, ທ່ານ​ຮອງ​ເຈົ້າ​ເມືອງ ​ໃຫ້​ຄຳ​ຄິດ​ເຫັນ​ວ່າ: ການຈັດຕັ້ງປະຕິບັດໂຄງການ ຕ້ອງມີການຕິດຕາມ, ກວດກາ, ປະເມີນຜົນຄວາມຄືບໜ້າຂອງໂຄງການ ແລະ ໃຫ້ແຕ່ລະພາກສ່ວນຕ້ອງເປັນເຈົ້າການໃນການຈັດຕັ້ງປະຕິບັດ, ອຳນາດ​ການ​ປົກຄອງ​ບ້ານ, ແມ່ນໝາກຫົວໃຈຫຼັກທີ່ນຳພາປະຊາຊົນ​ຊົມ​ໃຊ້​ຂົວ ​ແລະ ຮາງລິນ​ຄອງ​ເໝືອງ, ໃຫ້​ເກີດ​ປະ​ໂຫຍ​ດສຸງສຸດ, ປະກອບສ່ວນ​ເພີ່ມ​ຜົນ​ຜະລິດ​ກະສິກຳ ​ໃຫ້​ເພີ່ມ​ຂື້ນ, ​ແກ້​ໄຂ​ການ​ຂາດ​ດ້ານ​ໂພ​ສະນາ​ການ, ​ແນ​ໃສ່ແກ້​ໄຂ​ຄວາມທຸກ​ຍາກ​ຂອງ​ປະຊາຊົນ​​ໃນ​ເຂດ​ດັ່ງກ່າວ, ໃຫ້​ນັບ​ມື້​ຫຼຸດລົງ​ເທື່ອ​ລະ​ກ້າວ.

 

  ບັນນາທິການ

ສຸນີຄຳ ພົມມາສີ                                                                                    

 ຜູ້​ຂຽນ​ຂ່າວ

ຄຳພະແກ້ວ ອິນທະວົງ