ພິທີກວດກາ 100% ໂຄງການສ້ອມແປງ – ຕໍ່ເຕີມຄອງເໝືອງ ແລະ ໂຄງການສ້ອມແປງຕໍ່ເຕີມນ້ຳລິນ, ຂອງໂຄງການກະສິກຳ ເພື່ອໂພສະນາການ, ເມືອງຊ່ອນ, ແຂວງຫົວພັນ.

ວັນ​ທີ 7 ພຶດສະພາ 2019 ທີ່​ຜ່ານ​ມາ​, ​ເຈົ້າ​ຂອງ​ໂຄງການ ​ແລະ ບໍລິສັດ​ຜູ້​ຮັບ​ເໝົາ​ກໍ່ສ້າງ​ໄດ້​ລົງ​ກວດກາ​ຄວາມ​ຄືບ​ໜ້າ​ໂຄງການ​ກໍ່ສ້າງ​ຊົນລະປະທານ ຕໍ່​ເຕີມ​ຄອງ​ເໝືອງ ​ແລະ ​ໂຄງການ​ສ້ອມ​ແປງ​ຕໍ່​ເຕີມ​ນ້ຳ​ລິນ, ​ເຊີ່ງ​ນຳ​ໂດຍ ທ່ານ ຄຳ​ພຽນ ​ໄຊ​ສົມ​ພັນ ຮອງ​ເຈົ້າ​ເມືອງ, ຜູ້​ຊີ້​ນຳ​ວຽກ​ງານ​ຂົງ​ເຂດ​ເສດຖະກິດ, ມີ​ພາກສ່ວນ​ທີ່​ກ່ຽວຂ້ອງ​ຂັ້ນ​ເມືອງ, ອຳນາດ​ການ​ປົກຄອງ​ບ້ານ​ເຂົ້າ​ຮ່ວມ​ນຳ.

ໂຄງການ​ຕໍ່​ເຕີມ​ຄອງ​ເໝືອງ, ບ້ານ​ ບົງ ​ແລະ ບ້ານ ສົບ​ຕິ້ວ, ​ໄດ້​ເລີ່​ມລົງມື​ກໍ່ສ້າງຕົ້ນ​ເດືອນ ​ເມສາ 2019 ສຳ​ເລັດ​ລົງ​ໃນ​ທ້າຍ​ເດືອນ​ເມສາ 2019 ລວມມູນ​ຄ່າ​ທັງ​ໝົດ 313 ລ້ານ​ກ່ວາ​ກີບ, ທຶນ​ ​ຂອງ​ໂຄງການ ​ກະສິກຳ ເພື່ອ​ໂພ​ສະນາ​ການ 218 ລ້ານ​ກ່ວາ​ກີບ, ທຶນ​ປະກອບສ່ວນ​ຂອງ​ປະຊາຊົນ 46 ລ້ານກ່ວາ​ກີບ. ຄອງ​ເໝືອງ​ມີ​ຂະໜາດ​ກ້ວາງ 1 ​ແມັດ, ສູງ 80 ຊັງ​ຕີ​​ແມັດ ​ແລະ ລວງ​ຍາວ 315 ​ແມັດ, ສາມາດ​ເອົາ​ນ້ຳ​ເຂົ້າ​ຫົດ​ເນື້ອ​ທີ່​ນາ​ໄດ້ 20 ​ເຮັກຕາ, ​ໂຄງການ​ສ້ອມ​ແປງ ​ແລະ ຕໍ່​ເຕີມ​ນ້ຳ​ລິນ, ບ້ານ​ ວັງ​ຄ້ວາງ, ໄດ້​ເລີ່​ມລົງມື​ຈັດ​ຕັ້ງ​ປະຕິບັດ​ແຕ່​ຕົ້ນ​ເດືອນ ​ເມສາ 2019 ​ແລະ ສຳ​ເລັດ​ການ​ສ້ອມ​ແປງ​ໃນ​ທ້າຍ​ເດືອນ ​ເມສາ 2019 ລວມມູນ​ຄ່າ​ທັງ​ໝົດ 112 ລ້ານ​

ກ່ວາ​ກີບ, ທຶນ​ ​ຂອງ​ໂຄງການ ກະສິກຳ ​ເພື່ອ​ໂພ​ສະນາ​ການ 78 ລ້ານ​ກ່ວາ​ກີບ ​ແລະ ທຶນ​ປະກອບສ່ວນ​ຂອງ​ປະຊາຊົນ 16 ລ້ານ​ກ່ວາ​ກີບ, ສາມາດ​ສະໜອງ​ນ້ຳ​ຮັບ​ໃຊ້ປະຊາຊົນ​ໄດ້ 60 ຄອບຄົວ, ​ເຊິ່ງທັງ 3 ​ໂຄງການ​ດັ່ງກ່າວ​ແມ່ນ​ບໍລິສັດ ​ທີ​ເຮົ້າ ກໍ່ສ້າງ​ຈຳກັດ, ​ເປັນ​ຜູ້​ຮັບ​ເໝົາ​ກໍ່ສ້າງ.

ພາຍຫຼັງ​ກວດກາ​ການ​ກໍ່ສ້າງ​ສຳ​ເລັດ​ແລ້ວ, ທ່ານ​ຮອງ​ເຈົ້າ​ເມືອງ ​ໃຫ້​ຄຳ​ຄິດ​ເຫັນ​ວ່າ: ການຈັດຕັ້ງປະຕິບັດໂຄງການ ຕ້ອງມີການຕິດຕາມ, ກວດກາ, ປະເມີນຜົນຄວາມຄືບໜ້າຂອງໂຄງການ ແລະ ໃຫ້ແຕ່ລະພາກສ່ວນຕ້ອງເປັນເຈົ້າການໃນການຈັດຕັ້ງປະຕິບັດ, ອຳນາດ​ການ​ປົກຄອງ​ບ້ານ, ແມ່ນໝາກຫົວໃຈຫຼັກທີ່ນຳພາປະຊາຊົນ​ໃຊ້​ນ້ຳ​ຊົນລະປະທານ, ໃຫ້​ເກີດ​ປະ​ໂຫຍ​ດສຸງສຸດ ​ແລະ ນຳ​ໃຊ້​ນ້ຳ​ລິນ​​ໄດ້ຢ່າງ​ຍາວ​ນານ. ປະກອບສ່ວນ​ເພີ່ມ​ຜົນ​ຜະລິດ​ກະສິກຳ ​ໃຫ້​ເພີ່ມ​ຂື້ນ, ​ແກ້​ໄຂ​ການ​ຂາດ​ດ້ານ​ໂພ​ສະນາ​ການ, ​ແກ້​ໄຂ​ຄວາມທຸກ​ຍາກ​ຂອງ​ປະຊາຊົນ​ໃຫ້​ນັບ​ມື້​ຫຼຸດລົງ​ເທື່ອ​ລະ​ກ້າວ.

 

    ບັນນາທິການ                                                                                     ຜູ້​ຂຽນ​ຂ່າວ

ສຸນີຄຳ ພົມມາສີ                                                                                 ຄຳພະແກ້ວ ອິນທະວົງ