ພະແນກກະສິກຳ ແລະ ປ່າໄມ້ ສຳເລັດກອງປະຊຸມປະເມີນແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ປະຈຳປີ 2021-2022

    ພະແນກກະສິກຳ ແລະ ປ່າໄມ້ ແຂວງ ຈັດກອງປະຊຸມ ປະເມີນແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ປະຈຳປີ 2021 ທີ່ຫ້ອງປະຊຸມ ຊັ້ນ 2 ຫໍວັດທະນະທຳ ໂດຍການເປັນປະທານຂອງສະຫາຍ ໄຈເພັດ ເຮືອງຖາວອນ ຮັກສາການຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ, ມີບັນດາສະຫາຍ ຄະນະພັກຮາກຖານ ເລຂາ, ຮອງເລຂາ, ຄະນະໜ່ວຍພັກ, ຫົວໜ້າຂະແໜງ, ຮອງຂະແໜງ ແລະ ມີບັນດາສະຫາຍຈາກພາກສ່ວນທີ່ກ່ຽວຂ້ອງຂອງແຂວງເຂົ້າຮ່ວມທັງໝົດ 35 ທ່ານ, ຍິງ 7 ທ່ານ.

ສະຫາຍ ພອນສະຫັວນ ບຸນທະວົງ ຫົວໜ້າຫ້ອງການບໍລິຫານ ແລະ ຈັດຕັ້ງ ຂື້ນຜ່ານບົດສະຫຼຸບ ການຂື້ນແຜນກຳນົດພະນັກງານນຳພາ-ຄຸ້ມຄອງໃນໄລຍະ 1 ປີຜ່ານມາ ທີ່ໄດ້ຈັດຕັ້ງປະຕິບັດການສ້າງບຸກຄະລາກອນໃນຂົງເຂດກະສິກຳ ແລະ ວາງແຜນສ້າງບຸກຄະລາກອນໃນປີຕໍ່ໄປ

ໃນນີ້; ສະຫາຍ ນ ວຽງພຸດ ຈັນວິໄຊ ຮອງຫົວໜ້າຂະແໜງພະນັກງານ, ຄະນະຈັດຕັ້ງແຂວງ, ຂື້ນຜ່ານເອກະສານທີ່ກ່ຽວຂ້ອງ ແລະ ແນະນຳ ວິທີປະເມີນແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ແລະ ຄະນະຮັບຜິດຊອບໄດ້ແຈກຢາຍບັດໃຫ້ ບັນດາສະຫາຍຜູ້ມີສິດໄດ້ເລືອກເອົາພະນັກງານນຳພາ-ຄຸ້ມຄອງ. ກອງປະຊຸມໄດ້ສຳເລັດລົງເປັນເວລາ 1 ຕອນຂອງວັນທີ 7 ຕຸລາ 2022

ບັນນາທິການ; ນ ພວງວັນ ມີວົງສາ

ພາບ-ຂ່າວ; ຄຳພະແກ້ວ ອິນທະວົງ