Khamphakeo Inthavong

ການນຳ ກະຊວງກະສິກຳ ແລະ ປ່າໄມ້ ລົງຢ້ຽມຢາມ ແລະ ເຮັດວຽກຢູ່ເມືອງຊ່ອນ, ແຂວງຫົວພັນ.

   

ໃນລະຫ່ວາງວັນທີ 18-21 ກຸມພາ 2023 ການນຳ ກະຊວງກະສິກຳ ແລະ ປ່າໄມ້ ນຳໂດຍ: ທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ພ້ອມດ້ວຍຄະນະ ລົງຢ້ຽມຢາມ ແລະ ເຮັດວຽກຢູ່ ເມືອງຊ່ອນແຂວງຫົວພັນ, ໃຫ້ກຽດຕ້ອນຮັບໂດຍ: ທ່ານ ໄຈເພັດ ເຮືອງຖາວອນ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງຫົວພັນ, ມີເຈົ້າເມືອງ, ຮອງເຈົ້າເມືອງໆ ຊ່ອນ, ພ້ອມດ້ວຍຫົວໜ້າຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມນຳ.

ໂອກາດດັ່ງກ່າວ ທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ພ້ອມດ້ວຍຄະນະທີມງານກ່ຽວຂ້ອງຂອງແຂວງ, ເມືອງ, ໄດ້ລົງເບີ່ງກິດຈະກຳຂອງຂະແໜງການກະສິກຳ-ປ່າໄມ້, ເບີ່ງການປູກເຂົ້ານາແຊງ, ບ້ານນາທົ່ງປໍ ແລະ ບ້ານຊ່ອນເໜືອ, ເບິ່ງກິດຈະກຳການກໍ່ສ້າງສ້ອມແປງ ຊົນລະປະທານ ບ້ານບໍ່, ກິດຈະກຳການບຸກເບີກເນື້ອທີ່ນາໃໝ່ໃຫ້ຄອບຄົວທຸກຍາກ ບ້ານຫ້ວຍເລົາ ຂອງໂຄງການປ່າໄມ້ແບບພູມີທັດ ແລະ ສົ່ງເສີມຊີວິດການເປັນຢູ່ ແລະ ມອບຮັບກິດຈະກຳ ໂຮງຮຽນ ມສ ຊ່ອນໃຕ້, ທີ່ໄດ້ຮັບການສະໜັບສະໜູນຈາກ ກົມສົ່ງເສີມກະສິກຳ ແລະ ສະຫະກອນ ຮ່ວມກັບໂຄງການບໍລິການສົ່ງເສີມກະສິກຳຮອບດ້ານ ກະຊວງກະສິກຳ ແລະ ປ່າໄມ້.

ທ່ານ ອຳລາຄອນ ບຸນລໍຄຳ ອຳນວຍການໂຮງຮຽນ ມສ ຊ່ອນໃຕ້ ໄດ້ຜ່ານບົດລາຍງານໂດຍຫໍ້ຍ, ກ່ຽວກັບກິດຈະກຳທີ່ໂຄງການສະໜັບສະໜູນມີຄື: ຫ້ອງອ່ານໜັງສື, ຫ້ອງຍາມໂຮງຮຽນ, ເຮືອນຄົວພ້ອມເຕົາໃບໂອເເກັດ, ຫ້ອງນຳ້ນັກຮຽນຍິງ-ຊາຍ, ອ່າງນຳ້, ຖັງນຳ້ ແລະ ເຮືອນຮົ່ມປູກຜັກປອດສານພິດ. ລວມມູນຄ່າການກໍ່ສ້າງທັງໝົດ 199 ລ້ານກ່ວາກີບ, ທຶນປະກອບສ່ວນຂອງໂຮງຮຽນ 27 ລ້ານກ່ວາກີບ, ກິດຈະກຳທັງໝົດໄດ້ເລີ່ມກໍ່ສ້າງແຕ່ວັນທີ 25 ມີນາ 2020 ເຖີງວັນທີ 15 ຕຸລາ 2021 ສຳເລັດ, ນອກຈາກນີ້ທາງໂຄງການຍັງໄດ້ສະໜອງເບ້ຍໄມ້ຈຳນວນໜື່ງ ແລະ ທາງໂຄງການຍັງໄດ້ສົ່ງຊ່ຽວຊານ ແລະ ວິຊາການມາສ້າງຄວາມຮູ້ດ້ານກະສິກຳໃຫ້ຄູ ແລະ ນັກຮຽນເຊັ່ນ: ການເຮັດຝຸ່ນບົ່ມ, ວິທີການປູກຕົ້ນໄມ້, ເຕັກນິກການປູກພືດຜັກສວນຄົວປະເພດຕ່າງໆ, ຜົນໄດ້ຮັບ ນ້ອງໆນັກຮຽນ ມີຫ້ອງອ່ານໜັງສືໃນຍາມຫ່ວາງ ແລະ ສາມາດເຮັດກິດຈະກຳໄດ້ຫຼາຍຢ່າງ, ມີບ່ອນກິນທີ່ສະອາດ ແລະ ຖືກຫຼັກອະນາໄມ, ໄດ້ນຳໃຊ້ຫ້ອງນຳ້ທີ່ສະອາດ, ມີຄວາມສະດວກສະບາຍຫຼາຍຂື້ນ, ໂຮງຮຽນມີນຳ້ຊົມໃຊ້ຢ່າງພຽງພໍ, ມີບ່ອນສາທິດປູກພືດສວນຄົວປູກຜັກໄດ້ 2 ລະດູ, ຄູ ແລະ ນັກຮຽນໄດ້ຄວາມຮູ້ ແລະ ທັກສະໃໝ່ໃນດ້ານກະສິກຳ.

ທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ກ່າວວ່າ: ອິງໃສ່ຄວາມຮຽກຮ້ອງຕ້ອງການຂອງທ້ອງຖິ່ນ, ໂຄງການດັ່ງກ່າວຄົ້ນຄ້ວາໃຫ້ຄວາມຊ່ວຍເຫຼືອ ເປັນຕົ້ນແມ່ນສິ່ງປູກສ້າງທີ່ມີຄວາມຈຳເປັນພາຍໃນໂຮງຮຽນ, ການຮຽນ-ການສອນ, ການຖ່າຍທອດຄວາມຮູ້ໃຫ້ແກ່ນ້ອງນັກຮຽນ ທັງເປັນການເປີດກ້ວາງຈາກວິຊາທີ່ເຄີຍສິດສອນຕື່ມໃຫ້ເປັນວິຊາໃນການປູກ-ການລ້ຽງ, ເປັນການສ້າງຄວາມຮູ້ໃຫ້ແກ່ລູກຫຼານໃນອະນາຄົດ, ສິ່ງທີ່ມອບໃຫ້ໂຮງຮຽນໄປນຳໃຊ້ນີ້ທາງໂຄງການໄດ້ຊ່ວຍເຫຼືອດ້ວຍຄວາມຈິງໃຈ ແລະ ຂໍມອບໃຫ້ອຳນວຍການໂຮງຮຽນຈົ່ງນຳໃຊ້ໃຫ້ເກີດປະໂຫຍດສູງສຸດ, ພ້ອມທັງຄຸ້ມຄອງນຳໃຊ້ໃນການຮຽ-ການສອນໃຫ້ຍືນຍົງ. ບັນດາຂໍ້ສະເໜີຕ່າງທີ່ທາງໂຮງຮຽນສະເໜີມາທາງໂຄງການຈະນຳໄປຄົ້ນຄ້ວາພິຈະລະນາຕາມທາງຄວນ.

ການນຳ ກົມກວດກາລັດ ກະຊວງກະສິກຳ ແລະ ປ່າໄມ້, ລົງຊຸກຍູ້, ຕິດຕາມກວດກາການຈັດຕັ້ງປະຕິບັດວຽກງານປະຈຳປີ 2022 ແລະ ທິດທາງແຜນການ 2023 ຢູ່ພະແນກກະສິກຳ ແລະ ປ່າໄມ້ແຂວງຫົວພັນ.

ວັນທີ 16 ກຸມພາ 2023 ຢູ່ທີ່ຫ້ອງປະຊຸມພະແນກກະສິກຳ ແລະ ປ່າໄມ້, ໄດ້ຈັດກອງປະຊຸມປຶກສາຫາລືກັນ, ໂດຍການເປັນປະທານຮ່ວມຂອງທ່ານ ຈັນທະບຸນ ສອນມະນີ ຮອງຫົວໜ້າກົມກວດກາລັດ ກະຊວງກະສິກຳ ແລະ ປ່າໄມ້ ແລະ ທ່ານ ບຸນພອນ ບຸດພະຈັນ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງຫົວພັນ, ມີບັນດາທ່ານ ຈາກກົມກວດກາ ແລະ ຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ 17 ທ່ານ, ຍິງ 2 ທ່ານ.

ໃນທີ່ປະຊຸມ ທ່ານ ຈັນທະບຸນ ສອນມະນີ ໄດ້ສະເໜີຈຸດປະສົງໃນການລົງຊຸກຍູ້, ຕິດຕາມ, ກວດກາການຈັດຕັ້ງວຽກງານຂອງພະແນກກະສິກຳ ແລະ ປ່າໄມ້ແຂວງຫົວພັນ, ໃນຄັ້ງນີ້ໂດຍສະເພາະແມ່ນ, ການຈັດຕັ້ງປະຕິບັດແຜນພັດທະນາກະສິກຳ ແລະ ປ່າໄມ້ ປະຈຳປີ 2022, ການຈັດຕັ້ງປະຕິບັດວາລະແຫ່ງຊາດ, ການແກ້ໄຂກ່ຽວກັບຄຳຮ້ອງ-ຄຳສະເໜີ ຂອງການຈັດຕັ້ງ, ພະນັກງານ ແລະ ພົນລະເມືອງ, ການແກ້ໄຂຜົນຂອງການກວດສອບ-ຜົນການກວດກາ, ໃນໄລຍະຜ່ານມາ, ການຊຸກຍູ້ສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານກວດກາລັດປະຈຳແຂວງ.

ທ່ານ ບຸນພອນ ບຸດພະຈັນ ໄດ້ລາຍງານຕໍ່ທີ່ປະຊຸມ ໃນການຈັດຕັ້ງປະຕິບັດວຽກງານ ປະຈຳປີ 2022 ເປັນຕົ້ນແມ່ນ ແຜນງານຄຳ້ປະກັນທາງດ້ານສະບຽງອາຫານ ແລະ ໂພສະນາການ, ການຜະລິດເຂົ້ານາປີ, ເຂົ້ານາແຊງ, ເຂົ້າໄຮ່ ແລະ  ພືດສະບຽງຕ່າງໆ ລ້ຽງສັດ ແລະ ການປະມົງ,  ແຜນງານຜະລິດກະສິກຳເປັນສິນຄ້າຕົ້ນຕໍ, ແຜນງານຄຸ້ມຄອງປົກປັກຮັກສາປ່າໄມ້ແບບຍືນຍົງ, ແຜນງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ, ການຈັດຕັ້ງວາລະແຫ່ງຊາດ, ໂດຍຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດວາລະແຫ່ງຊາດໃຫ້ສຳເລັດຕາມຈຸດປະສົງ ແລະ ເປົ້າໝາຍຂະແໜງການກະສິກຳ ແລະ ປ່າໄມ້, ໂດຍລວມແລ້ວຖ້າທຽບຕົວເລກໃນດ້ານການນຳເຂົ້າພືດ ແລະ ຜະລິດຕະພັນພືດ ປີ 2022 ສາມາດລຸດລົງຈາກປີ 2021 ຈຳນວນ 743,43ໂຕນ, ມູນຄ່າ 442 ພັນ 937 ໂດລາ ແລະ ການຜະລິດສັດເພື່ອສະໜອງການບໍລິໂພກພາຍໃນ ແລະ ສົມທຽບການນຳເຂົ້າສັດເພື່ອມາດຸນດ່ຽງການບໍລິໂພກເຫັນວ່າ ປີ 2022 ຕົວເລກນຳເຂົ້າສັດ ສາມາດລຸດລົງ 355 ໂຕນມູນຄ່າ 610 ພັນ 695 ໂດລາ, ກ່ຽວກັບຄຳຮ້ອງ-ຄຳສະເໜີການຈັດຕັ້ງ, ພະນັກງານ ແລະ ພົນລະເມືອງ, ໄລຍະ 1 ປີຜ່ານມາ, ພະແນກກະສິກຳ ແລະ ປ່າໄມ້ບໍ່ໄດ້ຮັບຄຳຮ້ອງ, ຄຳສະເໜີຂອງການຈັດຕັ້ງ, ພະນັກງານ ແລະ ພົນລະເມືອງຊື່ງມີຄວາມສະຫງົບໂດຍພື້ນຖານ, ຜົນການກວດສອບ-ການກວດກາ, ອົງການກວດກາແຫ່ງລັດໄດ້ລົງສົມທົບກັບອົງການກວດກາລັດແຂວງ, ໄດ້ລົງມາກວດກາໂຄງການລົງທຶນຂອງລັດຂອງພະແນກກະສິກຳ ແລະ ປ່າໄມ້ແຂວງ, ຈຳນວນ 20 ໂຄງການ   ໂອກາດດັ່ງກ່າວ ທ່ານ ຈັນທະບຸນ ສອນມະນີ ຮອງຫົວໜ້າກົມກວດກາລັດ ກະຊວງກະສິກຳ ແລະ ປ່າໄມ້, ແລະ ຄະນະຫ້ອງການບໍລິຫານ ພະແນກກະສິກຳ ແລະ ປ່າໄມ້ແຂວງ, ພ້ອມດ້ວຍທີມງານ ກໍ່ໄດ້ລົງຕິດຕາມກວດກາ ພາກສະໜາມ, ໂຄງການ, ຈຸດສຸມຂອງແຂວງຄື: ລົງເບີ່ງກຸ່ມການຜະລິດປູກຜັກກະລຳປີເປັນສິນຄ້າ ຢູ່ບ້ານກາງ, ກິດຈະກຳການຜະລິດກະສິກຳ ແລະ ປ່າໄມ້ ຢູ່ສູນເຕັກນິກກະສິກຳຮ່ວມມືລາວ-ຫວຽດ, (ບ້ານອົ້ງ) ເມືອງຊຳເໜືອ ແລະ ລົງເບິ່ງການປູກເຂົ້ານາແຊງ ແລະ ພືດຜັກເປັນສິນຄ້າຢູ່ ເມືອງແອດ, ນຳອີກ.

ພາບ-ຂ່າວ, ນັກຂ່າວພະແນກກະສິກຳ ແລະ ປ່າໄມ້ແຂວງຫົວພັນ

ພະແນກກະສິກຳ ແລະ ປ່າໄມ້ແຂວງຫົວພັນ. ສຳເລັດກອງປະຊຸມການຈັດຕັ້ງປະຕິບັດວຽກງານ ໂຄງການຫຼຸດຜ່ອນຄວາມທຸກຍາກ ປະຈຳປີ 2022 ແລະ ວາງທິດທາງແຜນການປີ 2023

ວັນທີ 26 ມັງກອນ 2023 ພະແນກກະສິກຳ ແລະ ປ່າໄມ້ແຂວງ ໂຄງການຫຼຸດຜ່ອນຄວາມທຸກຍາກ (ທລຍ), ສຳເລັດກອງປະຊຸມການຈັດຕັ້ງປະຕິບັດໂຄງການ ປະຈຳປີ 2022 ແລະ ວາງທິດທາງ ປະຈຳປີ 2023 ໂດຍການເປັນປະທານຮ່ວມຂອງທ່ານ ພວງສະຫັວດ ພົມມາສີ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງຫົວພັນ, ທ່ານ ພັດນະຄອນ ຄັນທະມີໄຊ ອຳນວຍການກອງທຶນຫຼຸດຜ່ອນຄວາມທຸກຍາກ ສູນກາງ, ມີພະແນກການທີ່ກ່ຽວຂ້ອງຂັ້ນແຂວງ ແລະ ຫ້ອງການທີ່ກ່ຽວຂ້ອງຂັ້ນເມືອງເປົ້າໝາຍຂອງໂຄງການຄື: ເມືອງຫົວເມືອງ, ເມືອງຊ່ອນ, ຊຳໃຕ້ ແລະ ເມືອງກັວນ ແລະ ມີວິຊາການຂອງໂຄງການເຂົ້າຮ່ວມທັງໝົດ 78 ທ່ານ, ຍິງ 30 ທ່ານ.

ທ່ານໄອຍາໂກ ກັນດາສັກ ຜູ້ຊ່ວຍປະສານງານ ກອງທຶນຫຼຸດຜ່ອນຄວາມທຸກຍາກຂັ້ນແຂວງ, ໄດ້ຜ່ານບົດສະຫຼຸບໂດຍຫຍໍ້ ປະຈຳປີ 2022 ແລະວາງທິດທາງແຜນການ 2023 ຈຸດປະສົງ ເພື່ອຍົກລະດັບຊີວິດການເປັນຢູ່ຂອງຊຸມຊົນ, ປັບປຸງເຂົ້າເຖີງການບໍລິການ, ຊຸກຍູ້ການຜະລິດ ແລະ ການບໍລິໂພກອາຫານທີ່ມີໂພສະນາການຫຼາກຫຼາຍ, ຂອງປະຊາຊົນຜູ້ທຸກຍາກໃນພື້ນທີ່ບ້ານເປົ້າໝາຍຂອງໂຄງການ ໃນ 4 ເມືອງ, 139 ບ້ານ, ມີຄົວເຮືອນທັງໝົດ 4 ພັນ 327 ຄົວເຮືອນ, ພົນລະເມືອງ 21 ພັນ 5 ຮ້ອຍ 83 ຄົນ, ຍິງ 10 ພັນ 4 ຮ້ອຍ 91 ຄົນ, ຊົນເຜົ່າ 12 ພັນ 3 ຮ້ອຍ 82 ຄົນ, ໃຊ້ທຶນທັງໝົດ 13 ຕື້ກ່ວາກີບ, ໃນນີ້ໂຄງການຍ່ອຍ 6 ຕື້ 4 ຮ້ອຍກ່ວາລ້ານກີບ, ການປັບປຸງຊີວິການເປັນຢູ່ 6 ຕື້ 8 ຮ້ອຍກ່ວາລ້ານກີບ, ວຽກງານໂພສະນາການ 5 ຮ້ອຍ 18 ລ້ານກ່ວາກີບ, ຈາກນັ້ນຜູ້ແທນຂັ້ນເມືອງ ແລະ ພະແນກການກ່ຽວຂ້ອງໄດ້ປະກອບຄຳຄິດ- ຄຳເຫັນຢ່າງກົງໄປກົງມາເພື່ອວາງທິທາງແຜນການປີ 2023 ໃຫ້ໄດ້ຕາມລະດັບຄາດໝາຍທີ່ວາງໄວ້, ພ້ອມກັນນັ້ນກໍ່ສຸມໃສ່ການຝຶກອົບຮົມໃຫ້ປະຊາຊົນທີ່ທຸກຍາກໃຫ້ມີຄວາມຮູ້ທາງດ້ານກະສິກຳເປັນຕົ້ນແມ່ນການປູກ ແລະ ການລ້ຽງ, ພັດທະນາຊີວິດການເປັນຢູ່ຂອງແມ່ຍິງ ແລະ ເດັກນ້ອຍໃຫ້ມີໂພສະນາການທີ່ດີ ແລະ ປັບປຸງພື້ນຖານໂຄງລ່າງ, ສືບຕໍ່ສ້າງບ້ານກະສິກຳຕົວແບບພັດທະນາ.

ທ່ານ ພວງສະຫັວດ ພົມມາສີ ກອງປະຊຸມຄັ້ງນີ້ ສຳເລັດໄປດ້ວຍດີກໍ່ຍ້ອນຄວາມຕັ້ງໃຈຂອງຜູ້ປະສານງານ ແລະ ຜູ້ຈັດຕັ້ງປະຕິບັດຂັ້ນເມືອງລົງສູ່ຮາກຖານ ທີ່ມີຄວາມຮັບຜິດຊອບສູງ, ເປັນຕົ້ນແມ່ນການກໍ່ສ້າງພື້ນຖານໂຄງລ່າງຂອງຊຸມຊົນ, ການປັບປຸງຊີວິດການເປັນຢູ່ ແລະ ກອງທຶນຊ່ວຍເຫຼືອເຊີ່ງກັນ ແລະ ກັນການແກ້ໄຂວຽກງານໂພສະນາການແມ່ຍິງ ແລະ ເດັກນ້ອຍ, ເພື່ອສືບຕໍ່ຈັດຕັ້ງປະຕິບັດແຜນການໃນປີ 2023 ບ່ອນໃດທີ່ຈຳເປັນຕ້ອງໄດ້ແກ້ໄຂໄປກ່ອນ, ພ້ອມກັນນັ້ນຕ້ອງໄດ້ປະສານງານກັບພາກສ່ວນທີ່ກ່ຽວຂ້ອງຂັ້ນເມືອງ, ຂັ້ນແຂວງ, ສູນກາງໃຫ້ລະອຽດເພື່ອຈັດຕັ້ງປະຕິບັດຕາມແຜນພັດທະນາກະຊວງກະສິກຳ ແລະ ປ່າໄມ້ວາງອອກ.

#ພິທີປະກາດການຈັດຕັ້ງຂັ້ນຫົວໜ້າພະແນກກະສິກໍາແລະປ່າໄມ້ແຂວງ

ເພື່ອເປັນການປັບປຸງການຈັດຕັ້ງໃຫ້ເຂົ້າລະບົບ ແລະສອດຄ່ອງກັບບັນດາໜ້າວຽກຕົວຈິງ ທີ່ຈະຕ້ອງໄດ້ຈັດຕັ້ງປະຕິບັດໃນຕໍ່ໜ້າ. ໃນວັນທີ 16 ທັນວາ 2022 ພະແນກກະສິກໍາ ແລະ ປ່າໄມ້ ແຂວງຫົວພັນ ໄດ້ຈັດພິທີປະກາດການຈັດຕັ້ງຫົວໜ້າພະແນກກະສິກໍາ ແລະປ່າໄມ້ ຜູ້ໃໝ່ ໂດຍການເປັນປະທານຮ່ວມຂອງທ່ານ ປອ. ເພັດ ພົມພີພັກ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້, ທ່ານ ເພີດ ມາປັນຍາ ຮອງເລຂາພັກແຂວງ ຮອງເຈົ້າແຂວງໆຫົວພັນ. ມີຫົວໜ້າຄະນະຈັດຕັ້ງແຂວງ, ຫົວໜ້າກົມ, ພະແນກການອ້ອມຂ້າງ, ຫົວໜ້າ-ຮອງຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ພ້ອມດ້ວຍພະນັກງານວິຊາການພາຍໃນພະແນກເຂົ້າຮ່ວມຢ່າງພ້ອມພຽງ. ໃນພິທີ ທ່ານ ນ. ລ້ອງຄຳ ພອນມີໄຊ ຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງຫົວພັນ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງ ທ່ານເຈົ້າແຂວງຫົວພັນ ສະບັບເລກທີ 1557/ຫພ, ລົງວັນທີ 30 ພະຈິກ 2022 ວ່າດ້ວຍກາານແຕ່ງຕັ້ງ ຫົວໜ້າພະແນກກະສິກໍາ ແລະປ່າໄມ້, ຜ່ານມະຕິຕົກລົງ ສະບັບເລກທີ 338/ຄປຈຂ, ລົງວັນທີ 30 ພະຈິກ 2022 ວ່າດ້ວຍການບົງຕົວແຕ່ງຕັ້ງເລຂາຄະນະພັກຮາກຖານທີ່ຂື້ນກັບຮາກຖານພັກ ພະແນກກະສິກຳ ແລະ ປ່າໄມ້ແຂວງຫົວພັນ. ປະກາດ ທ່ານ ໄຈເພັດ ເຮືອງຖາວອນ ຮັກສາການຫົວໜ້າພະແນກກະສິກໍາ ແລະປ່າໄມ້ແຂວງ ຂຶ້ນເປັນ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ແຂວງຫົວພັນ. ເພື່ອເຮັດໃຫ້ພິທີດັ່ງກ່າວມີຄວາມໝາຍສໍາຄັນ ຄະນະປະທານໄດ້ໃຫ້ກຽດໂອ້ລົມ ໂດຍເນັ້ນໃຫ້ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ພ້ອມດ້ວຍຄະນະໃຫ້ເອົາໃຈໃສ່ໂດຍສະເພາະແມ່ນການເຕົ້າໂຮມຄວາມສາມັກຄີພາຍໃນພະແນກ ຕິດພັນກັບການເອົາໃຈໃສ່ການຈັດຕັ້ງປະຕິບັວຽກງານວິຊາສະເພາະ. ພ້ອມນີ້ ໃຫ້ກວດກາເບິງຄືນວຽກງານການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາເປັນຕົ້ນແມ່ນວຽກງານທີ່ໄດ້ມີການມອບ-ໂອນກັນຜ່ານມາ, ສືບຕໍ່ສົ່ງເສີມວຽກງາານການປູກ-ການລ້ຽງ ໃນການຜະລິດກະສິກໍາ ເພື່ອຫຼຸດຜ່ອນການນໍາ ແລະ ສາມາດຜະລິດກະສິກໍາໃຫ້ຫຼາຍຂຶ້ນຈົນກາຍເປັນສິນຄ້າສົ່ງອອກໃຫ້ແກ່ແຂວງ ຕິດພັນກັບການຈັດຕັ້ງກຸ່ມການຜະລິດ ເປັນກ້າວໄປສູ່ສະຫະກອນ ໃນຕໍ່ໜ້າ, ສືບຕໍ່ ຫັນພະນັກງານລົງປະຈໍາບັນດາສູນ-ສະຖານີ ຕ່າງໆພາຍໃນແຂວງ ເພື່ອຕອບສະໜອງດ້ານແນວພັນ ໃຫ້ປະຊາຊົນທີ່ມີຄວາມຕ້ອງການດ້ານແນວພັນ, ສືບຕໍ່ປັບປຸງແບບແຜນວິທີການເຮັດໂດຍສະເພາະແມ່ນຂອດການປະສານງານກັບພາກສ່ວນຕ່າງໆເປັນຕົ້ນແມ່ນ ຂັ້ນສູນກາງ, ຂະແໜ້ງການອ້ອມຂ້າງແຂວງ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານມີຄວາມສະດວກ ແລະ ມີຄວາມວອງໄວ ໃນຕໍ່ໜ້າ.

ໂຄງການຊົນລະກະເສດ ແລະ ການຜະລິດຂະໜາດນ້ອຍ ປະຈຳແຂວງ ຫົວພັນ ສຳເລັດກອງປະຊຸມການລົງຕິດຕາມຊຸກຍູ້ຄວາມພ້ອມຂອງໂຄງການກ່ອນການລົງເຮັດວຽກຂອງຄະນະຕິດຕາມຊູກຍູ້ກອງທືນສາກົນເພື່ອການພັດທະນາກະສິກຳ

ໃນວັນທີ່ 24 ພະຈິກ 2022 ນີ້ ໂຄງການຊົນລະກະເສດ ແລະການຜະລິດຂະໜາດນ້ອຍ ປະຈຳແຂວງ ຫົວພັນໄດ້ເປີດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານປະຈຳໄຕມາດ 3 ປີ 2022 ຂື້ນທີ່ຫ້ອງປະຊຸມພະແນກກະສິກຳ ແລະ ປ່າໄມ້ ໂດຍການເປັນປະທານຂອງທ່ານ ໄຈເພັດ ເຮືອງຖາວອນ ຮັກສາການຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ ທັງເປັນຜູ້ຊີ້ນຳວຽກງານໂຄງການ ຂັ້ນແຂວງ , ມີທ່ານ ນາງ ບຸນທຽນ ວົງໄກ່ສອນ ຮອງຫົວໜ້າກົມຊົນລະປະທານ ຜູ້ຊີ້ນຳໂຄງການຂັ້ນສູນກາງ, ມີ ຫົວໜ້າຜູ້ປະສານງານໂຄງການຂັ້ນແຂວງ, ມີທີປຶກສາປະຈຳໂຄງການ, ຜູ້ປະສານງານຂັ້ນເມືອງ 6 ເມືອງ ເປົ້າໝາຍໂຄງການຄື: ເມືອງ ແອດ, ເມືອງ ຊຽງຄໍ້, ເມືອງ ສົບເບົາ, ເມືອງ ວຽງໄຊ, ເມືອງ ຊຳ

ເໜືອ ແລະ ເມືອງ ຊຳໃຕ້ ພ້ອມດ້ວຍພະນັກງານຜູ້ຈັດຕັ້ງປະຕິບັດໂຄງການເຂົ້າຮ່ວມທັງໝົດ 31 ຄົນ ທ່ານ.

ໃນກອງປະຊຸມ ໄດ້ຮັບຟັງການລາຍງານການຈັດຕັ້ງປະຕິບັດແຜນກິດຈະກຳຂອງໂຄງການໃນ ໃນໄລຍະຜ່ານມາ ເຊີງໄດ້ຍົກໃຫ້ເຫັນ ຜົນງານ ແລະ ແຜນດຳເນີນງານວຽກງານຕ່າງໆທີ່ໄດ້ຈັດຕັ້ງປະຕິບັດໃນໄລຍະຜ່ານມາ ໂຄງການຊົນລະກະເສດ ແລະ ການຜະລິດເປັນສິນຄ້າຂະໜາດນ້ອຍ ແມ່ນໄດ້ຮັບການຮ່ວມມືຂອງລັດຖະບານແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ  ເຊິ່ງເປັນສ່ວນໜຶ່ງທີ່ນອນໃນພື້ນທີ່ຂອງການສະໜັບສະໜູນ ໂດຍທະນາຄານພັດທະນາອາຊີ (ADB). ໂຄງການດັ່ງກ່າວແມ່ນຈັດຕັ້ງປະຕິບັດໂດຍກະຊວງກະສິກຳ ແລະ ປ່າໄມ້  ໂດຍຜ່ານກົມຊົນລະປະທານ . ໂດຍມີ ມູນຄ່າທັງໝົດຂອງໂຄງການແມ່ນປະມານ 30.25 ລ້ານໂດລາສະຫະລັດ, ໃນນັ້ນປະມານ 21.04 ລ້ານໂດລາສະຫະລັດແມ່ນເງິນກູ້ຢືມ, 2,16 ລ້ານໂດລາສະຫະລັດແມ່ນທຶນສົມທົບຈາກລັດຖະບານລາວ ໄດ້ຈັດຕັ້ງປະຕິບັດຢູ່ 4 ​ແຂວງ​ພາກ​ເໜືອ​ຂອງລາວ ຄື: ​ແຂວງ​ຫົວພັນ, ​ແຂວງ​ຊຽງ​ຂວາງ, ຫຼວງ​ພະ​ບາງ ​ແລະ ​ໄຊ​ຍະ​ບູລີ ເຊີ່ງແຂວງ ຫົວພັນໄດ້ຈັດຕັ້ງປະຕິບັດມີ 6 ເມືອງ ຄື: ເມືອງ ວຽງໄຊ, ເມືອງ ຊຳເໜືອ, ເມືອງ ຊຳໃຕ້, ເມືອງ ແອດ, ເມືອງ ຊຽງຄໍ້ ແລະ ເມືອງ ສົບເບົາ ມີບ້ານເປົ້າໝາຍ 116 ບ້ານ ໂດຍມີຈຸດປະສົງເພື່ອ ສະໜອງມູນຄ່າເພີ່ມໃຫ້ແກ່ການລົງທຶນໃນພື້ນຖານໂຄງລ່າງຊົນລະປະທານ ແລະການຄຸ້ມຄອງອ່າງເກັບນ້ຳ ໂດຍການສ້າງການເຊື່ອມໂຍງຕະຫຼາດ, ເສີມຂະຫຍາຍການຄ້າ ແລະ ການເພີ່ມທະວີການກະສິກຳ (ຊົນລະປະທານ) ແລະ ສະໜັບສະໜູນການປັບປຸງການປະຕິບັດດ້ານໂພຊະນາການ, ແນ່​ໃສ່​ເພີ່ມ​ລາຍ​ຮັບ​ກະສິກຳ​ຈາກການປູກ​ພືດ​ທີ່​ມີ​ມູນ​ຄ່າ​ສູງ, ການ​ສະໜອງ​ຜະລິດ​ຕະ​ພັນ​ຕາມ​ທ້ອງ​ຕະຫຼາດ, ການ​ອະນຸລັກ​ນ້ຳ​ແລ່ງນໍ້າ ແລະ ​ໂພ​ຊະ​ນາ​ການ,

ກອງປະຊຸມໄດ້ພ້ອມກັນປຶກສາຫາລືໃນການຈັດຕັ້ງປະຕີບັດການນຳໃຊ້ຮ່ວງທືນແຕ່ລະກິດຈະກຳຂອງໂຄງການ ການບໍລິຫານດ້ານການເງີນ ແນະນຳໃຫ້ຜູ້ປະສານງານຂັ້ນແຂວງ ແລະ ຂັ້ນເມືອງ ໃຫ້ເອົາໃຈໃສ່ຈັດຕັ້ງປະຕິບັດແຜນກິດຈະກຳຂອງໂຄງການໃຫ້ຖືກຕ້ອງຕາມເປົ້າໝາຍໂດຍສະເພາະເລັ່ງໃສ່ຊຸກຍູ້ໃຫ້ປະຊາຊົນໃນເຂດບ້ານເປົ້າໝາຍໂຄງການໄດ້ຮັບທືນເພື່ອໄປສົ່ເສີມການປູກການລ້ຽງ, ການຜະລິດເປັນສິນຄ້າ ສ້າງອາຊີບຄົງທີ່ໃຫ້ປະຊາຊົນໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ.

 

 

ຮາກຖານພັກພະແນກກະສິກຳ ແລະ ປ່າໄມ້ແຂວງ ສຳເລັດ ກອງປະຊຸມປະເມີນສະມະຊີກພັກ ແລະ ຮັບຮອງເອົາໜ່ວຍພັກປອດໃສ ເຂັມແຂງ ໜັກແໜ້ນ ປະຈຳປີ 2022

ໃນທ້າຍເດືອນພະຈິກ 2022 ນີ້ 6 ໜ່ວຍພັກທີຂື້ນກັບ ຮາກຖານພັກພະແນກກະສິກຳ ແລະ ປ່າໄມ້ແຂວງ ໄດ້ຈັດ ກອງປະຊຸມປະເມີນສະມະຊີກພັກ ໜ່ວຍພັກປອດໃສ  ເຂັ້ມແຂງ ໜັກແໜ້ນປະຈຳປີ 2022 ໂດຍການເປັນປະທານຂອງສະຫາຍໄຈເພັດ ເຮືອງຖາວອນ ຮັກສາການເລຂາຄະນະພັກຮາກຖານ  ມີເລຂາຮອງເລຂາຄະນະ ໜ່ວຍພັກ 6 ໜ່ວຍຂຶ້ນກັບຮາກຖານພັກພະແນກ ພ້ອມດ້ວຍແຂກຖືກເຊີນ ຈາກຄະນະຈັດຕັງແຂວງ, ໂຄສະນາອົບຮົມ, ຄະນະກວດກາພັກແຂວງ ແລະ ສະມະຊີກພັກສົມບູນ, ສຳຮອງເຂົ້າຮ່ວມນຳ.

ກອງປະຊຸມ ແຕ່ລະໜ່ວຍພັກ ໄດ້ຮັບຟັງຮ່າງບົດສະຫຼຸບ ການກໍສ້າງໜ່ວຍພັກປອດໄສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2022 ຂອງແຕ່ລະໜ່ວຍພັກທີ່ຂື້ນກັບຮາກຖານພັກພະແນກກະສິກຳ ແລະ ປ່າໄມ້ແຂວງ , ຮາກຖານພັກພະແນກປະກອບມີ 6 ໜ່ວຍພັກທີ່ຂື້ນກັບ ຮາກຖານພັກ ຄື: ໜ່ວຍພັກຫ້ອງການບໍລິຫານ, ໜ່ວຍພັກຊົນລະປະທານ-ກວດກາລັດ, ໜ່ວຍພັກ ປ່າໄມ້ – ກອງກວດກາ, ໜ່ວຍພັກ ພັດທະນາທີ່ດິນກະສິຳ ແລະ ສູນສົ່ງເສີມກະສິກຳ, ໜ່ວຍພັກປູກຝັງ – ລ້ຽງສັດ ແລະ ໜ່ວຍພັກ ພັດທະນາຊົນນະບົດ ແລະ ສະຫະກອນ. ມີສະມະຊີກທັງໝົດ 160 ສະຫາຍ, ຍີງ 50 ສະຫາຍ, ໃນໄລຍະ 1 ປີ ຜ່ານມາຄະນະຮາກຖານພັກໄດ້ເປັນເຈົ້າການ ນຳເອົາແນວທາງນະໂຍບາຍນະໂຍບາຍຂອງພັກ , ກົດໝາຍຂອງລັດ ແລະ ລະບຽບການຂອງພັກນຳມາເຜີ່ຍແຜ່ໃຫ້ສະມະຊີກພັກ ເຂົ້າໃຈເລີກເຊີ່ງເຮັດໃຫ້ສະມະຊີກພັກມີແນວຄິດອຸ່ນອ່ຽງ ທຸ່ນທ່ຽງ ເປັນເອພາບສູງຕໍ່ແນວທາງນະໂຍບາຍ ປ່ຽນແປງໃຫ່ມ ຂອງພັກ, ມີຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ ຂອງຕົນ, ພ້ອມກັນຈັດຕັ້ງປະຕິບັດລະບຽບການ ຂອງພັກຢ່າງເຂັ້ມງວດ, ມີຄວາມເປັນເອກະພາບ ສາມັກຄີພາຍໃນຢ່າງແໜ້ນແຜ້ນ, ເປັນແບບຢ່າງແກ່ມະຫາຊົນ ໃນການຈັດຕັ້ງວຽກງານວິຊາສະເພາະ, ເອົາໃຈໃສ່ໃນການຜັນຂະຫຍາຍແນວທາງນະໂຍບາຍຂອງພັກ, ມະຕິຄຳສັ່ງຂອງຂັ້ນເທີ່ງ ເອົາໃຈໃສ່ຊຸກຍູ້ ການຜະລິດກະສິກຳ, ການສ້າງລາຍຮັບເຂົ້າສູ່ຄອບຄົວເປັນຕົ້ນແມ່ນການປູກການລ້ຽງ ແລະ ອື່ນໆ, ການຫັນເອົາພະນັກງານລົງຊຸກຍູ້ທຳການຜະລິດຂອງປະຊາຊົນໃນຂັ້ນທ້ອງຖີ່ນ ໃຫ້ກ້ວາງຂວາງ, ຄ້ຽງຄູ່ກັບດ້ານດີ ກໍຍັງມີດ້ານຂໍ້ຄົງຄ້າງທີ່ຈະໄດ້ສືບຕໍ່ຈັດຕັ້ງປະຕິບັດ ໂດຍສະເພາະແມ່ນການນຳເອົາແນວທາງຂອງພັກມະຕິກົດລະບຽບຕ່າງໆຂອງຂັ້ນເທີງ ມາເຜີຍແຜ່ບໍທັນເລີກເຊີງ  ທົ່ວເຖີງເທົ່າທີ່ຄວນ, ສະມະຊີກພັກບາງສະຫາຍ ນໍ້າໃຈເປັນເຈົ້າການ ຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານບໍ່ທັນສູງ, ສຳລັບທິດທາງແຜນການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2023 ຈະສືບຕໍ່ນຳເອົາແນວທາງ, ແຜນນະໂຍບາຍ, ມະຕິຄຳສັ່ງ ແລະ ລະບຽບກົດໝາຍຕ່າງໆ ມາເຜີ່ຍແຜ່ ເຊື່ອມຊືມ  ໃຫ້ສະມະຊີກພັກ ແລະ ພະນັກງານໄດ້ເຂົ້າໃຈຢ່າງເລີກເຊີງ ກ່ວາເກົ່າ. ນໍຳພາຊີ້ນຳ ໃນການຈັດຕັ້ງວຽກງານວິຊາສະເພາະໃນການຮັບໃຊ້ໜ້າທີ່ການເມືອງ ຂອງພັກ, ສ້າງສະມະຊີກພັກປອດໃສ, ເຂັ້ມແຂງ  ແລະ ໜັກແໜ້ນ ໃຫ້ໄດ້ 98 ສ່ວນຮ້ອຍຂື້ນໄປ, ພ້ອມນີ້ສະມະຊີກພັກແຕ່ລະໜ່ວຍໄດ້ຜ່ານໃບສຳຫຼວດຕົນເອງ ພ້ອມກັນປະກອບຄຳຄິດຄຳເຫັນກໍ່ສ້າງ ໃຫ້ຄະແນນ ເຊີ່ງກັນ ແລະ ກັນ ຜ່ານການປະເມີນຜົນຕົວຈີງ ໄດ້ມີສະມະຊີກພັກແຂງກວມເອົາ 100 ສ່ວນຮ້ອຍ ແລະ ໄດ້ລົງຄະແນນມະຕິຮັບຮັບເອົາ 6 ໜ່ວຍພັກທີ່ຂື້ນກັບຮາກຖານພັກພະແນກກະສິກຳ ແລະ ປ່າໄມ້ ຈັດເປັນໜ່ວຍພັກແຂງ ເພື່ອນຳສະເໜີຄະນະພັກຂັ້ນເທິງ ຮັບຮອງເປັນໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນປະຈຳປີ

ຂ່າວຈາກພະແນກກະສິກຳ ແລະ ປ່າໄມ້

ກອງປະຊຸມເຊື່ອມຊືມ ເອກະສານທີ່ສຳຄັນຂອງພັກ ເພື່ອປະເມີນໜ່ວຍພັກ-ສະມາຊິກພັກ ປະຈຳປີ 2022

 

ຮາກຖານພັກພະແນກກະສິກຳ ແລະ ປ່າໄມ້ ແຂວງຫົວພັນ ໄດ້ຈັດກອງປະຊຸມເຊື່ອມຊືມເອກະສານ ປະເມີນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2022  ໂດຍມີ ສະຫາຍ ໄຈເພັດ ເຮືອງຖາວອນ ຮັກສາການເລຂາຄະນະພັກຮາກຖານ, ມີບັນດາສະຫາຍຄະນະພັກຮາກຖານ, ເລຂາ-ຮອງເລຂາຄະນະໜ່ວຍພັກ ແລະ ສະມາຊິກສົມບູນ, ສຳຮອງ, ເຂົ້າຮ່ວມ.

ເອກະສານທີ່ນຳມາເຊື່ອມຊືມມີ: ເອກະສານ ເລກທີ່ 01/ກມສພ, ວ່າດ້ວຍການເພີ່ມທະວີກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ເຊື່ອມຊືມເອກະສານ ເລກທີ 291/ຄຈສພ, ກ່ຽວກັບການຈັດຕັ້ງປະຕິບັດຄຳສັ່ງຂອງກົມການເມືອງສູນກາງພັກ, ເຊື່ອມຊືມບົດສະເໜີກ່ຽວກັບການຕີລາຄາຄຸນນະພາບ, ແບ່ງເພດສະມາຊິກພັກ ແລະ

ໜ່ວຍພັກ.

ກອງປະຊຸມ ສະຫາຍ ຮັກສາການເລຂາ ຄະນະພັກຮາກຖານ, ຍັງໄດ້ ແນະນຳວິທີ ແລະ ຂັ້ນຕອນການປະເມີນ, ຂອງສະມາຊິກພັກ ແລະ ໜ່ວຍພັກ, ເຊີ່ງໄດ້ເໜັ້ນໃຫ້ຄະນະນຳແຕ່ລະໜ່ວຍພ້ອມທັງລົງຕິດຕາມໜ່ວຍພັກທີ່ຕົນຊີ້ນຳໃຫ້ປະຕິບັດຕາມລະບຽບການຂອງ ແລະ ໃຫ້ສຳເລັດຕາມຄາດໝາຍທີ່ວາງໄວ້ ເພື່ອສະເໜີໃຫ້ຄະນະພັກຂັ້ນເທິງພິຈາລະນາ ທັນຕາມກຳນົດເວລາ. ຮາກຖານພັກພະແນກກະສິກຳ ແລະ ປ່າໄມ້ແຂວງຫົວພັນ ປະກອບມີ 6 ໜ່ວຍພັກທີ່ຂື້ນກັບ ສະມາຊິກພັກທັງໝົດ 160 ສະຫາຍ, ຍິງ 50 ສະຫາຍ. ກອງປະຊຸມໄດ້ເປີດຂື້ນເວລາ 8 ໂມງ 00 ນາທີ ແລະ ສຳເລັດລົງໃນເວລາ 11 ໂມງ 30 ນາທີ ເປັນເວລາ 1 ຕອນ, ຂອງວັນທີ 14 ພະຈິກ 2022.

ພາບ-ຂ່າວ: ນັກຂ່າວພະແນກກະສິກຳ ແລະ ປ່າໄມ້ແຂວງຫົວພັນ.

ການນຳ ກົມແຜນການ ແລະ ການຮ່ວມມືກະຊວງກະສິກຳ ແລະ ປ່າໄມ້ ລົງເຄື່ອນໄຫວ ແລະ ເຮັດວຽກຢູ່ແຂວງຫົວພັນ.

ວັນທີ 8 ພະຈິກ 2022 ທີ່ຫ້ອງປະຊຸມພະແນກກະສິກຳ ແລະ ປ່າໄມ້ (ນໍາ້ຮັງ) ໄດ້ປະຊຸມຮັບຟັງເອກະສານ ທີ່ສຳຄັນ. ໂດຍການເປັນປະທານຮ່ວມຂອງທ່ານ ບຸນພອນ ບຸດພະຈັນ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ, ທ່ານ ຄອນສະຫັວນ ວົງໄຊ ຫົວໜ້າຫ້ອງການ ພະແນກແຜນການ, ກົມແຜນການ ແລະ ການຮ່ວມມື ກະຊວງກະສິກຳ ແລະ ປ່າໄມ້, ມີບັນດາທ່ານ ຂະແໜງການທີ່ກ່ຽວຂ້ອງຂອງພະແນກ ແລະ ວິຊາການຈາກກະຊວງ ເຂົ້າຮ່ວມ 30 ທ່ານ, ຍິງ 8 ທ່ານ.

ກອງປະຊຸມ ຜູ້ຕາງໜ້າຈາກກົມແຜນການ ໄດ້ນຳສະເໜີການສະຫຼຸບຕີລາຄາ ການຈັດຕັ້ງປະຕິບັດແຜນພັດທະນາກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ 5 ປີ ຄັ້ງທີ 8 ນັບແຕ່ປີ 2016-2020 ແລະ ທິດທາງແຜນການ 5 ປີ ຄັ້ງທີ 9 ນັບແຕ່ 2021-2025 ແລະ ໄດ້ນຳສະເໜີ ແຜນດຳເນີນງານໃນການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ນັບແຕ່ປີ 2021-2023 ໃນນີ້ ພະແນກກະສິກຳ ແລະ ປ່າໄມ້ແຂວງໄດ້ນຳສະເໜີ ການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດຜ່ານມາ, ຈາກນັ້ນ ຜູ້ເຂົ້າຮ່ວມປະກອບຄຳຄິດ-ຄຳເຫັນຢ່າງກົງໄປກົງມາເປັນຕົ້ນແມ່ນການຜະລິດກະສິກຳ ໃນການປູກຝັງ ແລະ ລ້ຽງສັດ ເປັນສິນຄ້າຢູ່ແຂວງຫົວພັນ.

ທ່ານ ບຸນພອນ ບຸດພະຈັນ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ, ຜ່ານການຈັດກອງປະຊຸມຄັ້ງນີ້ໂດຍສັງລວມແລ້ວແມ່ນມີຜົນສຳເລັດຕາມລະດັບຄາດໝາຍ, ຂໍຊົມເຊີຍມາຍັງ ພະແນກແຜນການ ແລະ ການຮ່ວມມື, ກົມແຜນການກະຊວງກະສິກຳ ແລະ ປ່າໄມ້, ທີ່ມີຄວາມເປັນຫ່ວງເປັນໃຍເຫັນຄວາມສຳຄັນຕໍ່ພະແນກກະສິກຳ ແລະ ປ່າໄມ້ແຂວງຫົວພັນ. ໃນນີ້ພວກເຮົາຈະໄດ້ນຳເອົາເນື້ອໃນດັ່ງກ່າວນຳມາຈັດຕັ້ງຜັນຂະຫຍາຍລົງສູ່ບັນດາເມືອງ, ຮາກຖານການຜະລິດ, ໂດຍເຊື່ອມໂຍງກັບແຜນພັດທະນາແຕ່ລະເມືອງຕາມສະພາບຕົວຈິງ, ໃນການພັດທະນາກະສິກຳ ແລະ ປ່າໄມ້ ແລະ ຜັນຂະຫຍາຍວາລະແຫ່ງຊາດ, ການແກ້ໄຂຄວາມທຸກຍາກດ້ານເສດຖະກິດ-ການເງິນ ແລະ ສະເໜີມາຍັງທ່ານ ກົມແຜນການ ຈົ່ງຊ່ວຍລົງຊຸກຍູ້ຕິດຕາມເປັນແຕ່ລະໄລຍະຂອງວຽກງານກະສິກຳ ແລະ ປ່າໄມ້ກໍ່ຄືວຽກງານແຜນການ ຊ່ວຍອົບຮົມວຽກງານແຜນການ ໃຫ້ພະນັກງານວິຊາການນັບແຕ່ຮາກຖານ ລົງເຖຶງທ້ອງຖິ່ນ.

ບັນນາທິການ; ນາງ ພວງວັນ ມີວົງສາ

ພາບ-ຂ່າວ; ຄຳພະແກ້ວ ອິນທະວົງ

ຜົນການຈັດຕັ້ງປະຕິບັດ ແລະ ມອບ-ຮັບໂຄງການ ແບ່ງເຂດການຜະລິດກະສິກຳ ແຂວງຫົວພັນ ໃນໄລຍະປີ 2018-2022.

ວັນທີ 7 ພະຈິກ 2022 ຢູ່ທີ່ຫ້ອງປະຊຸມພະແນກກະສິກຳ ແລະ ປ່າໄມ້ແຂວງ ໄດ້ປະຊຸມ ຜົນຂອງການຈັດຕັ້ງປະຕິບັດ ແລະ ມອບ-ຮັບໂຄງການ ແບ່ງເຂດກະສິກຳ ຢູ່ 2 ເມືອງຄື: ເມືອງວຽງໄຊ ແລະ ເມືອງສົບເບົາ ໂດຍການ ເປັນປະທານຮ່ວມຂອງຝ່າຍລາວ ທ່ານ ໄຈເພັດ ເຮືອງຖາວອນ ຮັກສາການຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ, ຝ່າຍຫວຽດນາມ ທ່ານ ປທ ລິວບາຮຸ່ງ ຫົວໜ້າສະຖາບັນວາງແຜນຈັດສັນ ແລະ ອອກແບບກະສິກຳ ຫວຽດນາມ, ມີທ່ານ ຊ່ຽວຊານ ຫວຽດນາມ ແລະ ພາກສ່ວນທີ່ກ່ຽວຂ້ອງ ພະແນກແຜນການ ແລະ ການລົງທຶນ, ຂະແໜງການທີ່ກ່ຽວຂ້ອງຂອງພະແນກກະສິກຳ ແລະ ປ່າໄມ້ແຂວງເຂົ້າຮ່ວມນຳ.

ກອງປະຊຸມໄດ້ຮັບຟັງຜົນຂອງການຈັດຕັ້ງປະຕິບັດໂຄງການ ນັບແຕ່ປີ 2018 – 2022, ໂຄງການດັ່ງກ່າວ ໄດ້ປະຕິບັດຕາມສັນຍາວ່າດ້ວຍການຮ່ວມມື ສອງຝ່າຍລະຫ່ວາງ ລັດທະບານ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ລັດທະບານ ສາທາລະນາລັດ ສັງຄົມນິຍົມ ຫວຽດນາມ ໄລຍະປີ 2016-2020 ໂດຍນຳໃຊ້ທຶນຊ່ວຍເຫຼືອລ້າ ຂອງລັດທະບານຫວຽດນາມ ໃຫ້ແກ່ ລັດທະບານລາວ, ເຊີ່ງໄດ້ຮັບການອະນຸມັດໂດຍລັດທະບານ ສອງປະເທດ ໃນປີ 2017 ເຊີ່ງກິດຈະກຳຕົວແບບໄດ້ເລີ່ມໃນປີ 2018 ມີສອງເມືອງ; 1/. ຮູບແບບການປູກເຂົ້າໄກ່ນ້ອຍເປັນສິນຄ້າ, ຟື້ນຟູແນວພັນເຂົ້າໄກ່ນ້ອຍ, ຮູບແບບການຜະລິດເຂົ້າໄກ່ນ້ອຍ, ກິດຈະກຳຕົວແບບປູກຜັກເຮືອນຮົ່ມ, ກິດຈະກຳປູກໄມ້ໃຫ້ໝາກ, ກິດຈະກຳລ້ຽງງົວທອມຊີ້ນ, ລ້ຽງປາໃນໜອງ ແລະ ກິດຈະກຳລ້ຽງໄກ່.

ທ່ານ ໄຈເພັດ ເຮືອງຖາວອນ ຮັກສາການຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ ກ່ອນອື່ນ ຂໍສະແດງຄວາມຊົມເຊີຍມາຍັງ ລັດຖະບານ ສສ ຫວຽດນາມ ທີ່ໃຫ້ທືນຊ່ວຍເຫຼືອລ້າ ໃຫ້ແກ່ລັດຖະບານລາວເປັນຕົ້ນແມ່ນ ກິດຈະກຳຕົວແບບທີ່ທາງໂຄງການໄດ້ມາສາທິດຢູ່ 2 ເມືອງ; ເມືອງວຽງໄຊ ແລະ ເມືອງສົບເບົາ. ເຫັນວ່າມີຜົນສຳເລັດເປັນຢ່າງດີ ແລະ ຂໍໃຫ້ສອງພັກ ສອງລັດ ສືບຕໍ່ພັດທະນາຮ່ວມມືລາວ-ຫວຽດ. ສະເໜີໃຫ້ມີການສືບຕໍ່ບັນດາກິດຈະກຳໃນຂ້າງໜ້າ ເພື່ອເຮັດໃຫ້ຊາວກະສິກອນໃນຂົງເຂດນີ້ໄດ້ຮຽນຮູ້ ແລະ ວິທີການປູກ-ການລ້ຽງ ແລະ ຜະລິດເປັນສິນຄ້າໃຫ້ໄດ້ຄຸນນະພາບຂື້ນເລື້ອຍໆ.

ບັນນາທິການ; ນາງ ພວງວັນ ມີວົງສາ

ພາບ-ຂ່າວ; ຄຳພະແກ້ວ ອິນທະວົງ

ພະແນກກະສິກຳ ແລະ ປ່າໄມ້ແຂວງຫົວພັນ ສຳເລັດປະເມີນຜົນການປະຕິບັດວຽກງານຂອງພະນັກງານ-ລັດຖະກອນ ປະຈຳປີ 2022.

ວັນທີ 6-8 ພະຈິກ 2022  ພະແນກກະສິກໍາ ແລະ ປ່າໄມ້ແຂວງ ສໍາເລັດປະເມີນຜົນການປະຕິບັດວຽກງານຂອງພະນັກງານ-ລັດຖະກອນ ປະຈຳປີ 2022.ໂດຍ ການເປັນປະທານ ຂອງທ່ານໄຈເພັດ ເຮືອງຖາວອນ ຮັກສາການຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ, ບັນດາທ່ານຈາກພາກສ່ວນກ່ຽວຂ້ອງຂອງແຂວງ, ຫົວໜ້າ, ຮອງຫົວໜ້າຕະຫຼອດຮອດພະນັກງານລັດຖະກອນພາຍໃນພະແນກເຂົ້າຮ່ວມທັງໝົດ 171 ທ່ານ.

ໃນກອງປະຊຸມທ່ານ ພວງສະຫັວດ ພົມມາສີ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ, ໄດ້ຜ່ານ ດຳລັດສະບັບເລກທີ 300/ລບ, ວ່າດ້ວຍການປະເມີນຜົນການປະຕິບັດວຽກງານຂອງພະນັກງານ-ລັດຖະກອນ. ຜ່ານຄຳແນະນຳສະບັບເລກທີ 06/ພນ, ກ່ຽວກັບການຈັດຕັ້ງປະຕິບັດດຳລັດວ່າດ້ວຍການປະເມີນຜົນການປະຕິບັດວຽກງານຂອງພະນັກງານ-ລັດຖະກອນ, ແນະນຳເພື່ມເຕືມການປະເມີນ ແລະ ແບ່ງໜ່ວຍປະເມີນ, ຜ່ານລາຍຊື່ ແລະ ມອບໃບຍ້ອງຍໍໃຫ້ພະນັກງານລັດຖະກອນພາຍໃນພະແນກ ທີ່ມີຜົນງານປະເພດດີຫຼາຍຈຳນວນ 149 ທ່ານ. ປະເພດດີ 22 ທ່ານ. ຈາກນັ້ນ ຄະນະພະແນກຂື້ນຜ່ານບົດສະຫຼຸບປະຈຳປີ 2021 ແລະ ວາງທິດທາງແຜນການປີ 2022 ແລະ ຜູ້ເຂົ້າຮ່ວມໄດ້ປະກອບຄໍາຄິດ-ຄຳເຫັນ ຢ່າງກົງໄປກົງມາ ແລະ ຄະນະພະແນກຜ່ານໃບສຳຫຼວດ ແລະ ໃຫ້ຄະແນນໂຕເອງ ແລະ ລົງຄະແນນໃຫ້ຄະນະພະແນກ ຈາກນັ້ນແຕ່ລະໜ່ວຍຜ່ານໃບເກັບກ່ຽວຜົນງານ ແລະ ໃຫ້ຄະແນນປິດລັບ, ຄະນະຮັບຜິດຊອບສະຫຼຸບຜົນການປະເມີນ ແລ້ວສົ່ງໃຫ້ຄະນະພັກ, ຄະນະພະແນກພິຈາລະນາ.

ທ່ານ ໄຈເພັດ ເຮືອງຖາວອນ ຮັກສາການຫົວໜ້າພະແນກກະສິກໍາ ແລະ ປ່າໄມ້. ໄດ້ສະແດງຄວາມຊົມເຊີຍມາຍັງພະນັກງານ-ລັດຖະກອນ ທີ່ມີຜົນງານໂດດເດັ່ນຕັ້ງໜ້າເຮັດວຽກງານ ໃນຂົງເຂດກະສິກຳ ໄລຍະ 9 ເດືອນຜ່ານມາທີ່ມີຜົນສຳເລັດຢ່າງຈົບງາມ ແລະ ທິດທາງ 3 ເດືອນທ້າຍປີ. ແຕ່ວ່າ ສຳລັບບົດສະຫຼຸບ ຂໍໃຫ້ມີການປັບປຸງຄືນເປັນການສະຫຼຸບປະຈຳປີ ແລະ ທິດທາງແຜນການປີ 2023 ເພື່ອເປັນຜົນງານໃຫ້ພວກເຮົາ ແລະ ລາຍງານໃຫ້ຂັ້ນເທີງໃນຂັ້ນຕໍ່ໄປ, ພ້ອມນີ້ບັນດາຜົນງານທີ່ຈະປະກອບເຂົ້າບົດລາຍງານໃຫ້ມີຄອບຄົວຕົວແບບ ຜົນສຳເລັດນັ້ນສະແດງໃຫ້ເຫັນຜົນງານດີຫຼາຍ ແລະ ບັນດາທ່ານຈະໄດ້ເອົາໃຈໃສ່ຢ່າງສູງ, ສຸມໃສ່ຊຸກຍູ້ການຜະລິດກະສິກຳ ແລະ ການແກ້ໄຂວາລະແຫ່ງຊາດ, ເລັ່ງໃສ່ໃນການປູກ-ການລ້ຽງ ເປັນຕົ້ນຕໍ ໃຫ້ບັນລຸຕົວເລກຕາມຂັ້ນເທິງໄດ້ມອບໝາຍໃຫ້. ຜະລິດຫຼາຍໃຫ້ກາຍເປັນສິນຄ້າ ສົ່ງອອກໃຫ້ຫຼາຍຂື້ນ, ເພື່ອທົດແທນການນຳເຂົ້າ.

ບັນນາທິການ; ນາງ ພວງວັນ ມີວົງສາ

ພາບ-ຂ່າວ; ຄຳພະແກ້ວ ອິນທະວົງ