Khamphakeo Inthavong
ພະແນກກະສິກຳ ແລະ ປ່າໄມ້ ລົງກວດກາການລະບາດຂອງພະຍາດອາຫິວາໝູ, ຢູ່ບ້ານ ປ່າຄາໃຕ້, ເມືອງຫົວເມືອງ ແລະ ປະກາດເຝົ້າລະວັງທົ່ວແຂວງ.
ວັນທີ 6 – 7 ຕົ້ນເດືອນກໍລະກົດ 2019 ທີ່ຜ່ານມາ ພະແນກກະສິກຳ ແລະ ປ່າໄມ້ແຂວງ ລົງກວດກາການລະບາດຂອງພະຍາດອາຫິວາໝູ, ຢູ່ບ້ານ ປ່າຄາໃຕ້, ເມືອງຫົວເມືອງ, ແຂວງຫົວພັນ. ເຊິ່ງນຳໂດຍ ທ່ານ ສໍສະຫັວນ ບານຄຳມີ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້, ພ້ອມດ້ວຍຂະແໜງການກ່ຽວຂ້ອງຂອງແຂວງ, ເມືອງ, ເຂົ້າຮ່ວມນຳ.
ຕາມການລາຍງານຂອງປະຊາຊົນຜູ້ລ້ຽງໝູວ່າ: ບ້ານ ປ່າຄາໃຕ້, ໃຫ້ຮູ້ວ່າ: ພາຍໃນບ້ານມີໝູ 400 ກ່ວາໂຕ ແລະ ຕາຍຍ້ອນພະຍາດ 100 ກ່ວາໂຕ, ສະນັ້ນທິມງານວິຊາການຂັ້ນແຂວງ, ຂັ້ນເມືອງ, ໄດ້ລົງກວດກາຕົວຈິງ ແລະ ເກັບຕົວຢ່າງ, ສົ່ງໃຫ້ກົມລ້ຽງສັດ ແລະ ການປະມົງເພື່ອວິໄຈຫາສາເຫດພະຍາດ ຈົນຮອດວັນທີ 8 ກໍລະກົດ 2019 ຜົນກວດ ແມ່ນພົບເຊື້ອພະຍາດອາຫິວາໝູອາຟຣິກາ, ສະນັ້ນ ເຈົ້າແຂວງໆ ຫົວພັນ. ຈິ່ງໄດ້ອອກຄຳສັ່ງແນະນຳເຖິງ ທ່ານ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ, ທ່ານ ເຈົ້າເມືອງ 10 ເມືອງທົ່ວແຂວງ, ທ່ານ ຫົວໜ້າດ່ານກວດກາສັດຕະວະແພດສາກົນ ແລະ ດ່ານທ້ອງຖິ່ນ, ທ່ານຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງ 10 ເມືອງທົ່ວແຂວງ, ເລື່ອງ: ກ່ຽວກັບການເພີ່ມທະວີຄວາມຮັບຜິດຊອບຕໍ່ກັບການເຝົ້າລະວັງ, ປ້ອງກັນ, ສະກັດກັ້ນ ແລະ ຄວບຄຸມ ພະຍາດໝູອາຟຣິກາ, ຕາມກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ ແຫ່ງ ສປປລາວ ສະບັບເລກທີ 68/ສພຊ, ລົງວັນທີ 14 ທັນວາ 2015 ໝວດທີ IV ມາດຕາ 20 ວ່າດ້ວຍສິດ ແລະ ໜ້າທີ່ຂອງເຈົ້າແຂວງ, ກົດໝາຍວ່າດ້ວຍການລ້ຽງສັດ ແລະ ການສັດຕະວະແພດ (ສະບັບປັບປຸງ) ສະບັບເລກທີ 8/ສພຊ, ລົງວັນທີ 11 ພະຈິກ 2016, ພະຍາດອາຮິວາໝູອາຟຣິກາທີ່ເກີດຂື້ນໃນຄັ້ງນີ້ ມີລັກສະນະແຜ່ລາມໄວ ແລະ ຂະຫຍາຍອອກເປັນວົງກ້ວາງຢ່າງຕໍ່ເນື່ອງ ສ້າງຄວາມສູນເສຍທາງດ້ານຊັບສິນ, ເງິນຄຳໃຫ້ແກ່ປະຊາຊົນລາວບັນດາເຜົ່າຢ່າງໜັກໜ່ວງສົມຄວນ, ພະຍາດອາຮິວາໝູອາຟຣິກາ ແມ່ນພະຍາດຊືມເຊື້ອທາງເລືອດຕິດຕໍ່ຮ້າຍແຮງ ແຜ່ລາມໄວ, ສາມາດຕິດຕໍ່ໃສ່ໝູທຸກຊະນິດ ແລະ ທຸກເພດໄວເຊີ່ງມີຄວາມທົນທານສູງຕໍ່ສະພາບແວດລ້ອມ; ມີຊີວິດທົນຢູ່ໄດ້ໃນເງື່ອນໄຂທີ່ມີຄວາມເປັນກົດ, ເປັນດ່າງ, ຢູ່ໃນຊາກສັດແຊ່ແຂງໄດ້ດົນເຖີງ 15 ປີ ແລະ ສາມາດຖືເຊື້ອຢູ່ໄດ້ເຖີງ 4 ປີ, ສາມາດຕິດຕໍ່ກັບໝູດ້ວຍກັນ ການສຳພັດລະຫ່ວາງໝູຕິດເຊື້ອ ກັບໝູ ທີ່ມີສຸຂະພາບແຂງແຮງ, ເຊື້ອພະຍາດຕິດມານຳ ໂດຍຜ່ານຄົນ, ພາຫະນະ, ອຸປະກອນ ແລະ ອາຫານ, ຜ່ານພາຫະນະນຳເຊື້ອຈຳພວກເຫັບ, ເຫົາ, ໂດຍມີການຕາຍແບບກະທັນຫັນ ແລະ ໝູທີ່ເປັນພະຍາດນີ້ຈະມີອາການໄຂ້, ໄຂ້ຂື້ນສູງ 42 ອົງສາເຊ, ໃບຫູ ແລະ ຜີວໜັງ ອາດພົບປ່າມແດງຊ້ຳ, ມີຈຸດເນື້ອຕາຍເປັນຈຸດຢູ່ຕາມຜີວໜັງພື້ນທ້ອງ, ອັດຕາການຕາຍສູງ 90 – 100 ເປີເຊັນ, ປະຈຸບັນຍັງບໍ່ທັນມີຢາປ້ອງກັນ ແລະ ປີ່ນປົວເທື່ອ, ເພື່ອສະກັດກັ້ນບໍ່ໃຫ້ເຊື້ອພະຍາດແຜ່ລາມອອກສູ່ວົງກ້ວາງ, ສົ່ງຜົນກະທົບດ້ານລົບຕໍ່ການຜະລິດໝູ ແລະ ການດຳລົງຊີວິດຂອງປະຊາຊົນບັນດາເຜົ່າ ມີຄວາມຈຳເປັນຕ້ອງໄດ້ພ້ອມກັນຕ້ານ ແລະ ສະກັດກັ້ນຕອບໂຕ້ພະຍາດໃຫ້ສະຫົງບລົງໂດຍໄວ. ມອບໃຫ້ພະແນກກະສິກຳ ແລະ ປ່າໄມ້, ທ່ານເຈົ້າເມືອງທຸກເມືອງທົ່ວແຂວງ ແລະ ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ທຸກເມືອງ ຊີ້ນຳນຳພາໃນການກວດກາ, ຊຸກຍູ້ແນະນຳ ບັນດາໜ່ວຍງານລ້ຽງສັດທີ່ຂື້ນກັບຕົນເອງ ໃຫ້ເອົາໃຈໃສ່ຄຸ້ມຄອງ, ໃນການເຄື່ອນຍ້າຍໝູ – ນຳເຂົ້າຊີ້ນໝູ, ໝູພໍ່ແມ່ພັນ, ໝູນ້ອຍ ແລະ ຜະລິດຕະພັນຊີ້ນໝູທຸກຊະນິດບໍ່ວ່າຈະຈາກຕ່າງປະເທດ, ຫຼືພາຍໃນປະເທດຊ່ວງໄລຍະພະຍາດກຳລັງລະບາດ, ແຕ່ງຕັ້ງຄະນະສະເພາະກິດຕ້ານ ແລະ ຕອບໂຕ້ພະຍາດອາຮິວາໝູອາຟຣິກາທີ່ເກີດຂື້ນໂດຍໄວ ພ້ອມທັງວາງແຜນກຽມຄວາມພ້ອມເປັນຕົ້ນກຳລັງຄົນ, ວັດຖຸອຸປະກອນ, ພາຫະນະ ແລະ ງົບປະມານ ເພື່ອລົງເຄື່ອນໄຫວຕ້ານ ແລະ ຕອບໂຕ້ສະກັດກັ້ນພະຍາດໃຫ້ທັນການ ແລະ ໃຫ້ທ່ານເຈົ້າເມືອງປະກາດເປັນເຂດລະບາດພະຍາດໂດຍດ່ວນ ເມືອງທີ່ກຳລັງເກີດພະຍາດ, ໃຫ້ເພີ່ມທະວີຄວາມຮັບຜິດຊອບ ແລະ ຕິຕາມກວດກາການເຄື່ອນຍ້າຍໝູ ແລະ ຜະລິດຕະພັນໝູ, ຕັ້ງຈຸດດ່ານກວດກາສັດຕະວະແພດຊົ່ວຄາວ ກວດຍຶດໝູ ແລະ ຜະລິດຕະພັນໝູ ທີ່ເຄື່ອນຍ້າຍຈາກເຂດລະບາດພ້ອມທັງຈັດຕັ້ງສີດພົ່ນຢາຂ້າເຊື້ອພາຫະນະທີ່ອອກຈາກເຂດດັ່ງກ່າວ ເພື່ອປ້ອງກັນບໍ່ໃຫ້ເຊື້ອພະຍາດແຜ່ລາມໄປສູ່ບ້ານອື່ນ ຫຼືສະຖານທີ່ອື່ນ, ຖ້າຫາກພົບເຫັນຜູ້ລະເມີດຜ່າຝືນ ການນຳເຂົ້າ ຫຼື ລັກລອບການນຳເຂົ້າຊີ້ນໝູ ແລະ ຜະລິດຕະພັນຊີ້ນໝູທຸກຊະນິດ ຈາກ ສສ ຫວຽດນາມ ເຂດທີ່ລະບາດເຂົ້າສູ່ແຂວງຫົວພັນ ທີ່ບໍ່ຖືກຕ້ອງໃຫ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ດຳເນີນຄະດີຕາມກົດໝາຍຢ່າງເຂັ້ມງວດ, ຊຸກຍູ້ລະດົມປະຊາຊົນທຳລາຍໝູທີ່ຕິດເຊື້ອ ຫຼື ສ່ຽງຕໍ່ການຕິດເຊື້ອໃນວົງແຄບ, ເພື່ອຕັດວົງຈອນຂອງເຊື້ອພະຍາດ, ບໍ່ໃຫ້ນຳໝູທີ່ເຈັບ ຫຼື ຕາຍຍ້ອນພະຍາດນຳມາບໍລິໂພກ ຫຼື ຖີ້ມຕາມຫ້ວຍນ້ຳລຳເຊ, ຕາມທຳມະຊາດຢ່າງເດັດຂາດ, ນຳພາປະຊາຊົນເຮັດອະນາໄມ ແລະ ຂ້າເຊື້ອຄອກສັດ ສີດພົ່ນດ້ວຍຢາຂ້າເຊື້ອ, ໂຮຍດ້ວຍປູນຂາວໃຫ້ທົ່ວເຖີງໃນບໍລິເວນຄອກສັດ ແລະ ບ່ອນທີ່ໝູຍ່າງໄປມາແຕ່ລະມື້, ໃຫ້ລາຍງານສະພາບການລະບາດຂອງພະຍາດ ແລະ ຄວາມຄືບໜ້າຂອງການປະຕິບັດມາດຕາການຕອບໂຕ້ພະຍາດໃຫ້ຂັ້ນເທີງແຕ່ລະວັນ, ປະຕິບັດມາດຕາການອື່ນ ຕາມກົດໝາຍ ແລະ ຕາມຫຼັກວິຊາການທີ່ເໝາະສົມ, ຊີ້ນໝູທີ່ນຳເຂົ້າມາຈຳໜ່າຍຢູ່ທ້ອງຕະຫຼາດ, ຕ້ອງໄດ້ຮັບການກວດກາຢັ້ງຢືນ ຈາກເຈົ້າໜ້າທີ່ສັດຕະວະແພດປະຈຳແຂວງ ແລະ ເມືອງກ່ອນ ແລະ ຫຼັງຂ້າ ຕ້ອງແມ່ນຊີ້ນທີ່ຜ່ານໂຮງຂ້າສັດ ຈິ່ງສາມາດຈຳໜ່າຍໄດ້ ພາຍຫຼັງໄດ້ຮັບຄຳແນະນຳສະບັບນີ້ແລ້ວ, ຮຽກຮ້ອງໃຫ້ທຸກພາກສ່ວນ, ອຳນາດການປົກຄອງທຸກຂັ້ນ, ຜູ້ປະກອບການຕະຫຼອດຮອດພໍ່ແມ່ປະຊາຊົນທົ່ວແຂວງຫົວພັນ, ພ້ອມກັນເປັນເຈົ້າການໃນການຕິດຕາມ – ລາຍງານ, ປະກອບສ່ວນໃນການເຝົ້າລະວັງ, ສະກັດກັ້ນຄວບຄຸມການລະບາດຂອງພະຍາດອາຮິວາໝູອາຟຣິກາດ້ວຍຄວາມຮັບຜິດຊອບສູງ, ຮັບປະກັນບໍ່ໃຫ້ລະບາດໃນວົງກ້ວາງ.
ບັນນາທິການ
ສຸນີຄຳ ພົມມາສີ
ຜູ້ຂຽນຂ່າວ
ຄຳພະແກ້ວ ອິນທະວົງ
ພະແນກກະສິກຳ ແລະ ປ່າໄມ້ແຂວງ ສຳເລັດພິທີປ່ອຍປາຄືນສູ່ທຳມະຊາດໃນວັນອະນຸລັກສັດນ້ຳ – ສັດປ່າ ວັນທີ 13 ກໍລະກົດ 2019.
ວັນທີ 13 ກໍລະກົດ 2019 ຫ້ອງການກະສິກຳ ແລະ ປ່າໄມ້ ເມືອງຊຳເໜືອ ຈັດພິທີປ່ອຍປາຄືນສູ່ທຳມະຊາດ, ໃນວັນອະນຸລັກສັດນ້ຳ – ສັດປ່າ, ທີ່ສວນສາທາລະນະລາວ – ກວາງໜິງ, ເປັນກຽດເຂົ້າຮ່ວມທ່ານ ວັນໄຊ ແພງຊຸມມາ ເລຂາພັກແຂວງ, ເຈົ້າແຂວງໆ ຫົວພັນ, ມີຮອງເລຂາພັກແຂວງ, ຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ຫົວໜ້າ, ຮອງຫົວໜ້າພະແນກການ, ອົງການທຽບເທົ່າ, ທະນາຄານ, ໂຮງຮຽນ, ໂຮງໝໍໍ, ການນຳເມືອງຊຳເໜືອ ແລະ ອຳນາດການປົກຄອງບ້ານ 10 ໝູ່ບ້ານອ້ອມຂ້າງເທດສະບານຕົວເມືອງຊຳເໜືອເຂົ້າຮ່ວມ.
ເພື່ອປະຕິບັດຕາມກົດໝາຍວ່າດ້ວຍສັດນໍ້າ – ສັດປ່າສະບັບເລກທີ 07/ສພຊ ລົງວັນທີ 27 ທັນວາ 2007 ແລະ ລັດທະບານລາວໄດ້ກຳນົດເອົາ ວັນທີ 13 ກໍລະກົດ ຂອງທຸກໆປີ ເປັນວັນປ່ອຍປາແຫ່ງຊາດ, ສະນັ້ນເມືອງຊຳເໜືອຈິ່ງໄດ້ຈັດພິທີປ່ອຍປາຂື້ນທີ່ສວນສາທາລະນະລາວ – ກວາງໜິງ, ລວມມີ 10 ບ້ານຄື: ບ້ານ ພັນໄຊ, ທາດເມືອງ, ນາໜອງບົວ, ນາທົ່ງຈອງ, ມີສຸກ, ນາສະກາງ, ນາອ່າງ, ຊຳເໜືອ, ໂພໄຊ ແລະ ບ້ານນາລິວ. ຈຳນວນປາທີ່ປ່ອຍຄັ້ງນີ້ມີປາທຳມະຊາດຈຳນວນ 4500 ໂຕ ມີປາຜົ້ງ, ປາຈາດ, ປາເຕັດ, ປາຂ້າມ ແລະ ປາອື່ນໆ ປາລ້ຽງ 70 ກິໂລ, ມີປານິນ, ປາໄນ,ປາແຝກ ແລະ ປາພຽງຢາງ. ທັງນີ້ກໍ່ເພື່ອເປັນການອະນຸລັກສັດນ້ຳໃຫ້ແພ່ພັນນັບມື້ນັບຫຼາຍຂື້ນເລື້ອຍໆ. ການປ່ອຍປາໃນຄັ້ງນີ້ແມ່ນໄດ້ແບ່ງໃຫ້ການນຳແຂວງ, ການນຳເມືອງ, ທຸກພາກສ່ວນ ແລະ 10 ໝູ່ບ້ານຈົ່ງນຳເອົາປາໄປປ່ອຍຢູ່ວັງສະຫງວນ ແລະ ວັງຫວງຫ້າມຂອງຕົນ.
ຕອນທ້າຍພິທີ ທ່ານ ພຸດພັນ ແກ້ວວົງໄຊ ເລຂາພັກເມືອງ, ເຈົ້າເມືອງໆ ຊຳເໜືອ, ມີຄຳເຫັນວ່າ, ຈິ່ງຮຽກຮ້ອງໃຫ້ບັນດາພໍ່ – ແມ່ປະຊາຊົນ ແລະ ການຈັດຕັ້ງທຸກພາກສ່ວນຕ້ອງເປັນເຈົ້າການ ໃນການປົກປັກຮັກສາວັງສະຫງວນ ແລະ ວັງຫວງຫ້າມໃນຂອບເຂດຄວາມຮັບຜິດຊອບຂອງບ້ານ, ເພື່ອໃຫ້ເປັນບ່ອນເພາະພັນ ແລະ ແພ່ພັນປາໃນທຳມະຊາດໃຫ້ນັບມື້ນັບຫຼາຍຂື້ນເລື້ອຍໆ.
ບັນນາທິການ
ຄຳປານ ສຸວັນທອນ
ຜູ້ຂຽນຂ່າວ.
ຄຳພະແກ້ວ ອິນທະວົງ
ພະແນກກະສິກຳ ແລະ ປ່າໄມ້ ສຳເລັດກອງປະຊຸມສະຫຼຸບກາງສະໄໝ 2016 – 2018 ການຈັດຕັ້ງປະຕິບັດແຜນພັດທະນາກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ 5 ປີ ຄັ້ງທີ 8 2016 – 2020 ແລະ ວາງທິດທາງແຜນການ 2018 – 2020
ວັນທີ 04 ກໍລະກົດ 2019 ພະແນກກະສິກຳ ແລະ ປ່າໄມ້ ຈັດກອງປະຊຸມສະຫຼຸບກາງສະໄໝ 2016 – 2018 ການຈັດຕັ້ງປະຕິບັດແຜນພັດທະນາກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ 5 ປີ ຄັ້ງທີ VIII 2016 – 2020 ແລະ ວາງທິດທາງແຜນການ 2018 – 2020 ທີ່ຫ້ອງປະຊຸມພະແນກແຜນການ ແລະ ການລົງທຶນ, ໃຫ້ກຽດເປັນປະທານ ທ່ານ ນາງ ແພງ ກັນຍາພີມ ຮອງເລຂາພັກແຂວງ ຮອງເຈົ້າແຂວງໆ ຫົວພັນ, ທ່ານ ຄິ່ນ ທຸມມາລາ ຮັກສາການຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ, ເຈົ້າເມືອງ, ຮອງເຈົ້າເມືອງ 10 ເມືອງ, ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງ, ພະແນກການທີ່ກ່ຽວຂ້ອງ, ນັກທຸລະກິດໜຸ່ມ, ຄອບຄົວຕົວແບບ ແລະ ພະນັກງານລັດຖະກອນພາຍໃນພະແນກເຂົ້າຮ່ວມ 150 ກ່ວາທ່ານ, ຍິງ 51 ທ່ານ.
ກອງປະຊຸມ ທ່ານ ຄິ່ນ ທຸມມາລາ ໄດ້ຜ່ານຮ່າງບົດສະຫຼຸບກາງສະໄໝ ໄລຍະ 2016 – 2018 ແລະ ທິດທາງແຜນການ ໄລຍະ ປີ 2018 – 2020 ຈາກນັ້ນຜູ້ແທນກອງປະຊຸມປະກອບຄຳຄິດຄຳເຫັນໃສ່ຮ່າງບົດລາຍງານ, ການຟື້ນຟູລະບົບຊົນລະປະທານທີ່ໄດ້ຮັບຜົນກະທົບຈາກໄພພິບັດ, ຄວບຄຸມພະຍາດປາກເປື່ອຍລົງເລັບ ແລະ ພະຍາດອະຫິວາໝູ, ປັບປຸງແນວພັນເຂົ້າໄກ່ນ້ອຍ, ການລະບາດ ແລະ ຄວບຄຸມສັດຕູພືດ, ຈັດຕັ້ງປະຕິບັດ ໂຄງການພັດທະນາຊີວະນາໆພັນ ໄລຍະ 2 ປີກ່ວາ, ຜ່ານການຊີ້ນຳ – ນຳພາຂອງພະແນກກະສິກຳ ແລະ ປ່າໄມ້ແຂວງ ແລະ ຫ້ອງການກະສິກຳ ແລະ ປ່າໄມ້ເມືອງສາມາດສ້າງໜໍ່ແໜງຄອບຄົວຕົວແບບດ້ານການປູກການລ້ຽງຫຼາຍຄອບຄົວເຊັ່ນ: ປູກໄມ້ໃຫ້ໝາກ, ການປູກຜັກເຮືອນຮົ່ມ, ລ້ຽງປາ ແລະ ລ້ຽງໝູລາດເປັນສິນຄ້າ, ກອງປະຊຸມຍັງໄດ້ເຫັນດີວ່າດ້ວຍການມອບໃບຍ້ອງຍໍຈາກເຈົ້າແຂວງ, ໃຫ້ແກ່ຄອບຄົວທີ່ມີຜົນງານດີເດັ່ນໃນການສ້າງຄອບຄົວເປັນຄອບຄົວຕົວແບບໃນການຜະລິດກະສິກຳ ແລະ ປ່າໄມ້ ໃນ 10 ເມືອງ ທົ່ວແຂວງ, ຈຳນວນ 54 ໃບ ແລະ ພະແນກກະສິກຳ ແລະ ປ່າໄມ້ແຂວງ, ເຫັນດີມອບໃບຍ້ອງຍໍຈຳນວນ 41 ໃບ, ໃຫ້ແກ່ຄອບຄົວຕົວແບບທີ່ມີຜົນງານດີເດັ່ນໃນການປະກອບສ່ວນເຂົ້າໃນວຽກງານພັດທະນາດ້ານກະສິກຳ ໃນການປູກຝັງ ແລະ ລ້ຽງສັດ.
ຈາກນັ້ນປະທານກອງປະຊຸມ ທ່ານ ນາງແພງ ກັນຍາພິມ ຮອງເລຂາພັກແຂວງ ຮອງເຈົ້າແຂວງ ກໍ່ໄດ້ໂອ້ລົມຍ້ອງຍໍຊົມເຊີຍຈາກຜົນງານທີ່ຍາດມາໄດ້ໃນໄລຍະຜ່ານມາ ເປັນຕົ້ນແມ່ນການປູກຝັງ, ລ້ຽງສັດ ແລະ ຈະໄດ້ສືບຕໍ່ສົ່ງເສີມການປູກ – ການລ້ຽງ, ຫັນໄປສູ່ເຕັກນິກທີ່ທັນສະໄໝ, ເອົາວຽກງານກະສິກຳໃຫ້ເປັນຕົ້ນຕໍໃຫ້ມີຈຸດສຸມ ແລະ ສຶກສາສຳຫຼວດເຮັດນາຂັ້ນໄດບ່ອນທີ່ມີເງື່ອນໄຂ ແລະ ຫັນເອົາພະນັກງານລົງຮາກຖານເພື່ອຊີ້ນຳ – ນຳພາດ້ານເຕັກນິກ, ສຶບຕໍ່ຕິດຕາມການແບ່ງດິນແບ່ງປ່າໃຫ້ປະຊາຊົນນຳໃຊ້, ຖືກຕ້ອງຍາວນານ ແລະ ທຸກພາກສ່ວນຕ້ອງເປັນເຈົ້າການໃນການຊີ້ນຳ – ນຳພາຊຸກຍູ້ການຜະລິດກະສິກຳ – ປ່າໄມ້ໃຫ້ກາຍເປັນສິນຄ້າ.ເພື່ອສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ປະຊາຊົນເຂົ້າເຖີງແຫຼ່ງທືນ, ດ້ານເຕັກນິກວິຊາການເພື່ອສຸມໃສ່ການຜະລິດສິນຄ້າໃຫ້ຫຼາຍຂື້ນ, ສາມາດສ້າງລາຍຮັບໃຫ້ແກ່ປະຊາຊົນເພື່ອແກ້ໄຂຄວາມທຸກຍາກລົງເທື່ອລະກ້າວ
ບັນນາທິການ ຜູ້ຂຽນຂ່າວ
ແອຊຳ ວິໄລຈິດ ຄຳພະແກ້ວ ອິນທະວົງ
ກອງທຶນລຸດຜ່ອນຄວາມທຸກຍາກ ໄດ້ລົງກວດກາ ຜົນສຳເລັດ ແລະ ມອບ – ຮັບ, ໂຄງການສ້ອມແປງ ຄອງເໝືອງ ແລະ ລະບົບນ້ຳລິນ, ບ້ານ ນາໜອງ, ບ້ານ ສົບຜ່ອງ, ເມືອງຊຽງຄໍ້.
ວັນທີ 27 ມີຖຸນາ 2019 ທີ່ຜ່ານມາ, ກອງທຶນລຸດຜ່ອນຄວາມທຸກຍາກ ພະແນກກະສິກຳ ແລະ ປ່າໄມ້ແຂວງ ແລະ ບໍລິສັດຜູ້ຮັບເໝົາກໍ່ສ້າງໄດ້ລົງກວດກາຄວາມຄືບໜ້າໂຄງການກໍ່ສ້າງ, ສ້ອມແປງຄອງ
ເໝືອງ ແລະ ສ້ອມແປງລະບົບນ້ຳລິນ, ເມືອງຊຽງຄໍ້, ແຂວງຫົວພັນ.ເຊີ່ງນຳໂດຍທ່ານ ຄຳພັດ ອ່ອນບົວຄຳ ຄະນະປະຈຳພັກເມືອງ, ປະທານແນວລາວສ້າງຊາດເມືອງ, ທ່ານ ໄອຍາໂກ ກັນດາສັກ ຫົວໜ້າ ກອງທຶນລຸດຜ່ອນຄວາມທຸກຍາກ III ຜູ້ຊີ້ນຳໂຄງການຂັ້ນແຂວງ, ມີພາກສ່ວນກ່ຽວຂ້ອງຂັ້ນເມືອງ, ອຳນາດການປົກຄອງບ້ານເຂົ້າຮ່ວມນຳ.
ໂຄງການກໍ່ສ້າງສ້ອມແປງຄອງເໝືອງ, ບ້ານ ນາໜອງ, ໄດ້ເລີ່ມລົງມືກໍ່ສ້າງຕົ້ນເດືອນ ພຶດສະພາ 2019 ສຳເລັດລົງໃນທ້າຍເດືອນ ມີຖຸນາ 2019 ລວມມູນຄ່າທັງໝົດ 52 ລ້ານກ່ວາກີບ, ຊື່ງໄດ້ຮັບທຶນ ຈາກໂຄງການ ກອງທຶນລຸດຜ່ອນຄວາມທຸກຍາກ 50 ລ້ານກ່ວາກີບ, ທຶນປະກອບສ່ວນຂອງປະຊາຊົນ 2 ລ້ານກ່ວາກີບ. ຄອງເໝືອງຂະໜາດກ້ວາງ 50 ຊັງຕີແມັດ, ຍາວ 100 ແມັດ, ລວງສູງ 60 ຊັງຕີແມັດ, ສາມາດເອົານ້ຳຫົດເນື້ອທີ່ນາ 10 ເຮັກຕາ ໂຄງການກໍ່ສ້າງສ້ອມແປງນ້ຳລິນ, ບ້ານ ສົບຜ່ອງ, ໄດ້ເລີ່ມລົງມືຈັດຕັ້ງປະຕິບັດແຕ່ຕົ້ນເດືອນ ພຶດສະພາ 2019 ແລະ ສຳເລັດການກໍ່ສ້າງສ້ອມແປງໃນທ້າຍເດືອນ ມີຖຸນາ 2019 ລວມມູນຄ່າທັງໝົດ 45 ລ້ານກ່ວາກີບ, ທຶນ ຂອງໂຄງການ ກອງທຶນລຸດຜ່ອນຄວາມທຸກຍາກ 43 ລ້ານກ່ວາກີບ ແລະ ທຶນປະກອບສ່ວນຂອງປະຊາຊົນ 2 ລ້ານກ່ວາກີບ, ສາມາດເອົານ້ຳຮັບໃຊ້ປະຊາຊົນໄດ້ 30 ກ່ວາຄອບຄົວ ເຊິ່ງໂຄງການດັ່ງກ່າວແມ່ນບໍລິສັດ ສີ ອິນທາພອນ ເປັນຜູ້ຮັບເໝົາກໍ່ສ້າງ.
ພາຍຫຼັງກວດກາການກໍ່ສ້າງສຳເລັດແລ້ວ, ທ່ານ ໄອຍາໂກ ກັນດາສັກ ຫົວໜ້າກອງທຶນລຸດຜ່ອນຄວາມທຸກຍາກ ໃຫ້ຄຳຄິດເຫັນວ່າ: ການຈັດຕັ້ງປະຕິບັດໂຄງການ ຕ້ອງມີການຕິດຕາມ, ກວດກາ, ປະເມີນຜົນຄວາມຄືບໜ້າຂອງໂຄງການ ແລະ ໃຫ້ແຕ່ລະພາກສ່ວນຕ້ອງເປັນເຈົ້າການໃນການຈັດຕັ້ງປະ
ຕິບັດ, ອຳນາດການປົກຄອງບ້ານ, ຈະຕ້ອງເອົາໃຈໃສ່ນຳພາປະຊາຊົນຊົມໃຊ້ຄອງເໝືອງ ແລະ ນ້ຳລິນ, ໃຫ້ເກີດປະໂຫຍດສຸງສຸດ, ປະກອບສ່ວນເພີ່ມຜົນຜະລິດກະສິກຳ ໃຫ້ເພີ່ມຂື້ນ, ແກ້ໄຂຄວາມທຸກຍາກຂອງປະຊາຊົນໃນເຂດດັ່ງກ່າວ, ໃຫ້ນັບມື້ຫຼຸດລົງເທື່ອລະກ້າວ.
ບັນນາທິການ
ຄຳປານ ສຸວັນພອນ
ຜູ້ຂຽນຂ່າວ
ຄຳພະແກ້ວ ອິນທະວົງ
ພະແນກກະສິກຳ ແລະ ປ່າໄມ້ ໜ່ວຍພັກ ຂະແໜງພັດທະນາຊົນນະບົດ ແລະ ສະຫະກອນ ສຳເລັດພິທີມອບບັດສະມາຊິກພັກສົມບຸນ.
ຕອນເຊົ້າ ເວລາ 8 ໂມງ ຂອງວັນທີ 26 ມີຖຸນາ 2019 ໜ່ວຍພັກຂະແໜງພັດທະນາຊົນນະບົດ ແລະ ສະຫະກອນ ທີ່ຂຶ້ນກັບ ພະແນກກະສິກຳ ແລະ ປ່າໄມ້ ແຂວງຫົວພັນ, ໄດ້ຈັດກອງປະຊຸມມອບບັດສະມາຊິກພັກສົມບຸນ ຂອງຕົນຂື້ນທີ່ຫ້ອງປະຊຸມຂະແໜງ, ກອງປະຊຸມດັ່ງກ່າວໄດ້ດຳເນີນເປັນເວລາ 1 ຕອນ, ໂດຍພາຍໃຕ້ການເປັນປະທານ ຂອງສະຫາຍ ສໍສະຫັວນ ບານຄຳມີ ຄະນະພັກຮາກຖານ ພະແນກກະສິກຳ ແລະ ປ່າໄມ້ແຂວງ, ສະຫາຍ ໄມພຽງ ມາດາຈິດ ເລຂາໜ່ວຍພັກຂະແໜງພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ, ສະມາຊິກພັກສົມບຸນ, ເຂົ້າຮ່ວມທັງໝົດ 11 ສະຫາຍ, ຍິງ 4 ສະຫາຍ.
ກອງປະຊຸມຄັ້ງນີ້ ໄດ້ຜ່ານມະຕິຕົກລົງໃຫ້ກົມການເມືອງສູນກາງພັກ ສະບັບເລກທີ 020/ກມສພ, ລົງວັນທີ 22 ທັນວາ 2016 ວ່າດ້ວຍການອອກບັດ – ມອບບັດສະມາຊິກພັກສົມບຸນຂອງພັກປະຊາຊົນປະຕິວັດລາວ ແລະ ອິງຕາມແຈ້ງການຂອງຄະນະຈັດຕັ້ງສູນກາງພັກສະບັບເລກທີ 06/ຈຄສພ, ລົງວັນທີ 14 ມັງກອນ 2019 ກ່ຽວກັບການມາຮັບເອົາບັດສະມາຊິກພັກສົມບຸນ, ອິງຕາມໜັງສືສະເໜີຂອງຄະນະຈັດຕັ້ງແຂວງ, ສະບັບເລກທີ 316/ຄຈຂ.ຫພ, ລົງວັນທີ 22 ພຶດສະພາ 2019 ຄະນະປະຈຳພັກແຂວງຕົກລົງມອບບັດໃຫ້ສະມາຊິກພັກສົມບຸນ, ໜ່ວຍພັກຂະແໜງພັດທະນາຊົນນະບົດ ແລະ ສະຫະກອນ, ທີ່ຂື້ນກັບຮາກຖານພັກພະແນກກະສິກຳ ແລະ ປ່າໄມ້ແຂວງຈຳນວນ 11 ສະຫາຍ, ຍິງ 4 ສະຫາຍ
ຕອນທ້າຍຂອງກອງປະຊຸມຍັງໄດ້ຮັບຟັງການໂອ້ລົມຈາກສະຫາຍ ສໍສະຫັວນ ບານຄຳມີ ຄະນະພັກຮາກຖານຂອງພະແນກ ຊືງສະຫາຍໄດ້ຍ້ອງຍໍຊົມເຊີຍຕໍ່ການຊີ້ນຳ – ນຳພາ ຂອງຄະນະໜ່ວຍພັກ, ເຫັນໄດ້ຄວາມສາມັກຄີເປັນເອກະພາບ, ມີແບບແຜນວິທີເຮັດວຽກແບບລວມສູນປະຊາທິປະໄຕ, ແບ່ງງານໃຫ້ບຸກຄົນຮັບຜິດຊອບຈິ່ງເຮັດໃຫ້ວຽກງານທີ່ໄດ້ຮັບການມອບໝາຍ ໃຫ້ມີຜົນສຳເລັດ, ຊຶ່ງມັນສະແດງໃຫ້ເຫັນເຖິງຄວາມຮັບຜິດຊອບທາງດ້ານການເມືອງຂອງບັນດາສະຫາຍ,ໃນຄະນະໜ່ວຍພັກຈະຍົກສູງຄວາມສາມັກຄີພາຍໃນໃຫ້ດີກ່ວາເກົ່າ, ເປັນຫົວຈັກຫຼັກແຫຼ່ງໃນການຊີ້ນຳ – ນຳພາໜ່ວຍພັກໃຫ້ມີຄວາມເຂັ້ມແຂງ, ປອດໃສ, ໜັກແໜ້ນ ແລະ ເຮັດໃຫ້ບົດບາດການນຳພາຂອງພັກໄດ້ຮັບການເຊີດຊູຍົກສູງຂື້ນເລື້ອຍ.
ບັນນາທິການ ຄຳປານ ສຸວັນພອນ
ຜູ້ຂຽນຂ່າວ ຄຳພະແກ້ວ ອິນທະວົງ
ພິທີມອບ – ຮັບໜ້າທີ່ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງຫົວພັນ ຜູ້ເກົ່າ ແລະ ຜູ້ໃໝ່.
ໃນຕອນບ່າຍວັນທີ 11 ມີຖຸນາ 2019 ນີ້, ພະແນກກະສິກຳ ແລະ ປ່າໄມ້ແຂວງ ໄດ້ຈັດພິທີມອບ-ຮັບໜ້າທີ່ ຮັກສາການຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ພັນທອງ ເພັດໄຊສົມພັນ, ຄະນະປະຈຳພັກແຂວງ ຮອງເຈົ້າແຂວງໆ ຫົວພັນ, ທ່ານ ບຸນຄຳ ສີດາວົງ ອາດີດ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ, ມີການນຳພະແນກການກ່ຽວຂ້ອງຂອງແຂວງ, ມີການນຳ ພະແນກກະສິກຳ ແລະ ປ່າໄມ້ແຂວງ, ມີທ່ານຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ 10 ເມືອງ, ມີພະນັກງານລັດຖະກອນ ແລະ ບັນດາແຂກຖືກເຊີນ, ພາຍໃນພະແນກດັ່ງກ່າວເຂົ້າຮ່ວມ.
ໃນພິທີ ຄະນະຮັບຜິດຊອບກອງປະຊຸມ, ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງເຈົ້າແຂວງໆ ຫົວພັນ. ສະບັບເລກທີ 547/ຈຂ-ຫພ, ລົງວັນທີ 20/05/2019 ເຫັນດີແຕ່ງຕັ້ງ ທ່ານ ຄິ່ນ ທຸມມາລາ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ ເປັນຮັກສາການ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ ່ອນໃໝແລະ ຜ່ານຂໍ້ຕົກລົງຂອງເຈົ້າແຂວງສະບັບເລກທີ546/ຈຂ-ຫພ, ຍົກຍ້າຍທ່ານ ບຸນຄຳ ສີດາວົງ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ ໄປເປັນ ຫົວໜ້າກົມຊົນລະປະທານ ກະຊວງກະສິກຳ ແລະ ປ່າໄມ້ ໃນໂອກາດກຽວກັນທ່ານ ບຸນຄຳ ສີດາວົງ ອະດີດ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ, ກໍໄດ້ຂຶ້ນກ່າວຄໍາເຫັນ ແລະ ມອບໜ້າທີ່ໃຫ້ ທ່ານຜູ້ຮັກສາການຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ, ຜູ້ໃໝ່ວ່າ: ຕະຫຼອດໄລຍະເວລາທີ່ໄດ້ເຮັດໜ້າທີ່ ໃນການບໍລິຫານງານ ຢູ່ພະແນກກະສິກຳ ແລະ ປ່າໄມ້ແຂວງ ທີ່ຜ່ານມາແມ່ນໄດ້ສືບຕໍ່ຈັດຕັ້ງປະຕິບັດໃນຫຼາຍໆ ວຽກງານທີ່ຂັ້ນເທິ່ງມອບໝາຍໃຫ້ສຳເລັດໄປດ້ວຍດີ, ພ້ອມນັ້ນ ພະແນກກະສິກຳ ແລະ ປ່າໄມ້ແຂວງ ກໍມີການຂະຫຍາຍຕົວ ຢ່າງຕໍ່ເນື່ອງສາມາດຄ້ຳປະກັນດ້ານສະບຽງອາຫານ, ແກ້ໄຂຊີວິດການເປັນຢູ່ ແລະ ມີເຂົ້າກຸ້ມກິນໂດຍພື້ນຖານ, ການຜະລິດເປັນສິນຄ້າເລີ່ມມີໜໍ່ແໜງເກີດຂື້ນຢູ່ບັນດາເມືອງ, ເປັນຕົ້ນແມ່ນຟາມລ້ຽງໄກ່, ການລ້ຽງງົວ ແລະ ການປູກພືດຕ່າງໆ ສາມາດສະໜອງຄວາມຕ້ອງການຂອງຕະຫຼາດພາຍໃນໄດ້ ແລະ ສົ່ງອອກຈຳນວນໜື່ງ ແລະ ຫວັງຢ່າງຍິ່ງວ່າ ຄະນະ ພະແນກກະສິກຳ ແລະ ປ່າໄມ້ແຂວງ, ຍັງຈະສືບຕໍ່ນຳພາການເມືອງ-ແນວຄິດ ໃຫ້ສະມາຊິກພັກ, ພະນັກງານ, ລັດຖະກອນ, ຢ່າງຕໍ່ເນື່ອງ, ເຜີຍແຜ່ນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ໃຫ້ລົງເຖິງທ້ອງຖິ່ນຮາກຖານເປັນປົກກະຕິ, ປັບປຸງກົງຈັກການຈັດຕັ້ງໃຫ້ມີຄວາມເຂັ້ມແຂງ, ບັນຈຸຊັບຊ້ອນພະນັກງານຕາມຄວາມຮູ້, ຄວາມສາມາດ ແລະ ຄວາມຕ້ອງການໃນຂົງເຂດວຽກງານ, ນຳພາວຽກງານວິຊາສະເພາະຂອງບັນດາຂະແໜງການ, ໂຄງການ, ສູນ, ສະຖານີ ແລະ ຫ້ອງການກະສິກຳປ່າໄມ້ເມືອງຮອບດ້ານ, ຜັນຂະຫຍາຍຍຸດທະສາດພັດທະນາກະສິກຳ ແລະ ປ່າໄມ້ ຮອດປີ 2025 ແລະ ວິໄສທັດປີ 2030 ແລະ ແຜນພັດທະນາກະສິກຳ ແລະ ປ່າໄມ້ 5 ປີ ຄັ້ງທີ 8 ໂດຍການຫັນເປັນໂຄງການ ແລະ ແຜນງານ ແລະ ກິດຈະກຳອັ່ນລະອຽດຂອງແຕ່ລະຂະແໜງການ, ແບ່ງຄວາມຮັບຜິດຊອບໃຫ້ບັນດາສະຫາຍຄະນະພັກ, ຄະນະພະແນກໃຫ້ສອດຄ່ອງກັບສະພາບຕົວຈິງ, ປະຕິບັດໜ້າທີ່ຕາມການແຕ່ງຕັ້ງຂອງຂັ້ນເທິງເປັນຕົ້ນ ຄະນະຄຸ້ມຄອງໂຄງການ, ຄະນະປະສານງານ ແລະ ຄະນະຮັບຜິດຊອບອື່ນຢ່າງເຂັ້ມງວດ.
ຫຼັງຈາກນັ້ນ ໃນທີ່ປະຊຸມ ກໍໄດ້ມີການລົງນາມເຊັນບົດບັນທຶກ ການມອບ-ຮັບໜ້າທີ່ ວ່າການຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ ລະຫວ່າງ ທ່ານ ບຸນຄຳສີດາວົງ ອະດີດ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ, ແລະ ທ່ານ ຄິ່ນ ທຸມມາລາ, ຮັກສາການຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ, ໂດຍຊ້ອງໜ້າ ທ່ານ ພັນທອງ ເພັດໄຊສົມພັນ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງໆ ຫົວພັນ.ພ້ອມດ້ວຍພະນັກງານພາຍໃນພະແນກຮ່ວມເປັນສັກຂີພິຍານອີດ້ວຍ.
ບັນນາທິການ
ແອຊຳ ວິໄລຈິດ
ຜູ້ຂຽນຂ່າວ.
ຄຳພະແກ້ວ ອິນທະວົງ
ພະແນກກະສິກຳ ແລະ ປ່າໄມ້ ມອບປື້ມບົດລາຍງານ, ແຜນທີ່ການວາງແຜນຈັດສັນນຳໃຊ້ທີ່ດິນກະສິກຳ ແລະ ປ່າໄມ້ ແບບມີສ່ວນຮ່ວມຂັ້ນບ້ານໃຫ້ 3 ບ້ານ, ເມືອງສົບເບົາ, ແຂວງຫົວພັນ.
ວັນທີ 21 ພຶດສະພາ 2019 ທີ່ຜ່ານມາ ພະແນກກະສິກຳ ແລະ ປ່າໄມ້ແຂວງໄດ້ຈັດກອງປະຊຸມມອບປື້ມບົດລາຍງານ, ແຜນທີ່ການວາງແຜນຈັດສັນນຳໃຊ້ທີ່ດິນກະສິກຳ ແລະ ປ່າໄມ້ແບບມີສ່ວນຮ່ວມຂັ້ນບ້ານໃຫ້ 3 ບ້ານ ໂດຍເປັນປະທານຮ່ວມຂອງທ່ານ ຄຳພອນ ຣາຊາຈັກ, ຫົວໜ້າກົມຄຸ້ມຄອງທີ່ດິນກະສິກຳ ກະຊວງກະສິກຳ ແລະ ປ່າໄມ້, ທ່ານ ຄິ່ນ ທຸມມາລາ ຮອງຫົວນ້າພະແນກກະສິກຳ ແລະ ປ່າໄມ້ແຂວງ, ມີພາກສ່ວນທີ່ກ່ຽວຂ້ອງຂັ້ນກະຊວງ, ແຂວງ, ເມືອງ ແລະ ປະຊາຊົນເຂົ້າຮ່ວມນຳ.
ເພື່ອເຮັດໃຫ້ຊາວບ້ານເປັນເຈົ້າການໃນການຄຸ້ມຄອງ, ການວາງແຜນການນຳໃຊ້ທີ່ດິນກະສິກຳ ແລະ ປ່າໄມ້ແບບມີສ່ວນຮ່ວມມີຄວາມຮັບປະກັນທາງດ້ານແບບແຜນການຜະລິດກະສິກຳ ແລະ ປ່າໄມ້ໃຫ້ມີຄວາມຍືນຍົງ, ອິງຕາມກົດໝາຍປົກຄອງທ້ອງຖິ່ນ ສະບັບເລກທີ 68/ສພຊ ລົງວັນທີ 4 ທັນວາ, ພາກທິ 4 ໝວດ 4 ມາດຕາ 39, 40 ວ່າດ້ວຍພາລະບົດບາດສິດ – ໜ້າທີຂອງເຈົ້າເມຶອງ. ອີງຕາມແຜນພັດທະນາທີ່ດິນກະສິກຳ ແລະ ປ່າໄມ້ນັບແຕ່ນີ້ຮອດປີ 2020 ເພຶ່ອໃຫ້ມີຄວາມຍືນຍົງ ແລະ ຈັດສັນທຳການຜະລິດແບບຄົງທີ. ອີງຕາມໃບສະເໜີຂອງຫ້ອງການກະສິກຳ ແລະ ປ່າໄມ້ເມືອງສະບັບເລກທີ 56 /ກປມ ລົງວັນທີ 18 ມັງກອນ 2019 ອີງຕາມການຄົ້ນຄ້ວາເຫັນດີເປັນເອກະພາບຂອງການນຳເມືອງຄັ້ງວັນທີ 22 ກຸມພາ 2019. ເຈົ້າເມືອງ, ເມືອງສົບເບົາຕົກລົງມອບປື້ມບົດລາຍງານ, ແຜນທີ່ການວາງແຜນຈັດສັນນຳໃຊ້ທີ່ດິນກະສິກຳ ແລະ ປ່າໄມ້ ແບບມີສ່ວນຮ່ວມຂັ້ນບ້ານໃຫ້ 3 ບ້ານຄື: ບ້ານໂພນຊາຍ, ມີເນື້ອທີ່ທັງໝົດ 2 ພັນ 3 ຮ້ອຍກ່ວາເຮັກຕາ, ດິນກະສິກຳ 7 ຮ້ອຍ 60 ກ່ວເຮັກຕາ, ດິນປ່າໄມ້ມີເນື້ອທີ່ 1 ພັນ 500 ກ່ວາເຮັກຕາ ແລະ ດິນອື່ນ 60 ກ່ວາແຮັກຕາ, ບ້ານນ້ຳແຫ້ງ ມີເນື້ອທີ່ທັງໝົດ 2 ພັນ 8 ຮ້ອຍກ່ວາເຮັກຕາ, ດິນກະສິກຳ 8 ຮ້ອຍ 80 ກ່ວາເຮັກຕາ, ດິນປ່າໄມ້ມີເນື້ອທີ່ 1 ພັນ 800 ກ່ວາເຮັກຕາ ແລະ ດິນອື່ນ 25 ກ່ວາແຮັກຕາ ແລະ ບ້ານຫ້ວຍຕຸງ. ມີເນື້ອທີ່ທັງໝົດ 2 ພັນ 5 ຮ້ອຍກ່ວາເຮັກຕາ, ດິນກະສິກຳ 1 ພັນກ່ວາເຮັກຕາ, ດິນປ່າໄມ້ມີເນື້ອທີ່ 1 ພັນ 400 ກ່ວາເຮັກຕາ ແລະ ດິນອື່ນ 50 ກ່ວາແຮັກຕາ. ນອກຈາກນີ້ຍັງໄດ້ມອບໃບຍ້ອງຍໍໃຫ້ບຸກຄົນ ແລະ ກົມກອງທີ່ມີຜົນງານດີເດັ່ນອີກດ້ວຍ.
ຕອນທ້າຍກອງປະຊຸມ ທ່ານປະທານຍັງໄດ້ໂອ້ລົມແລກປ່ຽນຄຳຄິດຄຳເຫັນແຕ່ລະບ້ານທີ່ໄດ້ຮັບປື້ມແຜນທີ່ການວາງແຜນຈັດສັນນຳໃຊ້ທີ່ດິນແບບມີສ່ວນຮ່ວມຂອງບ້ານ, ເພື່ອນຳໄປຈັດຕັ້ງປະຕິບັດໃຫ້ໄດ້ຮັບປະໂຫຍດສຸງ ແລະ ປະຊາຊົນຈົ່ງເປັນເຈົ້າການໃນການນຳໃຊ້ທີ່ດິນຢ່າງຖືກຕ້ອງຕາມລະບຽບການ.
ບັນນາທິການ
ສຸນີຄຳ ພົມມາສີ
ຜູ້ຂຽນຂ່າວ.
ຄຳພະແກ້ວ ອິນທະວົງ
ພິທີກວດກາ 100% ໂຄງການສ້ອມແປງ – ຮາງລິນຄອງເໝືອງ ແລະ ໂຄງການກໍ່ສ້າງຂົວອູ່ໄປເຂດທຳການຜະລິດໂຄງການກະສິກຳ ເພື່ອໂພສະນາການ, ເມືອງຊ່ອນ, ແຂວງຫົວພັນ.
ວັນທີ 13 ພຶດສະພາ 2019 ທີ່ຜ່ານມາ, ເຈົ້າຂອງໂຄງການ ແລະ ບໍລິສັດຜູ້ຮັບເໝົາກໍ່ສ້າງໄດ້ລົງກວດກາຄວາມຄືບໜ້າໂຄງການກໍ່ສ້າງຂົວອູ່ໄປເຂດທຳການຜະລິດ ແລະ ໂຄງການກໍ່ສ້າງຮາງລິນຄອງເໝືອງ, ເຊີ່ງນຳໂດຍ ທ່ານ ຄຳພຽນ ໄຊສົມພັນ ຮອງເຈົ້າເມືອງ, ຜູ້ຊີ້ນຳວຽກງານຂົງເຂດເສດຖະກິດ, ເປັນຜູ້ຊີ້ນຳໂຄງການຂັ້ນເມືອງ, ມີພາກສ່ວນທີ່ກ່ຽວຂ້ອງຂັ້ນເມືອງ, ອຳນາດການປົກຄອງບ້ານເຂົ້າຮ່ວມນຳ.
ໂຄງການກໍ່ສ້າງຂົວອູ່ໄປເຂດທຳການຜະລິດ, ບ້ານ ວັດ, ໄດ້ເລີ່ມລົງມືກໍ່ສ້າງຕົ້ນເດືອນ ກຸມພາ 2019 ສຳເລັດລົງໃນທ້າຍເດືອນ ເມສາ 2019 ລວມມູນຄ່າທັງໝົດ 456 ລ້ານກ່ວາກີບ, ຊື່ງໄດ້ຮັບທຶນ ຈາກໂຄງການ ກະສິກຳ ເພື່ອໂພສະນາການ 319 ລ້ານກ່ວາກີບ, ທຶນປະກອບສ່ວນຂອງປະຊາຊົນ 68 ລ້ານກ່ວາກີບ. ຂົວອູ່ມີຂະໜາດກ້ວາງ 1 ແມັດ 80 ຊັງຕີແມັດ, ຍາວ 70 ແມັດ, ລວງສູງ 8 ແມັດ, ສາມາດຮັບໃຊ້ປະຊາຊົນພາຍໃນບ້ານໄດ້ 121 ຄອບຄົວ, ໂຄງການກໍ່ສ້າງຮາງລິນຄອງເໝືອງນ້ຳຈັກ, ບ້ານ ນາຈັກ, ໄດ້ເລີ່ມລົງມືຈັດຕັ້ງປະຕິບັດແຕ່ຕົ້ນເດືອນ ມີນາ 2019 ແລະ ສຳເລັດການກໍ່ສ້າງສ້ອມແປງໃນທ້າຍເດືອນ ເມສາ 2019 ລວມມູນຄ່າທັງໝົດ 140 ລ້ານກ່ວາກີບ, ທຶນ ຂອງໂຄງການ ກະສິກຳ ເພື່ອໂພສະນາການ 98 ລ້ານກ່ວາກີບ ແລະ ທຶນປະກອບສ່ວນຂອງປະຊາຊົນ 25 ລ້ານກ່ວາກີບ, ສາມາດເອົານ້ຳເຂົ້າຫົດເນື້ອທີ່ນາໄດ້ 30 ເຮັກຕາ, ເຊິ່ງທັງ 2 ໂຄງການດັ່ງກ່າວແມ່ນບໍລິສັດ ທີເຮົ້າ ກໍ່ສ້າງຈຳກັດ, ເປັນຜູ້ຮັບເໝົາກໍ່ສ້າງ.
ພາຍຫຼັງກວດກາການກໍ່ສ້າງສຳເລັດແລ້ວ, ທ່ານຮອງເຈົ້າເມືອງ ໃຫ້ຄຳຄິດເຫັນວ່າ: ການຈັດຕັ້ງປະຕິບັດໂຄງການ ຕ້ອງມີການຕິດຕາມ, ກວດກາ, ປະເມີນຜົນຄວາມຄືບໜ້າຂອງໂຄງການ ແລະ ໃຫ້ແຕ່ລະພາກສ່ວນຕ້ອງເປັນເຈົ້າການໃນການຈັດຕັ້ງປະຕິບັດ, ອຳນາດການປົກຄອງບ້ານ, ແມ່ນໝາກຫົວໃຈຫຼັກທີ່ນຳພາປະຊາຊົນຊົມໃຊ້ຂົວ ແລະ ຮາງລິນຄອງເໝືອງ, ໃຫ້ເກີດປະໂຫຍດສຸງສຸດ, ປະກອບສ່ວນເພີ່ມຜົນຜະລິດກະສິກຳ ໃຫ້ເພີ່ມຂື້ນ, ແກ້ໄຂການຂາດດ້ານໂພສະນາການ, ແນໃສ່ແກ້ໄຂຄວາມທຸກຍາກຂອງປະຊາຊົນໃນເຂດດັ່ງກ່າວ, ໃຫ້ນັບມື້ຫຼຸດລົງເທື່ອລະກ້າວ.
ບັນນາທິການ
ສຸນີຄຳ ພົມມາສີ
ຜູ້ຂຽນຂ່າວ
ຄຳພະແກ້ວ ອິນທະວົງ
ໂຄງການກະສິກຳເພື່ອໂພສະນາການ ສຳເລັດຝືກອົບຮົມເຕັກນີກການປູກ,ການລ້ຽງ ໃຫ້ບັນດາເມືອງເປົ້າໝາຍຂອງໂຄງການ
ວັນທີ່ 7-10 ພຶດສະພາ 2019 ນີ້ ໂຄງການກະສິກຳ ເພື່ອໂພສະນາການ ໄດ້ຈັດກອງປະຊຸມຝືກອົບຮົບ ສົ່ງເສີມການປູກ, ການລ້ຽງ ໃຫ້ບັນດາ ເມືອງເປົ້າໝາຍຂອງໂຄງການຄື: ເມືອງຫົວເມືອງ, ເມືອງຊຳໃຕ້, ເມືອງກັວນ ແລະ ເມືອງຊ່ອນ, ກອງປະຊຸມໄດ້ຈັດຂື້ນ ຢູ່ຫ້ອງປະຊຸມຫ້ອງການກະສິກຳ ແລະ ປ່າໄມ້ເມືອງຊ່ອນ ພາຍໃຕ້ການເປັນປະທານ ຂອງ ທ່ານ ສະຫັວນທອງ ຄຳມີສຸລິວົງ ຮອງຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງຊ່ອນ ເປັນກຽດເຂົ້າຮ່ວມຂອງ ທ່ານ ບຸນສີ ບັນດາສັກ ຮອງຫົວໜ້າພະແນກສົ່ງເສີມເຕັກນີກ ແລະ ປຸງແຕ່ງກະສິກຳ ມີບັນດາຜູ້ປະສານງານໂຄງການຂັ້ນສູນກາງ, ຂັ້ນແຂວງ ແລະ ຂັ້ນເມືອງ ພ້ອມດ້ວຍພະນັກງານວິຊາ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມທັງໝົດ 20 ກວ່າທ່ານ.
ການຝືກອົບຮົບໃນຄັ້ງນີ້ ທ່ານ ມະນີລັດ ຊາສີດາວົງ ຮອງຫົວໜ້າພະແນກແນວພັນ ໄດ້ນຳສະເໜີ ໃຫ້ນັກສຳມະນາກອນໄດ້ ຮຽນຮູ້ການສົ່ງເສີມເຕັກນີກການປູກ ແລະ ການລ້ຽງ, ເຊີ່ງໄດ້ແບ່ງເປັນ 2 ພາກ ໄດ້ແກ່: ພາກທິດສະດີ ແລະ ພາກສະໝາມ, ໃນນີ້ຄູ່ຝືກຍັງໄດ້ຈັດແບ່ງໃຫ້ນັກສຳມະນາກອນຂອງແຕ່ລະເມືອງ ແລະ ແຂວງ, ຂຽນປື້ມຄູ່ມື ເຕັກນີກການປູກຝັງ ແລະ ລ້ຽງສັດ ສົ່ງເສີມການຜະລິດກະສິກຳເປັນສີ້ນຄ້າ ແລະ ໄດ້ລົງປະຕິບັດຕົວຈີງ ສ້າງສວນປູກຜັກໃນເຮືອນຫົ່ມ ຈຳນວນ 1 ຫຼັງ, ມີຂະໜາດ 6 x 10 ແມັດ,ຢູ່ທີສະຖານີກະສິກຳ ແລະ ປ່າໄມ້ເມືອງຊ່ອນ, ເພື່ອເປັນບ່ອນສາທິດ ແລະ ສືກສາ, ແລກປ່ຽນບົດຮຽນນຳກັນ ແລະ ເນັ້ນໜັກ ໃນການສົ່ງເສີມຜະລິດກະສິກໍາເປັນສີ້ນຄ້າ ຢູ່ແຂວງຫົວພັນ, ໃຫ້ບັນດາສູນ ແລະ ສະຖານີອ້ອມຂ້າງ ຢູ່ບັນດາເມືອງຕ່າໆ, ເປັນບ່ອນສືກສາຮຽນຮູ້ ແລະ ເປັນບ່ອນຊຸກຍູ້ສົ່ງເສີມຊາວກະສິກອນ ຜູ້ທີມີຄວາມສົນໃຈຮຽນຮູ້ ທາງດ້ານເຕັກນີກການປູກຝັງ, ລ້ຽງສັດ ໃນການຜະລິດກະສິກຳຂະໜາດນ້ອຍ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ – ສັງຄົມຂອງຊາດ, ເພື່ອເປັນທ່າແຮງ, ແລະ ຊ່ວຍເຫຼືອ,ໃນການສົ່ງເສີມການຜະລິດກະສິກໍາເປັນສີ້ນຄ້າ ສ້າງລາຍຮັບເຂົ້າສູຄອບຄົວ, ແກ້ໄຂຄວາມທຸກຍາກ ແລະ ຍົກລະດັບ ຊີວິດການເປັນຢູ່ ຂອງ ປະຊາຊົນບັນດາເຜົ່າໃຫ້ນັບມື້ດີຂື້ນ
ໃນຕອນທ້າຍ ທ່ານ ບຸນສີ ບັນດາສັກ ຮອງຫົວໜ້າພະແນກສົ່ງເສີມເຕັກນີກ ແລະ ປຸງແຕ່ງກະສິກຳ ໄດ້ມອບໃບຢັ້ງຢືນ ໃຫ້ແກ່ນັກສຳມະນາກອນ ແລະ ມອບກິດຈະກຳສາທິດ ສວນປູກຜັກເຮືອນຫົ່ມ ໃຫ້ແກ່ສະຖານີບໍລິການເຕັກນີກກະສິກຳ ແລະ ປ່າໄມ້ ເມືອງຊ່ອນ ອີກດ້ວຍ.
ບັນນາທິການ
ສຸນີຄຳ ພົມມາສີ
ຜູ້ຂຽນຂ່າວ
ຄຳພະແກ້ວ ອິນທະວົງ
ພິທີກວດກາ 100% ໂຄງການສ້ອມແປງ – ຕໍ່ເຕີມຄອງເໝືອງ ແລະ ໂຄງການສ້ອມແປງຕໍ່ເຕີມນ້ຳລິນ, ຂອງໂຄງການກະສິກຳ ເພື່ອໂພສະນາການ, ເມືອງຊ່ອນ, ແຂວງຫົວພັນ.
ວັນທີ 7 ພຶດສະພາ 2019 ທີ່ຜ່ານມາ, ເຈົ້າຂອງໂຄງການ ແລະ ບໍລິສັດຜູ້ຮັບເໝົາກໍ່ສ້າງໄດ້ລົງກວດກາຄວາມຄືບໜ້າໂຄງການກໍ່ສ້າງຊົນລະປະທານ ຕໍ່ເຕີມຄອງເໝືອງ ແລະ ໂຄງການສ້ອມແປງຕໍ່ເຕີມນ້ຳລິນ, ເຊີ່ງນຳໂດຍ ທ່ານ ຄຳພຽນ ໄຊສົມພັນ ຮອງເຈົ້າເມືອງ, ຜູ້ຊີ້ນຳວຽກງານຂົງເຂດເສດຖະກິດ, ມີພາກສ່ວນທີ່ກ່ຽວຂ້ອງຂັ້ນເມືອງ, ອຳນາດການປົກຄອງບ້ານເຂົ້າຮ່ວມນຳ.
ໂຄງການຕໍ່ເຕີມຄອງເໝືອງ, ບ້ານ ບົງ ແລະ ບ້ານ ສົບຕິ້ວ, ໄດ້ເລີ່ມລົງມືກໍ່ສ້າງຕົ້ນເດືອນ ເມສາ 2019 ສຳເລັດລົງໃນທ້າຍເດືອນເມສາ 2019 ລວມມູນຄ່າທັງໝົດ 313 ລ້ານກ່ວາກີບ, ທຶນ ຂອງໂຄງການ ກະສິກຳ ເພື່ອໂພສະນາການ 218 ລ້ານກ່ວາກີບ, ທຶນປະກອບສ່ວນຂອງປະຊາຊົນ 46 ລ້ານກ່ວາກີບ. ຄອງເໝືອງມີຂະໜາດກ້ວາງ 1 ແມັດ, ສູງ 80 ຊັງຕີແມັດ ແລະ ລວງຍາວ 315 ແມັດ, ສາມາດເອົານ້ຳເຂົ້າຫົດເນື້ອທີ່ນາໄດ້ 20 ເຮັກຕາ, ໂຄງການສ້ອມແປງ ແລະ ຕໍ່ເຕີມນ້ຳລິນ, ບ້ານ ວັງຄ້ວາງ, ໄດ້ເລີ່ມລົງມືຈັດຕັ້ງປະຕິບັດແຕ່ຕົ້ນເດືອນ ເມສາ 2019 ແລະ ສຳເລັດການສ້ອມແປງໃນທ້າຍເດືອນ ເມສາ 2019 ລວມມູນຄ່າທັງໝົດ 112 ລ້ານ
ກ່ວາກີບ, ທຶນ ຂອງໂຄງການ ກະສິກຳ ເພື່ອໂພສະນາການ 78 ລ້ານກ່ວາກີບ ແລະ ທຶນປະກອບສ່ວນຂອງປະຊາຊົນ 16 ລ້ານກ່ວາກີບ, ສາມາດສະໜອງນ້ຳຮັບໃຊ້ປະຊາຊົນໄດ້ 60 ຄອບຄົວ, ເຊິ່ງທັງ 3 ໂຄງການດັ່ງກ່າວແມ່ນບໍລິສັດ ທີເຮົ້າ ກໍ່ສ້າງຈຳກັດ, ເປັນຜູ້ຮັບເໝົາກໍ່ສ້າງ.
ພາຍຫຼັງກວດກາການກໍ່ສ້າງສຳເລັດແລ້ວ, ທ່ານຮອງເຈົ້າເມືອງ ໃຫ້ຄຳຄິດເຫັນວ່າ: ການຈັດຕັ້ງປະຕິບັດໂຄງການ ຕ້ອງມີການຕິດຕາມ, ກວດກາ, ປະເມີນຜົນຄວາມຄືບໜ້າຂອງໂຄງການ ແລະ ໃຫ້ແຕ່ລະພາກສ່ວນຕ້ອງເປັນເຈົ້າການໃນການຈັດຕັ້ງປະຕິບັດ, ອຳນາດການປົກຄອງບ້ານ, ແມ່ນໝາກຫົວໃຈຫຼັກທີ່ນຳພາປະຊາຊົນໃຊ້ນ້ຳຊົນລະປະທານ, ໃຫ້ເກີດປະໂຫຍດສຸງສຸດ ແລະ ນຳໃຊ້ນ້ຳລິນໄດ້ຢ່າງຍາວນານ. ປະກອບສ່ວນເພີ່ມຜົນຜະລິດກະສິກຳ ໃຫ້ເພີ່ມຂື້ນ, ແກ້ໄຂການຂາດດ້ານໂພສະນາການ, ແກ້ໄຂຄວາມທຸກຍາກຂອງປະຊາຊົນໃຫ້ນັບມື້ຫຼຸດລົງເທື່ອລະກ້າວ.
ບັນນາທິການ ຜູ້ຂຽນຂ່າວ
ສຸນີຄຳ ພົມມາສີ ຄຳພະແກ້ວ ອິນທະວົງ