ໂຄງການກະສິກຳເພື່ອໂພສະນາການ ສຳເລັດຝືກອົບຮົມເຕັກນີກການປູກ,ການລ້ຽງ ໃຫ້ບັນດາເມືອງເປົ້າໝາຍຂອງໂຄງການ

​ວັນ​ທີ່ 7-10 ພຶດ​ສະ​ພາ 2019 ນີ້ ໂຄງ​ການ​ກະ​ສິ​ກຳ ເພື່ອ​ໂພ​ສະ​ນາ​ການ ​ ໄດ້​ຈັດ​ກອງ​ປະຊຸມຝືກ​ອົບ​ຮົບ ສົ່ງ​ເສີມ​ການ​ປູກ​, ການ​ລ້ຽງ ໃຫ້​ບັນ​ດາ ເມືອງ​ເປົ້າ​ໝາຍ​ຂອງ​ໂຄງ​ການ​ຄື: ​ເມືອງ​ຫົວ​ເມືອງ, ເມືອງ​ຊຳ​ໃຕ້, ເມືອງ​ກັວນ ແລະ ເມືອງ​ຊ່ອນ, ກອງ​ປະ​ຊຸມ​ໄດ້​ຈັດ​ຂື້ນ ​​ຢູ່​ຫ້ອງ​ປະ​ຊຸມ​ຫ້ອງ​ການ​ກະ​ສິ​ກຳ ແລະ ປ່າ​ໄມ້​ເມືອງ​ຊ່ອນ ​ພາຍ​ໃຕ້​ການ​ເປັນ​ປະທານ ​ຂອງ ​ທ່ານ ​ສະ​ຫັວນ​ທອງ ຄຳ​ມີ​ສຸ​ລິ​ວົງ ຮອງຫົວໜ້າ​ຫ້ອງ​ການ​ກະ​ສິ​ກຳ ແລະ ປ່າ​ໄມ້​ເມືອງ​ຊ່ອນ ​ເປັນກຽດ​ເຂົ້າ​ຮ່ວມ​ຂອງ​ ທ່ານ ​ບຸນ​ສີ ບັນ​ດາ​ສັກ ຮອງ​ຫົວໜ້າພະ​ແນກ​ສົ່ງ​ເສີມ​ເຕັກ​ນີກ​ ແລະ ປຸງ​ແຕ່ງ​ກະ​ສິ​ກຳ ມີ​ບັນດາ​​ຜູ້​ປະ​ສານ​ງານໂຄງ​ການຂັ້ນ​​ສູນ​ກາງ, ຂັ້ນແຂວງ ​ແລະ ຂັ້ນ​ເມືອງ ພ້ອມ​ດ້ວຍພະນັກງານ​ວິຊາ ​ແລະ ພາກສ່ວນ​ທີ່​ກ່ຽວຂ້ອງ ​ເຂົ້າ​ຮ່ວມ​ທັງໝົດ 20 ກວ່າ​ທ່ານ.

​          ການ​ຝືກ​ອົບ​ຮົບ​ໃນຄັ້ງ​ນີ້ ທ່ານ ​ມະ​ນີ​ລັດ ຊາ​ສີ​ດາ​ວົງ ຮອງ​ຫົວໜ້າພະ​ແນກ​ແນວ​ພັນ ​ໄດ້​ນຳ​ສະ​ເໜີ ໃຫ້ນັກສຳມະນາກອນໄດ້ ຮຽນຮູ້ການສົ່ງ​ເສີມ​ເຕັກ​ນີກ​ການ​ປູກ ແລະ ການ​ລ້ຽງ, ເຊີ່ງໄດ້ແບ່ງ​ເປັນ 2 ພາກ ​ໄດ້ແກ່: ພາກທິດສະດີ ແລະ ພາກສະໝາມ, ໃນນີ້ຄູ່ຝືກຍັງໄດ້ຈັດແບ່ງໃຫ້ນັກສຳມະນາກອນຂອງແຕ່ລະເມືອງ ແລະ ແຂວງ, ຂຽນ​ປື້ມຄູ່​ມື​​ ເຕັກນີກການປູກຝັງ ແລະ ລ້ຽງສັດ ສົ່ງເສີມການຜະລິດກະສິກຳເປັນສີ້ນຄ້າ  ແລະ ໄດ້ລົງປະຕິບັດຕົວຈີງ ສ້າງສວນປູກຜັກໃນເຮືອນຫົ່ມ ຈຳນວນ 1 ຫຼັງ, ມີຂະໜາດ 6 x 10 ແມັດ,ຢູ່ທີສະຖານີກະສິກຳ ແລະ ປ່າໄມ້ເມືອງຊ່ອນ, ເພື່ອເປັນບ່ອນສາທິດ ແລະ ສືກສາ, ແລກປ່ຽນບົດຮຽນນຳ​ກັນ ​ແລະ ​ເນັ້ນໜັກ​ ໃນການສົ່ງເສີມຜະລິດກະສິກໍາເປັນສີ້ນຄ້າ ຢູ່ແຂວງຫົວພັນ, ໃຫ້​ບັນ​ດາ​ສູນ​ ແລະ ​ສະ​ຖາ​ນີອ້ອມຂ້າງ​ ຢູ່​ບັນ​ດາ​ເມືອງ​ຕ່າໆ, ເປັນ​ບ່ອນ​ສືກ​ສາ​ຮຽນ​ຮູ້ ແລະ ເປັນ​ບ່ອນຊຸກຍູ້ສົ່ງເສີມຊາວກະສິກອນ ຜູ້​ທີ​ມີ​ຄວາມ​ສົນ​ໃຈ​ຮຽນ​ຮູ້ ທາງດ້ານ​ເຕັກ​ນີກ​ການ​ປູກ​ຝັງ, ລ້ຽງ​ສັດ ​ໃນການຜະລິດກະ​ສິ​ກຳຂະໜາດນ້ອຍ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ – ສັງຄົມຂອງຊາດ,​  ເພື່ອເປັນ​ທ່າ​ແຮງ, ​ແລະ ​ຊ່ວຍ​ເຫຼືອ​,ໃນການສົ່ງເສີມການຜະລິດກະສິກໍາເປັນສີ້ນຄ້າ ສ້າງລາຍຮັບ​ເຂົ້າ​ສູ​ຄອບ​ຄົວ, ແກ້ໄຂຄວາມທຸກຍາກ ແລະ ຍົກລະດັບ ຊີວິດການເປັນຢູ່ ຂອງ ປະຊາຊົນບັນດາເຜົ່າໃຫ້ນັບມື້ດີຂື້ນ

​ໃນ​ຕອນ​ທ້າຍ  ທ່ານ​​ ບຸນ​ສີ ບັນ​ດາ​ສັກ ຮອງ​ຫົວໜ້າພະ​ແນກ​ສົ່ງ​ເສີມ​ເຕັກ​ນີກ​ ແລະ ປຸງ​ແຕ່ງ​ກະ​ສິ​ກຳ ໄດ້​ມອບ​ໃບຢັ້ງ​ຢືນ  ​ໃຫ້​ແກ່​ນັກ​ສຳ​ມະ​ນາກ​ອນ ແລະ ມອບ​ກິດ​ຈະ​ກຳ​ສາ​ທິດ​ ສວນປູກ​ຜັກ​ເຮືອນ​ຫົ່ມ​ ໃຫ້​ແກ່​ສະ​ຖາ​ນີ​ບໍ​ລິ​ການ​ເຕັກ​ນີກ​ກະ​ສິ​ກຳ ແລະ ປ່າໄມ້ ​ເມືອງ​ຊ່ອນ ​ອີກ​ດ້ວຍ.

ບັນ​ນາ​ທິ​ການ 

ສຸນີຄຳ ພົມມາສີ                                                                      

 ຜູ້​ຂຽນ​ຂ່າວ

ຄຳພະແກ້ວ ອິນທະວົງ